ຄູ່ມືເສລົຍສາລະພັດຄຳເວົ້າຢອດຮິດຂອງເຈົ້າຜູ້ຍິງທີ່ມັກບໍ່ກົງກັບໃຈ ຄວາມຫມາຍທີ່ແທ້ຈິງທີ່ໜຸ່ມ ໆ ຄວນຮູ້ເອົາໄວ້ ຈະໄດ້ເຂົ້າໃຈສາວ ໆ ກັນຫລາຍຂຶ້ນຄຳເວົ້າຂອງຜູ້ຍິງທີ່ມັກບໍ່ກົງກັບໃຈ ໃນໃຈຮູ້ສຶກອີກຢ່າງ ແຕ່ເວົ້າອອກມາອີກຢ່າງ ເຮັດໃຫ້ຜູ້ຊາຍບໍ່ຄ່ອຍເຂົ້າໃຈວ່າຈິງໆ ແລ້ວຜູ້ຍິງຕ້ອງການຫຍັງກັນແນ່ ແລະ ອາດເປັນສາເຫດໜຶ່ງທີ່ເຮັດໃຫ້ຄູ່ຮັກຕ້ອງທະເລາະກັນອີກດ້ວຍ ມື້ນີ້ເຮົາກໍເລຍມີ 10 ຄຳເວົ້າ ຜູ້ຍິງກັບຄວາມຫມາຍທີ່ແທ້ຈິງມາຝາກກັນ ເພື່ອທີ່ຜູ້ຊາຍຈະໄດ້ເຂົ້າໃຈຜູ້ຍິງກັນໄດ້ງ່າຍຂຶ້ນ
1. ບໍ່ມີຫຍັງ
ເມື່ອເຈົ້າເຫັນແຟນສາວມີສີຫນ້າທີ່ເບິ່ງບໍ່ຄ່ອຍດີ ໜ້າບຶ້ງຕຶງ ບໍ່ຮ່າເຣີງເໝືອນປົກກະຕິ ແຕ່ເມື່ອເຈົ້າຖາມວ່າ “ເປັນຫຍັງ?” ແລ້ວນາງຕອບກລັບມາວ່າ “ບໍ່ມີຫຍັງ” ຫລື “ບໍ່ເປັນຫຍັງ” ນັ້ນອາດບໍ່ໄດ້ແປວ່ານາງບໍ່ໄດ້ມີບັນຫາຫຍັງຈິງ ໆ ແຕ່ນາງອາດບໍ່ຢາກເວົ້າກົງໆ ຫລາຍກວ່າ ທີນີ້ເຈົ້າກໍຕ້ອງມານັ່ງທົບທວນຄວາມຈຳແລ້ວລ່ະ ວ່າເຜລີໄປເຮັດຫຍັງໃຫ້ນາງຄຽດແດ່
2. ລາວອ້ວນບໍອະ ?
ຜູ້ຊາຍຫຼາຍຄົນເວລາເຈີຜູ້ຍິງຖາມແບບນີ້ກໍອາດຈະຄິດວ່ານາງຖາມເພາະຕ້ອງການຄຳຕອບຈິງໆ ວ່ານາງເບິ່ງອ້ວນຫລືບໍ່ ແຕ່ຄວາມຈິງແລ້ວນັ້ນບໍ່ແມ່ນຄຳຖາມ ! ນາງພຽງແຕ່ຢາກໃຫ້ເຈົ້າຊ່ວຍເວົ້າໃຫ້ກຳລັງໃຈ “ບໍ່ອ້ວນດອກ” ເພື່ອທີ່ນາງຈະໄດ້ມີຄວາມຫມັ້ນໃຈຫລາຍຂຶ້ນກໍເທົ່ານັ້ນເອງ ເຖິງແມ່ນວ່າເຈົ້າອາດຈະຕ້ອງເວົ້າຕົວະກໍຕາມ…
3. ທີ່ຮັກຫິວຍັງ ?
