ຄວນອ່ານໃຫ້ຈົບ!..ຈົດຫມາຍຈາກຍົມມະທູດຄົນມີບຸນຫຼາຍຈື່ງອ່ານຈົບ

0
1407

ມີຜູ້ຊາຍຄົນຫນື່ງ ອາຍຸປະມານ 35 ປີ, ເສຍຊີວິດກະທັນຫັນ ຈາກອຸປະຕິເຫດ. ລາວໄດ້ຖືກຄວບຄຸມລາກ ດົງດວງວິນຍານໄປຈົນຮອດແດນນາຮົກ, ເພື່ອກວດກາຄົດໄລ່ ເບິ່ງນັ້ນຄືບາບ-ບຸນ ລໍຖ້າຕັດສິນວ່າຈະໄດ້ໄປສະຫວັນ ຫຼື ລົງນາຮົກ ຕາມກໍາດີ ກໍາຊົ່ວທີ່ໄດ້ສ້າງໄວ້ຕອນຍັງມີຊີວິດ, ເມື່ອໄປຮອດແດນນາຮົກ… ລາວເຫັນດວງວິນຍານຈໍານວນນັບບໍ່ຖ້ວນ, ບໍ່ວ່າ ຈະແມ່ນຊົນຊາດ,ຊົນເຜົ່າໃດ, ຄົນປະເທດໃດກໍ່ມາຮ່ວມຢູ່ຈຸດດຽວກັນຫມົດ.

ມີທັງຜູ້ເຖົ້າຜູ້ແກ່,ໄວກາງຄົນ,ຫນຸ່ມສາວ ຈົນໄປຮອດຜູ້ທີ່ຍັງເປັນແອນ້ອຍກໍ່ມີ. ຜູ້ຈະຮ້ອງໄຫ້ໂຫຍຫວນຫາພໍ່ແມ່, ທັງປ່ວງບ້າ, ທັງຖືກລາກໄປກັບພື້ນ, ທັງອ້ອນວອນຮ້ອງຂໍຊີວິດ…ມັນເຮັດໃຫ້ລາວຢ້ານກົວເປັນທີ່ສຸດ..! ເເຕ່ເມື່ອຖືກລາກມາຮອດປະຕູ ແດນນາຮົກ ພາບທີ່ເຫັນຢູ່ຕໍ່ຫນ້າເຮັດໃຫ້ທຸກໆຄົນສັ່ນສະທ້ານ ແລະ ມົດງຽບບໍ່ກ້າເອີ່ຍປາກແມ້ແຕ່ຄໍາດຽວ.. ຍ້ອນຜູ້ທີ່ຢູ່ຕໍ່ຫນ້າເຂົາເຈົ້າທຸກຄົນ ກໍ່ຄື…ຍົມມະທູດຜູ້ຄຸມນາຮົກທັງ 10 ຂຸມ

ຜູ້ມີຮ່າງກາຍອັນສູງໃຫຍ່ ເກືອບຊໍ່າຈ໊ກ 10 ຊັ້ນ, ໃບຫນ້າເປັນສີແດງ , ໃສ່ເຄື່ອງປະດັບກາຍເປັນຫົວກະໂຫຼກຂອງມະນຸດຜູ້ສ້າງ ບາບກໍມະຫັນ! ດວງວິນຍານທຸກດວງ ນັ່ງຄຸກເຂົ້າເປັນແຖວຍາວ ເພື່ອລໍຖ້າຟັງຄໍາຕັດສົນຈາກຍົມມະທູດ.ເຖິງຈະນັ່ງຢູ່ໄກ ຊໍ່າໃດ ທຸກຄົນກໍ່ໄດ້ຍິນສຽງຂອງຍົມມະທູດກ້ອງກັງວານ ຢ່າງຊັດເຈນ! ໂດຍສະເພາະຕອນຕັດສິນໂທດແກ່ດວງວິນຍານຜູ້ ສ້າງບາບກໍາຫນັກໃນໂລກມະນຸດ.. ຍົມມະທູດຈະແຜດຮ້ອງຈົນແສບແກ້ວຫູ ,

ທ່ີບພຸ້ນນາຮົກຈົນສັ່ນສະເທືອນ, ຊີ້ຫນ້າມະນຸດຜູ້ກະທໍາຄວາມຜິດ ແລະ ສັ່ງໃຫ້ຜູ້ຄຸມນາຮົກ ລາກດວງວິນຍານດັ່ງກ່າວ ໄປ ລົງໂທດຕາມກໍາທີ່ໄດ້ສ້າງໄວ້! ມີບາງຄົນຕົວະຕົ້ມຫຼອກລວງ,ຂ້າສັດເປັນອາຊີບ,ລັກລອບຄົບຊູ້ ຊູບ່າວ, ລັກມີເມຍນ້ອຍຫ້ອຍ ເມຍປາຍ, ບາງຄົນຕົດສຸລາຈົນຂາດສະຕິ, ບາງຄົນກິນຢາບ້າ ຄ້າຢາເສບຕິດ, ບາງຄົນລັກຊັບ ໂກງກີນເງີນຫຼວງ, ໂລບກິນເງິນວັດ ເອົາຂອງເພີ່ນມາເປັນຂອງຕົນ…(ຜີດສິນ 5) ບໍ່ວ່າຈະສ້າງບາບກໍາໃນຮູບແບບໃດ

