ບໍລິສັດ ໂທລະພາບ ດິຈິຕອນລາວ ຈຳກັດຕ້ອງການພະນັກງານຫລາຍຕຳແໜ່ງ ( ສາມາດຂຽນໃບສະຫມັກທີ່ບໍລິສັດໂດຍກົງ ) ດັ່ງນີ້:
1. ຕຳແຫນ່ງທົ່ວໄປ
• ພະນັກງານບໍລິຫານ
• ພະນັກງານອອກແບບ ແລະ ຊ່ວຍວຽກການຕະຫຼາດ
• ພະນັກງານເລຂາຫ້ອງການອໍານວຍການ
• ພະນັກງານໂທລະສັບ
• ພະນັກງານບໍລິການພາຍໃນ
• ພະນັກງານບໍລິການພາຍນອກ
• ຫົວຫນ້າຫນ່ວຍບໍລິການ

2. ຕຳແຫນ່ງ ພະນັກງານຊ່ວຍວຽກບຸກຄະລາກອນ ແລະ ບໍລິຫານ
# ຄູນສົມບັດຂອງຜູ້ສະຫມັກ:
– ຈົບຊັ້ນສູງ ຫຼື ປະລິນຍາຕີ ສາຂາບໍລິຫານທຸລະກິດ, ການເງິນ, ການບັນຊີ ຫຼື ສາຂາທີ່ກ່ຽວຂ້ອງ; (ຜູ້ທີ່ກໍາລັງຮຽນຕໍ່ພາກຄ່ໍາກໍ່ສາມາດສະຫມັກໄດ້)
– ເພດ ຍິງ-ຊາຍ;
– ອາຍຸ 20 ປີ ຂຶ້ນໄປ;
– ສາມາດນໍາໃຊ້ Microsoft Office ໄດ້ເປັນຢ່າງດີ;
– ສາມາດຂັບລົດໃຫຍ່ໄດ້ຈະພິຈາລະນາເປັນພິເສດ (ມີໃບຂັບຂີ່); – ສາມາດສື່ສານພາສາຈີນໄດ້ຈະພິຈາລະນາເປັນພິເສດ;
– ເປັນຄົນລະອຽດ, ມີຄວາມຫ້າວຫັນ, ວ່ອງໄວ, ມະນຸດສໍາພັນດີ.
# ຫນ້າທີ່ຮັບຜິດຊອບຫຼັກ:
– ເກັບກໍາຂໍ້ມູນ ແລະ ສັງລວມຕົວເລກກ່ຽວກັບພະນັກງານ, ການມາຊ້າ ແລະ ຂາດການຂອງພະນັກງານ, OT ແລະອື່ນໆ…
– ຊ່ວຍວຽກດ້ານການຮັບພະນັກງານເຊັ່ນ:
– ການເກັບກໍາ CV ຈາກຊ່ອງທາງ Online ແລະ Offline;
– ເຮັດໃບແຈ້ງການໃນບາງຄັ້ງຄາວ ແລະ ເອກະສານອື່ນໆຕາມທີ່ຖືກມອບຫມາຍ;
– ເກັບກໍາຂໍ້ມູນກ່ຽວກັບຜູ້ສະຫມັກວຽກເຂົ້າໃນຕາຕະລາງ Excel ແລະ ອື່ນໆ;
– ໂທນັດສໍາພາດ ແລະ ອື່ນໆ…
– ຊ່ວຍວຽກງານບໍລິຫານທົ່ວໄປ.

3. ຕຳແຫນ່ງເລຂາຫ້ອງການອໍານວຍການ
# ຄຸນສົມບັດຂອງຜູ້ສະຫມັກ:
– ຈົບປະລິນຍາຕີຂື້ນໄປ ສາຂາບໍລິຫານທຸລະກິດ, ການຕະຫຼາດ, ອັກສອນສາດພາສາຈີນ, ເສດຖະສາດ ຫຼື ສາຂາທີ່ກ່ຽວຂ້ອງ;
– ເພດ ຍິງ-ຊາຍ;
– ອາຍຸ 22-30 ປີ;
– ສາມາດນໍາໃຊ້ Microsoft Office ໄດ້ເປັນຢ່າງດີ;
– ຕ້ອງສາມາດສື່ສານພາສາຈີນໄດ້ເປັນຢ່າງດີ;
– ເປັນຄົນລະອຽດ, ມີຄວາມຫ້າວຫັນ, ວ່ອງໄວ, ມະນຸດສໍາພັນດີ.
# ຫນ້າທີ່ຮັບຜິດຊອບຫຼັກ:
– ຊ່ວຍວຽກຜູ້ອໍານວຍການໃຫຍ່
# ເອກະສານຕິດຄັດ:
– ໃບສະຫມັກ (ສາມາດຂຽນໄດ້ທີ່ບໍລິສັດ).
– ຊີວະປະຫວັດຫຍໍ້ພາສາລາວ ຫຼື ຈີນ.
– ໃບຢັ້ງຢືນທີ່ຢູ່.
– ໃບປະກາດແລະໃບຍ້ອງຍໍຕ່າງໆ.
– ສໍາມະໂນຄົວ ຫຼື ບັດປະຈໍາໂຕ.
– ໃບຄ້ໍາປະກັນ.
– ຮູບຖ່າຍ 3×4 ຈໍານວນ 1 ໃບ (ເພື່ອຕິດໃບສະຫມັກວຽກ).
4. ຕຳແຫນ່ງຫົວຫນ້າຫນ່ວຍບໍລິການ 1 ຕໍາແຫນ່ງ

