ສຸດຍອດ!..ຄູ່ມື ລ້ຽງແບ້ ແບບມືອາຊີບ

0
3555

1. ຄຸນປະໂຫຍດຂອງການລ້ຽງແບ້

ແບ້ເປັນສັດກິນຫ້ຍາໄດ້ຫລາຍປະເພດຄືກັນກັບ ງົວ-ຄວາຍ, ສາມາດລ້ຽງໄດ້ທຸກເຂດແຂວງ ໃນປະເທດເຮົາ, ລ້ຽງງ່າຍ, ຂະຫຍາຍພັນໄວ, ໃຫ້ຜົນໄວ. ການລ້ຽງແບ້ມີຜົນດີກ່ວາການລ້ຽງສັດ ຫລາຍປະເພດ, ຊີ້ນແບ້ເປັນທີ່ນິຍົມກັນບໍລິໂພກປັດຈຸບັນມີຮ້ານຂາຍປີ້ງແບ້ເກືອບທຸກເຂດແຂວງ ໃນທົ່ວປະເທດ. ສະນັ້ນ, ຖ້າຫາກມີຄວາມພ້ອມ, ມີສະຖານທີ່ບ່ອນລ້ຽງທີ່ເຫມາະສົມການລ້ຽງແບ້ ຈະສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ດີສົມຄວນ.

2. ສະຖານທີ່ເຫມາະສົມສໍາລັບລ້ຽງແບ້.

– ເປັນບ່ອນໂນນ, ນ້ໍາບໍ່ຖ້ວມຂັງ, ອາກາດປອດໂປ່ງ ແລະ ຖ່າຍເທວີ

– ມີທົ່ງຫຍ້າ, ມີພືດຫລາຍປະເພດໃຫ້ແບ້ກິນໄດ້ຕະຫລອດປີ, ສະເລັ່ຍ 5 ໂຕ ຕໍ່ 1 ໄລ່

– ຫ່າງໄກຈາກສະຖານທີ່ປູກຝັງ, ມີແຫລ່ງນ້ໍາທີ່ສະອາດໃຫ້ແບ້ກິນຕະຫລອດປີ

– ເປັນບ່ອນທີ່ບໍ່ເຄີຍມີພະຍາດລະບາດມາກ່ອນ, ຫ່າງໄກຈາກບ່ອນທີ່ມີທາດເຄມີໄຫລຊືມ

– ມີຕະຫລາດຈໍາຫນ່າຍ (ມີຄົນນິຍົມກິນ)

3. ລັກສະນະຕ່າງໆ ຂອງຄອກແບ້

ໂດຍທົ່ວໄປແລ້ວຄອກແບ້ຕ້ອງເປັນຄອກຍົກພື້ນ. ຖ້າເປັນຄອກກັບພື້ນໃນຄອກຕ້ອງມີ ເຮືອນຮ້ານໃຫ້ແບ້ຂຶ້ນນອນ, ແອ້ມຄອກດ້ວຍໄມ້ຕີ້ວຫ່າງເພື່ອບໍ່ໃຫ້ແບ້ອອກໄປໄດ້, ຫລັງຄາມຸງ ດ້ວຍຫຍ້າຖ້າເປັນຄອກພັກນອນກາງຄືນມຸງສັງກະສີກໍ່ໄດ້.

• ລັກສະນະຄອກມີ 2 ແບບ.

1). ແບບຄອກຂັງພັກນອນກາງຄືນ.

– ສ້າງໃຫ້ມີຮ້ານໃນຄອກໃຫ້ແບ້ຂຶ້ນນອນ ສູງ 50 – 60 ຊມ, ແອ້ມຄອກດ້ວຍໄມ້ດິ້ວມຸງດ້ວຍ ຫຍ້າ ຫລື ສັງກະສີເພື່ອກັນຝົນ ແລະ ບໍ່ໃຫ້ພື້ນຄອກປຽກຊຸ່ມ. ໃນຄອກເອົາບັ້ງໄມ້ໄຜ່ເຈາະເປັນ ຮູນ້ອຍເອົາເກືອໃສ່ໄປຫ້ອຍໄວ້ໃນຄອກໃຫ້ແບ້ເລຍເວລາກັບມາຄອກ, ຂ້າງຄອກຄວນມີອ່າງນ້ໍາໃຫ້ແບ້ກິນ.