ນິ້ເປັນປະໂຍກຄຳຖາມທີ່ສະແດງເຖິງຄວາມເປັນຫ່ວງຢູ່ເລິກໆ ແຕ່ຈຸດປະສົງຈິງໆ ແລ້ວນາງຕ່າງຫາກທີ່ຫິວ ກໍເລຍຖາມວ່າເຈົ້າຫິວຫລືຍັງ ຈະໄດ້ອອກໄປຫາຫຍັງກັນກິນ ແລະ ເຖິງແມ່ນວ່າເຈົ້າບໍ່ຫິວກໍຄວນຈະພານາງໄປຫາຫຍັງກິນໄດ້ແລ້ວ ກ່ອນທີ່ນາງຈະໂມໂຫຫິວ !
4. ກິນຫຍັງກໍໄດ້
ເມື່ອເຈົ້າທັງສອງກຳລັງຄຸຍຕົກລົງກັນວ່າມື້ທ່ຽງນີ້ຈະກິນຫຍັງກັນດີ ແລ້ວນາງບອກທ່ານວ່າ “ກິນຫຍັງກໍໄດ້” ແລະ ຖ້າຫາກເຈົ້າຄິດວ່ານາງກິນຫຍັງກໍໄດ້ຈິງໆ ນັ້ນ ຂໍບອກເລີຍວ່າເຈົ້າຄິດຜິດ ! ເພາະຄວາມຫມາຍທີ່ແທ້ຈິງຄື ນາງຕ້ອງການໃຫ້ເຈົ້າເປັນຄົນເລືອກ ແລະ ຄວນເລືອກໃຫ້ຖືກໃຈນາງດ້ວຍ ເພາະຖ້າເຈົ້າເລືອກບໍ່ຖືກໃຈນາງ ນາງກໍຈະບອກວ່າ “ຣ້ານນີ້ບໍ່ເອົາ“
5. ຂໍ 5 ນາທີນ້າ
ເມື່ອເຈົ້າ ແລະ ແຟນສາວກຳລັງຈະອອກໄປ ຫລື ນັດເຈີກັນທີ່ໃດ ແລ້ວນາງບອກທ່ານວ່າ “ຂໍເວລາ 5 ນາທີນະ” ເພື່ອໄປອາບນ້ຳ ໄດຣ໌ຜົມ ແຕ່ງຕົວ ແຕ່ງໜ້າ ທາປາກ ຂຽນຄິ້ວ ເລືອກຊຸດ ເລືອກຮອງຕີນ ໃຫ້ເຈົ້າເອົາ 5 ນາທີໄປຄູນ 10 ຫລື ຣໍໄປຈົນກວ່ານາງຈະບອກຄຸນວ່າ “ສຳເລັດແລ້ວຈ້າ” ນັ້ນແຫຼະ
6. ຮູ້ບໍເອ່ຍ ວ່າມື້ນີ້ມື້ຫຍັງ ?
ຖ້າເຈີຄຳຖາມແບບນີ້ ກໍແປວ່າເຈົ້າຕ້ອງນຶກໃຫ້ອອກແລ້ວລ່ະ ວ່າມື້ນີ້ເປັນມື້ຫຍັງທີ່ກ່ຽວຂ້ອງກັບຕົວນາງ ອາດເປັນໄດ້ທັງມື້ເກີດຂອງນາງ ຫລື ອາດເປັນມື້ຄົບອ້ອມແຕ່ງງານ ຊຶ່ງແນ່ນອນວ່ານາງຈະຮູ້ສຶກຜິດຫວັງຖ້າຫາກເຈົ້າຈຳບໍ່ໄດ້ ແລະ ນອກຈາກນັ້ນຄື ເຈົ້າມີຫຍັງກຽມໄວ້ເຊອຣ໌ໄພຣສ໌ນາງແລ້ວຫລືຍັງ ?