# ຄຸນສົມບັດ:
• ເພດ ຊາຍ ຫຼື ຍິງ
• ອາຍຸ 25-35 ປີ
• ຈົບປະລິນຍາຕີຂຶ້ນໄປ ສາຂາບໍລິຫານທຸລະກິດ ຫຼື ສາຂາທີ່ກ່ຽວຂ້ອງ
• ຕ້ອງມີປະສົບການເປັນຜູ້ຈັດການເຂດ ຫຼື ຜູ້ຈັດການຝ່າຍຂາຍຢ່າງຫນ້ອຍ 2 ປີ
• ຕ້ອງເປັນຄົນຊື່ສັດ, ດຸຫມັ່ນ, ບຸກຄະລິກດີ, ອັດທະຍາໄສດີມັກໃນການຂາຍ, ບໍລິການລູກຄ້າ ແລະ ມີຄວາມກະຕືລືລົ້ນສູງ
• ຖ້າໄດ້ພາສາຈີນຈະພິຈາລະນາເປັນພິເສດ
# ຫນ້າທີ່ຮັບຜິດຊອບ:
• ຮັບຜິດຊອບວາງແຜນການຂາຍ, ການເກັບເງິນ ແລະ ບໍລິການລູກຄ້າ ຕາມເຂດທີ່ຕົນເອງຮັບຜິດດຊອບ
• ຕິດຕາມ, ກວດກາ ແລະ ຈັດແຈງ ຄວ້າມເປັນລະບຽບຮຽບຮ້ອຍພາຍໃນທີມ
• ລະຫຼຸບຍອດຂາຍ, ການເກັບເງິນ ແລະ ສ້ອມແປງ ປະຈໍາວັນ
• ຮັບຜິດຊອບຫນ້າວຽກອື່ນໆທີ່ຫົວຫນ້າມອບຫມາຍໃຫ້

5. ຮັບພະນິກງານອອກແບບ ແລະ ຊ່ວຍວຽກການຕະຫຼາດ 1 ຕຳແຫນ່ງ
# ຫນ້າທີ່ຮັບຜິດຊອບ
– ຮັບຜິດຊອບໃນການອອກແບບ ໂບຊົວ, ປ້າຍ ແລະ ສື່ໂຄສະນາຕ່າງໆ
– ປະສານງານກັບພາຍນອກເພື່ອໃຫ້ການໂຄສະນາໄປຕາມແຜນທີ່ວາງໄວ້
– ຈັດຕັ້ງປະຕິບັດການຈັດບູດ ໂຄສະນາ ແລະ ງານອີເວັ້ນຕ່າງໆ
– ລາຍງານການເຄື່ອນໄຫວກ່ຽວກັບກິດຈະກໍາການຕະຫຼາດແຕ່ລະມື້
• ນໍາພາພະນັກງານໃນທີມເຮັດໃຫ້ບັນລຸເປົ້າ
– ຮັບຜິດຊອບຫນ້າວຽກອືນໆທີ່ຫົວຫນ້າມອບຫມາຍໃຫ້
# ຄຸນນະສົມບັດຂອງຜູ້ສະຫມັກ
– ເພດ: ຊາຍ ຫຼື ຍິງ
– ອາຍຸ 22-30 ປີ
– ຈົບຊັ້ນສູງຂື້ນໄປ ໃນສາຂາ ຄອມພິວເຕີ, IT ຫຼື ສາຂາວິຊາທີ່ກ່ຽວຂ້ອງ
– ສາມາດນໍາໃຊ້ໂປຼແກມ PS ແລະ AI ໄດ້ເປັນຢ່າງດີ
– ຕ້ອງເປັນຄົນມີຄວາມຄິດສ້າງສັນ, ຊື່ສັດ, ດຸຫມັ່ນ ແລະ ມີຄວາມກະຕືລືລົ້ນສູງ
6. ຮັບສະຫມັກພະນັກງານໂທລະສັບ ( 2 ຕາໍແຫນ່ງ )
# ຄຸນສົມບັດຂອງຜູ້ສະຫມັກ
– ເພດຍິງ
– ອາຍຸ 20 – 28 ປີ
– ຈົບຊັ້ນກາງຂຶ້ນໄປ
– ຖ້າມີປະສົບການໃນການໂທຈະພິຈາລະນາເປັນພິເສດ
– ຮັກໃນວຽກທີ່ຕົນຮັບຜິດຊອບ
– ສາມາດນາໍໃຊ້ ( Microsoft Office ) ໄດ້
– ຮັບຕໍ່ອາລົມລູກຄ້າໄດ້
# ຫນ້າທີ່ຮັບຜິດຊອບ
– ຮັບຜິດຊອບເປົ້າຂອງການໂທໃນທຸກໆມື້
– ໂທແຈ້ງລູກຄ້າດ້ານໂປຣໂມຊັ່ນ ແລະ ການຈ່າຍຄ່າຮັບຊົມ
– ໂທສາໍຫລວດຄວາມເພິ່ງພໍໃຈຂອງລູກຄ້າ
– ຮັບໂທລະສັບເພື່ອແກ້ໄຂບັນຫາ ແລະ ຂໍ້ມູນທີ່ລູກຄ້າສອບຖາມ
ຫມາຍເຫດ : ຜູ້ສະຫນັກສາມາດມາຍື່ນຟອມທີ່ສໍານັກງານໃຫ່ຍ ( ບຶງຂະຫຍອງ )

——————————————–
ຕິດຕໍ່:021454446
ສົ່ງທາງອີເມວ: Lao.digitaltv20@gmail.com
ພ້ອມທັງ CVຫາອີເມວ:742931551@qq.com