2). ຄອກສໍາລັບລ້ຽງແບບຂັງ

ຄອກລ້ຽງແບບຂັງມີ : ສໍາລັບລ້ຽງຫລາຍໂຕ ແລະ ສໍາລັບລ້ຽງຫນ້ອຍໂຕ, ສ້າງຄອກແບບຍົກ ພື້ນສູງ, ພື້ນຄອກສູງ 50 – 70 ຊມ, ມຸງຫຍ້າ ຫລື ຟາກໄມ້, ສາມາດກັນແດດກັນຝົນໄດ້ດີ, ໃນ ຄອກມີຮາງອາຫານ ແລະ ຮ້ານບ່ອນໃສ່ຄຸ ຫລື ຊາມນ້ໍາໃຫ້ແບ້ກິນເປັນປະຈໍາ, ບ່ອນຕັ້ງຄອກຕ້ອງ ໄດ້ຮັບແສງແດດທັງເຊົ້າ ແລະ ແລງ, ມີລົມລ່ວງດີເພື່ອໃຫ້ພື້ນຄອກບໍ່ຊຸ່ມເກີນໄປ. ຝາ ແລະ ພື້ນ ຄອກຕ້ອງແຫນ້ນຫນາດີ, ມີຮົ້ວອ້ອມເວີງຄອກທີ່ແຫນ້ນຫນາເພື່ອບໍ່ໃຫ້ສັດທາງນອກເຂົ້າມາໃນຄອກ ແລະ ບໍ່ໃຫ້ແບ້ທາງໃນອອກໄປໄດ້, ແຄມຮົ້ວຄວນປູກຕົ້ນໄມ້ທີ່ເປັນອາຫານໃຫ້ແບ້ໄດ້ເຊັ່ນ: ຕົ້ນ ກະຖິນ, ຖົ່ວແຮ, ຕົ້ນກະທັນ… ເພື່ອໃຫ້ແບ້ໄດ້ກິນເວລາປ່ອຍອອກຈາກຄອກໃຫ້ແບ້ອອກກໍາລັງ ກາຍແຕ່ລະວັນ

4. ການຄັດເລືອກພັນ ແລະ ການປະສົມພັນ.

4.1. ການຄັດເລືອກແບ້ເພື່ອໄວ້ເຮັດພັນ.

– ເລືອກເອົາໂຕທີ່ມີອາຍຸ 5 – 6 ເດືອນ ຫລື ແບ້ປະນົມແລ້ວ

– ຮູບຊົງພາຍນອກໂດຍທົ່ວໄປງາມ, ມີຂະຫນາດໃຫ່ຍກ່ວາຫມູ່ໃນຈໍານວນແບ້ທີ່ມີອາຍຸເທົ່າກັນ, ເພດ ດຽວກັນ , ມີຮູບຮ່າງສົມບູນ, ຂາຫນ້າ ແລະ ຂາຫລັງແຂງແຮງ ແລະ ທ່າທາງການຍ່າງສະຫງ່າຜ່າ ເຜີຍ, ຂາຫລັງບໍ່ງໍ ຫລື ບິດເຂົ້າຫາກັນຫລາຍ, ກີບຕີນບໍ່ຍາວເກີນໄປ ແລະ ທໍ່ກັນ.

– ຕົວຜູ້: ມີລູກອັນທະສົມບູນຄົບຖ້ວນ, ເທົ່າກັນ, ຫລັງບໍ່ແອ່ນຫລາຍ, ສົ້ນນ່ອງສູງ, ລັກສະນະ ແຂງແຮງ, ວ່ອງໄວ, ຫາອາຫານກິນເກັ່ງ, ແວວຕາສົດໃສບໍ່ເຊື່ອງຊືມ.