7. ບໍ່ເປັນຫຍັງນະ ຂ້ອຍລໍໄດ້
ຖ້າເຈົ້ານັດກັບແຟນສາວເອົາໄວ້ ແຕ່ດັນໄປສາຍແລ້ວນາງບອກເຈົ້າແບບນີ້ ກໍຢ່າໄດ້ສະບາຍໃຈໄປ ເພາະນາງແຄ່ບໍ່ຢາກຕໍ່ວ່າເຈົ້າກົງໆ ແຕ່ໃນໃຈນາງກໍຄົງຕ້ອງການໃຫ້ເຈົ້າໄປເຖິງໄວ ໆ ນັ້ນແຫຼະ ແລະຖ້າຢິ່ງປ່ອຍໃຫ້ນາງລໍດົນກໍອາດຈະຢິ່ງຫງຸດຫງິດຫລາຍຂຶ້ນກໍໄດ້ນະ ເພາະສະນັ້ນ… ຮີບນະ !
8. ເຮົາມີເລື່ອງທີ່ຕ້ອງຄຸຍກັນ
ເມື່ອໃດທີ່ເຈົ້າໄດ້ຍິນປະໂຍກນີ້ອອກຈາກປາກແຟນສາວ ຈົ່ງກຽມໃຈໄວ້ໄດ້ເລີຍວ່າມັນບໍ່ແມ່ນເລື່ອງດີແນ່ໆ ແລະ ໜ້າຈະບໍ່ໄດ້ເປັນການຄຸຍກັນແບບທຳມະດາ ອາດເປັນເລື່ອງທີ່ນາງຄ່ອນຂ້າງຊີລຽດຫລາຍໆ ຫລື ຖ້າຫາກເຈົ້າໄດ້ເຮັດຫຍັງບໍ່ດີເອົາໄວ້ກໍກຽມຫາຄຳແກ້ຕົວເອົາໄວ້ໃຫ້ດີ
9. ກໍແລ້ວແຕ່ລະກັນ
ເວລາທີ່ເຈົ້າກຳລັງຖຽງກັບນາງຢູ່ ຖ້າເມື່ອໃດທີ່ນາງຕອບກັບມາແບບນີ້ ນັ້ນແປວ່ານາງກຳລັງຈະໝົດຄວາມອົດທົນແລ້ວ ຊຶ່ງເຈົ້າຄວນຢຸດໃຊ້ອາລົມແລ້ວຄ່ອຍໆ ເວົ້າກັບນາງດີໆ ຢ່າງມີເຫດຜົນ ຖ້າມີຫຍັງທີ່ສາມາດຍອມໄດ້ກໍໃຫ້ຍອມໆ ນາງໄປກ່ອນ ໄວ້ນາງອາລົມດີຂຶ້ນແລ້ວຄ່ອຍວ່າກັນໃໝ່
10. ເຮົາເລີກກັນນະ
ຖ້າໄດ້ຍິນເຈົ້ານາງບອກແບບນີ້ ຢ່າງຫາກໍ່ຕົກໃຈຫລືເສຍໃຈໄປ ເພາະນາງອາດບໍ່ໄດ້ຢາກເລີກກັບເຈົ້າຈິງໆ ພຽງແຄ່ນາງກຳລັງງອນແລະຕ້ອງການໃຫ້ເຈົ້າພະຍາຍາມງໍ້ນາງຫລາຍໆ ແຕ່ຖ້າຫາກເຖິງເວລາແຕກຫັກຈິງໆ ນາງກໍອາດເວົ້າແບບນີ້ເພາະຕ້ອງການຂໍເລີກຈິງໆ ກໍໄດ້ເຊັ່ນກັນ
ຢ່າງໃດກໍຕາມທັງໝົດກໍບໍ່ໄດ້ໝາຍຄວາມວ່າການທີ່ຜູ້ຍິງເວົ້າແບບນັ້ນແລ້ວຈະໝາຍຄວາມຢ່າງທີ່ວ່າໄວ້ຕະຫລອດສະເໝີໄປ ເພາະໃນບາງເທື່ອນາງກໍອາດຈະເວົ້າກົງຕາມທີ່ຄິດໄວ້ໃນໃຈກໍໄດ້ ແຕ່ສຳລັບໃຜທີ່ມີແຟນສາວທີ່ບໍ່ຄ່ອຍມັກເວົ້າກົງໆ ກໍໜ້າຈະຊ່ວຍເຮັດໃຫ້ເຂົ້າໃຈນາງໄດ້ດີຂຶ້ນບໍ່ຫລາຍກໍນ້ອຍ