ເຖິງແມ່ນວ່າໃນໂລກມະນຸດເຮົາຈະຫນີຄວາມຜິດນັ້ນໄດ້ ແຕ່ບໍ່ອາດຫນີພື້ນກົດແຫ່ງກໍາໄດ້ແມ້ແຕ່ຂໍ້ດຽວ..! ເມື່ອໃກ້ຈະຮອດຜຽນລາວ.. ມີພໍ່ຕູ້ຄົນຫນື່ງ ອາຍຸປະມານ 80 ປາຍນີ້.. ເອີ່ຍປາກຖາມຍົມມະທູດວ່າ : “ ກ່ອນຈະຮັບເອົາດວງວິນຍານຂອງຂັງນ້ອຍ….ທ່ານຄືບໍ່ບອກ ບໍ່ເຕືອນຂ້ານ້ອຍຈັກຫນ້ອຍແດ່…ເພື່ອຈະໄດ້ເວລາສັ່ງລາລູກຫຼານ.”ຍົມມະທູດຊຶ້ງຕາເບິ່ງພໍ່ຕູ້ ແລ້ວ ຕອບວ່າ : “ ເຮົາເຕຶອນເຈົ້າແລ້ວ! ” ພໍ່ຕູ້ຖາມ : “ ເຕືອນແນວໃດຂ້ານ້ອຍ? “

ຍີ້ມມະທູດ : “ ເຮົາສັ່ງຈັດຫມາຍໄປເຮືອນ ! ສະບັບທີ 1. ຜົມເລີ້ມຫງອກ ສະບັບທີ 2. ສຸຂະພາບເລີ່ມອ່ອນແອ ສະບັບທີ່ 3. ຜິວຫນັງແຫວຍານ ສະບັບທີ່ 4. ສາຍຕາເລີ່ມຟາງ ແນມໄກໆ ບໍ່ເຫັນ, ບາງຄັ້ງແນມໃກ້ໆບໍ່ເຫັນ ສະບັບທີ່ 5. ຫູ ເລີ່ມຟັງບໍ່ໄດ້ຍິນ ສະບັບທີ່ 6. ແຂ້ວຫຸ້ນ ສະບັບທີ່ 7. ຂີ້ຫຶງ ຂີ້ລືມ , ກົນແລ້ວກໍ່ວ່າບໍ່ໄດ້ກິນ ບາງຄັ້ງບໍ່ຈື່ຮອດລູກຫຼານຂອງຕົນ. ຊໍ່ານີ້.! ເອີ້ນ ວ່າເຖື່ອນ ແລ້ວບໍ່!!?? ” ພໍ່ຕູ້ : “ໂດຍຂ້ານ້ອຍ.. ” ແລ້ວພໍ່ຕູ້ກໍ່ນັ່ງສະຫງົບ.. ລໍຖ້າຟັງຄໍາຕັດສິນຈາກຍົມມະທູດ. ເມື່ອມາຮອດ ຜຽນຂອງຊາຍຫນຸ່ມ ດ້ວຍຄວາມຂ້ອງຄາໃຈ , ລາວເລີຍຖາມຍົມມະທູດ ທັງນໍ້າຕາ ວ່າ :

“ ຂ້ານ້ອຍບໍ່ໄດ້ຮັບຈົດຫມາຍເປື້ອນຈາກທ່ານ ຈັກສະບັບ, ຜົມກໍ່ຍັງບໍ່ທັນຫງອກ, ຜີວຫນັງກໍ່ຍັງບໍ່ທັນແຫ່ວຍານ, ສຸຂະພາບຂ້າ ນ້ອຍແຂງແຮງດີ ເປັນຫຍັງຄືມາຮັບເອງຂ້ານ້ອຍກະທັນຫັນແບບນີ້: ຂ້ານ້ອຍຍັງບໍ່ທັນໄດ້ສັ່ງລາພໍ່ແມ່, ລູກ ເມຍ ເລີຍ.. ” ຍົມມະທູດເສື້ອກຕາເບິ່ງລາວບາດຫນຶ່ງ ແລ້ວຕອບ : “ເຮົາສັ່ງໄປແຈ້ງເຕືອນເຈົ້າຫຼາຍສະບັບແລ້ວ!! ” ຜູ້ຊາຍຄົນນັ້ນ ຖາມ:“ເຕືອນແນວໃດຂ້ານ້ອຍ? ” ຍົມມະທູດຕອບ: “ ຈັດຫມາຍສະບັບທີ່ 1.ພົບເຫັນອຸບັດຕິເຫດ, ມື້ຄືນຕາຍຢູ່ຕາມທາງ ສະບັບທີ່ 2. ຫມູ່ສະ ຫມົດຕາຍຈາກ ສະບັບ 3. ຂີ່ລົດຈັກດ້ວຍຄວາມໄວ ໃນຕໍາໃສ່ກໍາແພງເຮັດໃຫ້ ແຂນຫັກ