– ຕົວແມ່: ຕ້ອງມາຈາກແມ່ທີ່ມີສາຍພັນດີ, ຫົວນົມບໍ່ບອດ ແລະ ໃຫ້ລູກແຝດທຸກຄັ້ງ, ບໍ່ເຄີຍລຸ ລູກ, ລ້ຽງລູກເກັ່ງ, ນິດໄສດີ

4.2 ການປະສົມພັນ.

ແບ້ພໍ່ແມ່ພັນທີ່ຈະໃຫ້ປະສົມພັນຄວນມີອາຍຸ 7 ເດືອນ ຫາ 1 ປີ, ນ້ໍາຫນັກ 16 ກິໂລກຼາມຂຶ້ນ ໄປຖ້າອາຍຸນ້ອຍກ່ວານີ້ຈະເປັນຜົນກະທົບເຖິງການຈະເລີນເຕີບໂຕຕໍ່ແມ່ ແລະ ລູກ. ການປະສົມ ພັນມີຫລາຍແບບ, ຊາວບ້ານເຄີຍປະຕິບັດມາແມ່ນປ່ອຍແບ້ຜູ້ ໃຫ້ປະສົມແບ້ແມ່ຕາມໃຈມັກ, ສະນັ້ນຈິ່ງມີໂອກາດທີ່ພໍ່ເຊີງລູ, ລູກເຊີ່ງແມ່ ຫລື ແບ້ທີ່ເກີດຈາກແມ່ດຽວກັນເຊີງກັນເອງ, ການ ປະສົມພັນແບບນີ້ແມ່ນການປະສົມພັນແບບສາຍເລືອດດຽວກັນມີຜົນເສຍຫລາຍ. ເພາະລູກເກີດ ມາຈະບໍ່ແຂງແຮງ, ມັກເກີດພະຍາດ, ຄອດໄປເລື້ອຍໆ ການປະສົມພັນແບບຕ່າງສາຍເລືອດ, ວິທີ ນີ້ລູກເກີດມາຈະໂຕໃຫ່ຍ, ແຂງແຮງ, ບໍ່ມັກເກີດພະຍາດຖ້າຍາກໄດ້ແບ້ທີ່ແຂງແຮງໂຕໃຫ່ຍເຮົາ ຄວນຊອກພໍ່ພັນທີ່ຕ່າງສາຍພັນກັບຕົວແມ່ເຊັ່ນ: ເອົາພໍ່ພັນຕ່າງປະເທດມາປະສົມກັບແມ່ພັນພື້ນ

ເມືອງຈະໄດ້ລູກປະສົມທີ່ທົນທານຕໍ່ສະພາບແວດລ້ອມໃນທ້ອງຖິ່ນຄືແມ່ແຕ່ໂຕໃຫ່ຍແຂງແຮງຄືພໍ່. ວິທີການປະສົມພັນ: ປ່ອຍແບ້ຜູ້ຢູ່ກັບແບ້ແມ່ຕລອດເວລໃນອັດຕາສ່ວນແບ້ຜູ້ 1 ໂຕ ຕໍ່ແບ້ແມ່ 25 ໂຕ. ຮອບວຽນໄຂ່ສຸກ ( ປະຈໍາເດືອນ) ຂອງແບ້ແມ່ນ 17-21 ວັນ, ແບ້ແມ່ຕ້ອງການປະສົມພັນ ແລະໄດ້ຜົນແມ່ນມື້ທີ 2 ຫລື ຊົ່ວໂມງທີ່ 30 – 36 ຂອງໄລຍະຖືເຊີງ, ແບ້ແມ່ຖືເຊີງສະແດງອາ ການອອກດັ່ງນີ້: ຮ້ອງ, ຕົກໃຈງ່າຍ, ອະໄວຍະວະເພດຕືງ ແລະ ມີນ້ໍາເມືອກໃສໄຫລອອກມາ.

