ເລື່ອງສາວຮ້ອງໄຫ້ຂໍກອດແຟນຄັ້ງສຸດທ້າຍແລະເກືອບບໍ່ຫລອດຊີວິດເມື່ອແຟນເຂົ້າວິວາກັບຍີງອື່ນເກີດຂຶ້ນໃນຊົນມົ້ງ ທີ່ ບ້ານຜາຜີ້ງ ເມືອງ ວັງເຈົ້າ ແຂວງຕາກ ປະເທດໄທ ແລະ ເກີດຂຶ້ນໃນເມື່ອວັນທີ 5/8/2020 ປະມານ 2-3 ວັນຜ່ານມານີ້. ເລື່ອງທີ່ເກີດມີຄວາມໂດງດັງໃນ ໂຊຊຽວ facebook , tiktok ແລະ ຍັງເປັນພາບທີ່ຫຼາຍໆຄົນໃຊ້ໄປຕັດຕໍ່ເຂົ້າໃສ່ເພງ ໃນປັດຈຸບັນໂດຍສະເພາະ ແມ່ນຊົນເຜົ່າມົ້ງ .
ຊົມຄຼີບນີ້ແລ້ວນ້ຳຕາໄຫລນຳ
ສາວຮ້ອງໄຫ້ຂໍກອດແຟນຄັ້ງສູດທ້າຍທະລຸຜູ້ຕິດຕາມ ສາວຄົນນີ້ ຈາກ 100 ຄົນ ກາຍເປັນ 46,964 ຄົນ ແລະ ຍອດເຂົ້າຊົມເກືອບເຖິງ 1 ລ້ານຄັ້ງ.

ເລື່ອງທີ່ເກີດແມ່ນມີດັ່ງນີ້: ສາວກັບຊາຍຄົນນີ້ເກີດມີຄວາມຮັກນຳກັນໄດ້ປະມານ ເຄີ່ງ ປີກວ່າ. ແລະ 2 ຄົນກໍ່ໄດ້ສິນຍາກັນວ່າຈະຮັກກັນຕະຫລອດກັນ. ແຕ່ພໍມາຮອດ ວັນທີ 5/8/2020 ຜູ້ຊາຍຄົນນີ້ໄດ້ເຂົ້າວັນວິວາກັບຄົນອື່ນ. ຈື່ງເຮັດສາວຄົນນີ້ເຈັບໃຈຈົນຫ້າມບໍ່ໄດ້ຕົນເອງບໍ່ໄປໃນວັນວິວາຂອງແຟນ ແລະທົນບໍ່ໄດ້ຄວາມເຈັບຈື່ງໄດ້ຮ້ອງໄຫ້ຫຼາຍຊົ່ວໂມງ ແລະ ຂໍພົບແຟນເປັນຄັ້ງສູດທ້າຍ. ແຕ່ແຟນກໍ່ບໍ່ຍອມອອກຈາກວັນວິວາມາພົບສາວຄົນນີ້ເລີຍ. ເມື່ອແຟນບໍ່ຍອມອອກມາພົບສາວຄົນນີ້ກໍ່ບໍ່ຍອມ ໜີຈາກສະຖານທີ່ນັ້ນໄປ.
ທ່ານຮູ້ບໍ່ ?
ສູດທ້າຍສາວມັນໄຫ້ເກີນໄປເຮັດໃຫ້ຮ່າງກາຍສາວມື່ນ. ສຸດທ້າຍ ຊາຍຄົນນີ້ຈື່ງໄດ້ອອກມາພົບສາວຄົນນີ້ ແລະ ກອດກັນເປັນຄັ້ງສຸດທ້າຍໃນວິນາທີທີ່ຈະລາເລີກກັນໃນຄັ້ງນີ້. ແຕ່ຍ້ອນຄວາມທີ່ມີມາກັບຊາຍຄົນນີ້ຈົນໝົດໃຈຈື່ງເຮັດໃຫ້ສາວຄົນນີ້ເຖິງປັດຈຸບັນແມ່ນກໍ່ຍັງຮ້ອງໄຫ້ ແລະ ຢູ່ແແບບອຸດໃຕໍຈ. ແຕ່ສາວກໍ່ປະຕິຍານຕົວເອງວ່າຄຂ້ອຍຈະຕ້ອງຜ່ານຈຸດນີ້ໃຫ້ໄດ້ ເຖິງຈະເສັຽໃຈ, ເຈັບປວດ ແລະ ເຈັບໃຈສ່ຳໃດກໍ່ຕາມ. ແຕ່ສາວກໍ່ໄດ້ມາໂພສວ່າ ການຖືກເລີກຄັ້ງເຮັດໃຫ້ ເລິ່ມຢ້ານຄວາມຮັກມັກໃນຕໍ່ໜ້າ

ທັງສອງຄົນເປັນແຟນກັນ ແຕ່ຜູ້ຊາຍກັບຄືນໄປຫຼີ້ນແຟນເກົ່າເຮັດໃຫ້ແຟນເກົ່າຕັ້ງທ້ອງຫລືມີລູກແລ້ວຄ່ອຍມາຄົບກັບສາວຄົນນີ້ ທັງຄູ່ຄົບກັນຢ່າງມີຄວາມສຸກມາຈົນເຖິງປະຈຸບັນ ແຟນເກົ່າທ້ອງຜູ້ຊາຍເລີຍຕ້ອງຮັບຜິດຊອບແລະຊາຍຄົນນີ້ກໍ່ເວົ້າວ່າຍີງສາວຄົນນີ້ຈະແຕ່ງງານດ້ວຍກໍໄດ້ນະ ແຕ່ທີ່ສາວນີ້ບໍ່ແຕ່ງກໍ່ຄືສາວຄົນນີ້ກໍ່່ຮູ້ດີວ່າເຖິງແຕ່ງກັນໄປມັນຄົງບໍ່ມີຫຍັງດີຂຶ້ນ ແລ້ວຖ້າແຕ່ງ ສາວຄົົນທີ່ທ້ອງແລ້ວບອກຈະເຮັດລຸລູກ ຍີງສາວຄົນນີ້ເລີຍເລືອກທີ່ຈະໃຫ້ເດັກນ້ອຍມີຊີວິດຕໍ່ ສ່ວນຍີງສາວຄົນນີ້ໄດ້ແຄ່ກອດເທື່ອສຸດທ້າຍແລະອ່ຳລາກັນກັບຝ່າຍຊາຍ .

ເລື່ອງນີ້ສອນໃຫ້ຮູ້ວ່າ ຍີງສາວຄົນນີ້ເຂົາຕ້ອງມີຄວາມຮັບຜິດຊອບສູງ ເປັນຄົນດີຫລາຍທີ່ຍີງສາວຄົນຫນຶ່ງຈະເຮັດໄດ້ສູ້ຕໍ່ໄປນະ
” ໝາຍເຫດ: ຖ້າເອົາໄປໃຊ້ຄືນໃຫມ່ໃນເວັບຂອງທ່ານຄວນໃສ່ທີ່ມາ ລີ້ງຂອງເຮົາ https://clickan10.com ຖ້າບໍ່ໃສ່ພວກເຮົາຈະ Report Coppyright”