4.3. ການເກີດລູກ

ແບ້ຖືພາ 145 – 155ວັນ , ກ່ອນມື້ເກີດລູກເຕົ້ານົມ ແລະ ຂັ້ວນນົມຈະເບັງໃຫ່ຍ, ສຽງຮ້ອງຕໍ່າ ຄ້ອຍ, ຫາຍໃຈແຮງ, ໃຈຮ້າຍ, ໃຊ້ຕີນຄູດດິນເປັນໂພງກ້ວາງ, ມີນ້ໍາໄຫລອອກມາຕາມຊອ່ງຄອດ. ເມື່ອເຫັນອາການດັ່ງກ່າວຜູ້ລ້ຽງຕ້ອງຂັງໄວ້ບ່ອນຕ່າງຫາກອະນາໄມພື້ນບໍລິເວນບ່ອນຂັງໃຫ້ສະອາດ, ເອົາເຟືອງຫລືກະເປົາຮອງປະໄວ້ໃຫ້ແບ້ເກີດລູກເອງ, ເວລາແບ້ເກີດໃຫມ່ຜູ້ລ້ຽງຄວນເອົາແພເຊັດນ້ໍາ ເມືອກອອກຈາກດັງຂອງມັນແລ້ວປະໃຫ້ແມ່ແບ້ເລຍເອງ, ເອົາເສັ້ນຝ້າຍມັດສາຍແຫ່ຫ່າງຈາກທ້ອງ 2,5 ຊັງຕີແມັດ, ແລ້ວຕັດຫ່າງຈາກບ່ອນມັດ 1 ຊັງຕີແມັດ, ທາຢາເຫລືອງຫລືຢາແດງໃສ່ເພື່ອບໍ່ໃຫ້ ຕິດເຊື້ອ

ຫລັງຈາກແມ່ແບ້ເກີດລູກອອກຫມົດແລ້ວ, ເອົານ້ໍາປະສົມເກືອຈ່າງໆ ໃຫ້ກິນ, ລ່າມໄວ້ບ່ອນທີ່ ປອດໄພ ຫລື ຂັງໄວ້ໃນຄອກເກີດ, ໃຫ້ອາຫານ ແລະ ນ້ໍາຢ່າງພຽງພໍພາຍໃນ 2 ອາທິດແບ້ນ້ອຍທີ ເກີດໃຫມ່ຕົວໃດເປັນຕົວຜູ້ທີ່ຈະລ້ຽງເພື່ອຈໍາຫນ່າຍຕະຫລາດກໍ່ຄວນຕອນເມື່ອອາຍຸ 2 ອາທິດດ້ວຍ ວິທີດັ່ງນີ້: ວິທີທີ 1: ໃຊ້ມີດຜ່າເອົາລູກອັນທະທັງສອງຂ້າງອອກແລ້ວໃຊ້ຢາຂ້າເຊື້ອ ແລະ ຢາຮັກສາບາດແຜທາ ວິທີທີ 2: ໃຊ້ເຫລັກເຜົາໄຟຈີ້ຫລືຫນີບດ້ານນອກຂອງຖົງອັນທະ ວິທີທີ 3: ໃຊ້ຢາບ້ວງຫັດສວ່ນເທິງຂອງລູກອັນທະໄວ້ໃນໄລຍະແບ້ຍັງນ້ອຍ ( ເປັນວິທີທີ່ບໍ່ດີ) ວິທີທີ 4: ໃຊ້ຄີມຕອນສັດຫນີບສວ່ນເທິງຂອງຖົງອັນທະ (ເປັນວິທີທີ່ງ່າຍ)

5. ວິທີການລ້ຽງແບ້.

ວິທີການລ້ຽງແບ້ມີ 4 ແບບ;

– ການລ້ຽງແບບປ່ອຍໃຫ້ຫາກິນເອງ

– ການລ້ຽງແບບຜູກລ່າມ

– ການລ້ຽງແບບຂັງຄອກ

– ການລ້ຽງແບບເຄິ່ງຂັງເຄິ່ງປ່ອຍ

5.1. ການລ້ຽງແບບປ່ອຍໃຫ້ຫາກິນເອງ.

ເປັນການລ້ຽງທີ່ງ່າຍດາຍ, ລົງທຶນຕໍ່າ ຊຶ່ງລວມມີ 3 ແບບຄື:

– ແບບປ່ອຍໃຫ້ຫາກິນເອງແບບອິດສະຫລະ : ວິທີນີ້ງ່າຍດາຍແຕ່ຜົນຮັບບໍ່ສູງ ແລະ ມັກມີບັນຫາ, ມີຄວາມສ່ຽງສູງເພາະແບ້ເປັນສັດທີ່ມີນິດໃສຊຸກຊົນຫາກິນເຄື່ອງປູກຂອງຝັງຂອງຊາວບ້ານສະນັ້ນ, ແບ້ຈະມັກຖືກຕີ, ຖືກຫມາກັດໂດຍສະເພາະແບ້ນ້ອຍ, ແບ້ຖືພາຖືກຕີແລ້ວລຸລູກຍິ່ງໄປກ່ວານັ້ນກໍ່ມີ ບັນຫາກັບພີ່ນ້ອງໃນບ້ານດຽວກັນ. ການລ້ຽງແບ້ແບບນີ້ຜົນໄດ້ຮັບບໍ່ສູງເພາະປ່ອຍໄປທົ່ວທີບ, ເມື່ອແບ້ສາວ ຫລື ແບ້ແມ່ຖືເຊີງແບ້ຜູ້ກໍ່ຈະເຊີງຊຶ່ງບາງຄັ້ງອາດແມ່ນພໍ່ເຊີງລູກ, ລູກເຊີງແມ່, ຫມູ່ທີ່ເກີດ ຈາກແມ່ດຽວກັນເຊີງກັນເອງ, ລູກເກີດມາຈະບໍ່ແຂງແຮງ, ມັກເກີດພະຍາດ ເພາະແມ່ນແບ້ທີ່ມີ ສາຍເລືອດດຽວກັນ(ສາຍເລືອດຊິດ)

– ແບບປ່ອຍໃຫ້ຫາກິນເອງແຕ່ຢູ່ພາຍໃຕ້ການຄວບຄຸມຂອງເຈົ້າຂອງ: ການລ້ຽງແບບນີ້ກໍ່ຄ້າຍຄື ແບບທີ 1 ແຕ່ວ່າເຈົ້າຂອງຜູ້ລ້ຽງຈະເປັນຜູ້ດູແລຄວບຄຸມໃຫ້ຢູ່ຮ່ວມກັນເປັນຝູງ ແລະ ຄອຍຕ້ອນໄປຍັງບ່ອນທີ່ຕ້ອງການ, ສະນັ້ນຜົນຮັບກໍ່ຈະສູງກ່ວາ.

– ແບບປ່ອຍໃຫ້ຫາກິນໃນທົ່ງຫຍ້າ: ເປັນວິທີການທີ່ດີແຕ່ຜູ້ລ້ຽງຕ້ອງມີທົ່ງຫຍ້າ ຫລື ຂອບເຂດບ່ອນ ລ້ຽງມີຮົ້ວອ້ອມເປັນລັອກແລ້ວປ່ອຍໃຫ້ແບ້ເຂົ້າກິນ, ມີການຫາພັນຫຍ້າທີ່ແບ້ກິນມາປູກ, ສ້າງແຫ ລ່ງນ້ໍາໃຫ້ແບ້ກິນໃນເດີ່ນຫຍ້າ, ວິທີນີ້ເຫມາະແກ່ການລ້ຽງເປັນສິນຄ້າ ແລະ ມີແບ້ເປັນຈໍານວນຫລາຍ ພໍສົມຄວນ, ມີການຈັດການທຸກດ້ານທີ່ດີ, ມີການໃຊ້ຈ່າຍເພີ່ມຂຶ້ນເພາະຕ້ອງບໍາລຸງຮັກສາເດີ່ນຫຍ້າ, ຂະຫນາດຂອງເດີ່ນຫຍ້າທີ່ເຮັດເປັນລັອກເຫມາະສົມ 3 ຫາ 5 ໂຕ ຕໍ່ໄລ່

5.2. ການລ້ຽງແບບຜູກລ່າມ

– ເປັນການລ້ຽງແບບຫນຶ່ງທີ່ດີເພາະແບ້ຈະບໍ່ໄດ້ໄປທໍາລາຍຜົນລະປູກຕ່າງໆ, ຜູ້ລ້ຽງຈະຕ້ອງ ຫາບ່ອນທີ່ມີຫຍ້າແລ້ວນໍາແບ້ໄປລ່າມໄວ້ໂດຍມີການຍ້າຍບາງຄັ້ງຄາວ (ວັນລະ 1-2 ຄັ້ງ) ເອົານ້ໍາໃຫ້ ແບ້ກິນຕອນທ່ຽງ ແລະ ຕອນຄໍ່າ, ວິທີການລ້ຽງແບບນີ້ນອກຈາກໃຫ້ແບ້ກິນຫຍ້າໃນບ່ອນລ່າມ ແລ້ວຍັງຕ້ອງໄດ້ຊອກພືດ, ໃບໄມ້ທີ່ແບ້ກິນໃຫ້ຕື່ມອີກເປັນຕົ້ນໃບກັນຖິນ, ໃບກະທັນ, ໃບເດື່ອ..

5.3. ການລ້ຽງແບບຂັງຄອກ.

– ເປັນການລ້ຽງທີ່ຕ້ອງລົງທຶນຂ້ອນຂ້າງສູງເພາະຕ້ອງໄດ້ສ້າງຄອກຕ່າງກັບຄອກພັກນອນ ກາງຄືນ, ຕ້ອງໄດ້ຫາອາຫານມາໃຫ້ແບ້ກິນ, ໄດ້ລົງທຶນປູກຫຍ້າທີ່ມີຄຸນຄ່າທາງອາຫານໃຫ້ແບ້ເຊັ່ນ: ຫຍ້າເນເປຍ, ພືດຕະກຸນຖົ່ວ,ຕົ້ນກະຖິນ…ພ້ອມນັ້ນຍັງຕ້ອງໄດ້ປຸງແຕ່ງອາຫານໃຫ້ແບ້ຕື່ມອີກ.ຕາມ ຄວາມເຫມາະສົມຖ້າລ້ຽງແບ້ 5 – 6 ໂຕ ຕ້ອງມີເນື້ອທີ່ປູກຫຍ້າ 1 ໄລ່, ການລ້ຽງແບບນີ້ມີຜົນດີເຊັ່ນ: ແບ້ບໍ່ສາມາດໄປກິນເຄື່ອງປູກຂອງຝັງຊາວບ້ານ, ບໍ່ລົບກວນເພື່ອນບ້ານຂ້າງຄຽງ, ແບ້ບໍ່ຕິດ ເຊື້ອພະຍາດໄດ້ງ່າຍຄືແບບປ່ອຍ, ການລ້ຽງແບບນີ້ເຫມາະສົມສໍາລັບຜູ້ມີທຶນ, ມີແຮງງານ ແລະ ສະ ຖານທີ່ປູກຫຍ້າພຽງພໍ.

5.4. ການລ້ຽງແບບເຄິ່ງຂັງເຄິ່ງປ່ອຍ.

– ເປັນວິທີການລ້ຽງແບບປະສົມເພາະຜູ້ລ້ຽງຕ້ອງຂັງແບ້ໄວ້ໃນຄອກ ແລະ ຫາອາຫານມາໃຫ້ ແບ້ໃນໄລຍະທີ່ມີການປູກຝັງ ແລະ ໄລຍະທີ່ມີຫຍ້າພຽງພໍແຕ່ໄລຍະໃດຫາກບໍ່ມີການປູກຝັງກໍ່ປ່ອຍ ແບ້ໄປຫາກິນເອງ ຫລື ຜູກລ່າມໄວ້ບ່ອນໃດຫນຶ່ງທີ່ເຫັນວ່າເຫມາະສົມ. ຖ້າຜູ້ລ້ຽງຫາກມີສວນປູກຫຍ້າແຕ່ບໍ່ພຽງພໍ ແລະ ມີສວນທີ່ພໍປ່ອຍ ໃຫ້ຢູ່ໃນຂອບເຂດເຊັ່ນ: ສວນປູກໄມ້ໃຫ້ຫມາກ ທີ່ຕົ້ນໄມ້ ໃຫ່ຍສູງແລ້ວ, ອາດຈະຂັງແບ້ໄວ້ຕອນເຊົ້າ, ໃຫ້ອາຫານປຸງແຕ່ງໄວ້ໃຫ້ແບ້ກິນໃນຄອກ ແລະ ປ່ອຍ ອອກໄປຫາກິນຫຍ້າໃນສວນໄລຍະຕອນຄ້າຍແລງ.

6. ອາຫານແລະການປຸງແຕ່ງອາຫານໃຫ້ແບ້

• ອາຫານ

ອາຫານແບ້ເປັນພືດສົດຕ່າງໆເປັນຕົ້ນ: ຫຍ້າ ແລະ ໃບໄມ້ຕາມທໍາມະຊາດ, ແບ້ເປັນສັດກິນ ຫຍ້າເກືອບທຸກຊະນິດໃບ. ສະນັ້ນ, ອາຫານແບ້ຈິ່ງຫາໄດ້ງ່າຍ, ພືດອາຫານແບ້ກໍ່ຄ້າຍຄືພືດອາຫານ ງົວ-ຄວາຍເປັນຕົ້ນ: ຫຍ້າເນເປຍ, ຖົ່ວສະຕາຍໂລ, ໃບກັນຖິນ, ໃບກະທັນ, ໃບຂາມ, ໃບຖົ່ວ ຕ່າງໆ ແລະ ອື່ນໆ.

• ການປຸງແຕ່ງອາຫານແບ້.

ການປຸງແຕ່ງອາຫານແບ້ມີຄວາມຈໍາເປັນສໍາລັບຜູ້ລ້ຽງແບ້ແບບຂັງ ແລະ ໃນລະດູທີ່ຂາດແຄນ ຫຍ້າສະນັ້ນ, ຕ້ອງໄດ້ມີອາຫານໃຫ້ແບ້ກິນປົກກະຕິທຸກວັນ, ອາຫານປຸງແຕ່ງເອງປະກອບມີວັດ ສະດຸຕ່າງໆດັ່ງນີ້:

– ຮໍາອ່ອນ 5 ສວ່ນ

– ສາລີເມັດ 3 ສ່ວນ

– ກາກຫມາກພ້າວ 1 ສວ່ນ

– ເກືອ1 ສ່ວນ

ເອົາສວ່ນປະກອບທັງສີ່ປະສົມເຂົ້າກັນໃຫ້ລະອຽດໃຫ້ແບ້ກິນສະເລັ່ຍແລ້ວ 10% ຂອງນ້ໍາຫນັກ ຕົວຕໍ່ວັນ.

• ການປະສົມອາຫານເຂັ້ມຂຸ້ນ: ສວ່ນປະກອບ ແລະ ວິທີປຸງແຕ່ງ:

– ສາລີບົດ 20 ສວ່ນ

– ຮຳອ່ອນ 20 ສ່ວນ

– ກາກນ້ໍາຕານ 10 ສ່ວນ

– ຕົ້ນຖົ່ວແຫ້ງບົດ 40 ສ່ວນ

– ກາກຖົ່ວເຫລືອງ 10 ສ່ວນ .

ເອົາວັດສະດຸທັງ 5 ຢ່າງປະສົມເຂົ້າກັນໃຫ້ລະອຽດເກັບມ້ຽນໄວ້ບ່ອນທີ່ແຫ້ງ, ເອົາໃຫ້ແບ້ກິນ ແຕ່ລະວັນສະເລັ່ຍວັນລະ 3% ຂອງນ້ໍາຫນັກຕົວ (ອາຫານປຸງແຕ່ງແລ້ວຕ້ອງໃຫ້ກິນຫມົດພາຍໃນ 15 ວັນ)

7. ການປຸງແຕ່ງກ້ອນແຮ່ທາດ

– ກ້ອນເກືອແຮ່ທາດປະກອບດ້ວຍເກືອ ແລະ ແຮ່ທາດຕ່າງໆ ເມື່ອແບ້ໄດ້ກິນເຂົ້າໄປຈະເຮັດໃຫ້ມີການຂະຫຍາຍຕົວແຂງແຮງ, ໃຫ້ນ້ໍານົມສູງ, ກະດູກແຂງແກ່ນນອກນັ້ນຍັງເຮັດໃຫ້ແບ້ຈື່ຄອກໄດ້ດີ (ກໍລະນີລ້ຽງແບບປ່ອຍ)

– ສ່ວນປະກອບ : ກະດູກບົດ 4 ສ່ວນ+ເກືອກິນ 2 ສວ່ນ+ດິນໂພນ 1 ສ່ວນ

– ວິທີປຸງແຕ່ງ: ເອົາກະດູກໄປເຜົາໄຟໃຫ້ກາຍເປັນສີຂາວແລ້ວນໍາໄປຕໍາໃຫ້ມຸ່ນຕອງເອົາແຕ່ສວ່ນທີ່ ເປັນຝຸ່ນ. ເອົາດິນໂພນມາຕໍາໃຫ້ມຸ່ນຕອງເອົາສ່ວນທີ່ເປັນຝຸ່ນ, ປະສົມສ່ວນປະກອບທັງສາມໃຫ້ເຂົ້າກັນດີໂດຍເຕີມນ້ໍາລົງເທື່ອລະນ້ອຍໃຫ້ພໍດີຫນຽວແລ້ວຖອກລົງໃສ່ຖ້ວຍທີ່ເຈາະຮູນ້ອຍໆ. ເພື່ອໃຫ້ ນ້ໍາໄຫລຊຶມຜ່ານອອກໄປປະໄວ້ຈົນແຫ້ງແຂງແລ້ວນໍາໄປໃຫ້ແບ້ເລຍແຕ່ລະວັນ.

່• ກ້ອນແຮ່ທາດວິຕາມິນ:

– ສ່ວນປະກອບ: ເກືອ 5 ສວ່ນ + ເປືອກຫອຍບົດຫລືຫີນປູນ 1 ສວ່ນ+ວິຕາມິນແຮ່ທາດ (ຟລີມິກ) 1/ 2 ສວ່ນ

– ວິທີປະສົມ: ປະສົມວັດສະດຸທັງສາມຢ່າງເຂົ້າກັນໃຫ້ລະອຽດໂດຍເຕີມນໍ້າລົງເທື່ອລະນ້ອຍໃຫ້ພໍ ດີຫນຽວແລ້ວຖອກລົງໃສ່ຖ້ວຍທີ່ເຈາະຮູນ້ອຍໆ ເພື່ອໃຫ້ນ້ໍາໄຫລຊຶມຜ່ານອອກໄປ ຫລື ໃສ່ແບບ ໄມ້ປະໄວ້ຈົນແຫ້ງແຂງແລ້ວນໍາໄປໃຫ້ແບ້ເລຍແຕ່ລະວັນ.

8. ພະຍາດ, ການປ້ອງກັນ ແລະ ປິ່ນປົວ.


ອ້າງອີງຈາກ: ກົມການສຶກສານອດໂຮງຮຽນ

ອອກ​ຈາກການຕອບ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້