ສະບັບທີ່ 4.ພີ່ນ້ອງເສຍຊິວິດ ສະບັບທີ່ 5.ຜິດຖຽງກັບເມຍຂະນະທີ່ຂັບລັດໃຫຍ່ ເລັ່ງຄວາມໄວທີງຂາດສະຕິ ຕໍາເອົາເສົາໄຟ ່ ບາດເຈັບແລະເສຍຊັບ ສະບັບທີ່ 6.ຄົນຂ້າງເຮືອນເສຍຊີວິດ ທັງຫມົດນີ້…ແມ່ນຈັດຫມາຍເຖື່ອນຈາກເຈົ້າ! ເຮົາແຈ້ງບອກແລ້ວ

ວ່າ ຄວາມຕາຍມີຢູ່ໃກ້ໆໂຕເຈົ້າ!! ແຕ່ເຈົ້າເອງທີ່ບໍ່ເລັ່ງສ້າງຄວາມດີ, ມີແຕ່ຖິ້ມໄວ້ມື້ອື່ນຈື່ງເຮັດ ມື້ຫນ້າຈຶ່ງລົງມື, ກິນເຫຼົ້າເມົາຢາ ປ່ອຍປະລະເລີຍພໍ່ ແມ່ ບໍ່ເບິ່ງລູກເມຍ ເຫັນແກ່ຕົວບໍ່ຊ່ວຍເຫຼືອໃຜ ຄຶດແຕ່ວ່າອາຍຸຂອງຕົນຍັງຍືນຍາວ ຕອນນີ້ຍັງຫນຸ່ມຍັງນ້ອຍ ຍັງມີເວລາວາງແຜນຊິວິດອີກດ້ວຍ, ຄຶດວ່າຕອນເຖົ້າແລ້ວຈຶ່ງໄປວັດໄປວາ ຈຶ່ງຊ່ວຍຄົນອື່ນ… ແກ່ແລ້ວຈື່ງຢາກສ້າງ ຄວາມດີ,

ໃກ້ຈະເປັນຜີຈື່ງຢາກຮັກສາສົ້ນກິນທານ..ໂງ່ຈັງທີ່ສຸດ! ສຸດທ້າຍກໍ່ກິນເຫຼົ້າເມົາ ໂບລັດລ່ວງໄຟແດງໄປຕໍາຄົນອື່ນ ແລະ ຕົນເອງກໍ່ຕາຍຄາບ່ອນ! ພໍ່ຕູ້ທີ່ມີເທບເທວະດາມາລໍຖ້າຮັບກັບຄືນແດນວິມານ ຜູ້ນັ້ນແຫຼະທີ່ເຈັ້ງດັບຊີວິດຂອງລາວ!! ” ແລ້ວ ກໍ່ທີບຕົນລົງພື້ນສຽງດັງ ! ພ້ອມທັງແຜດສຽງເອີ້ນ : “ ເອັງມັນໄປລົງນາຮັກ!! “.

ນິທານທີ່ແມ່ເລົ່າສູ່ຟັງເລື້ອງນີ້ ມັນໄດ້ສອນໃຫ້ ຂ້ອຍຮູ້ວ່າ: ຄວາມຕາຍມັນຢູ່ໃກ້ໆຕົວເຮົານີ້ເອງ… ສິ່ງທີ່ພວກເຮົາຄວນເຮັດໃນຕອນນີ້ ຄືການສ້າງຄຸນງາມຄວາມດີ ຟ້າວສ້າງຟ້າວສາ ເມື່ອຍັງມີພາລະກໍາລັງ,ຟ້າວຊ່ວຍເຫຼືອຄົນອື່ນເມື່ອຍາມແຂນຂາຢົງແລ່ນໄຫວ, ຟ້າວຊ່ວຍຄິດແກ້ໄຂໃຫ້ຄໍາແນະນໍາເມື່ອ ສະຫມອງຍັງແຫຼມຄົມ, ສອນຄຸນນະທໍາແບ່ງປັນຄວາມຮູ້ ແລະ ເປັນຕົວຢ່າງທີ່ດີໃຫ້ລູກຫຼານ ໃນມື້ນີ້ນຶກວ່າສິ້ນລົມຫາຍໃຈແລ້ວຖີ້ມບັນຫາໄວ້ໃຫ້ຄ້າງຄາບໍ່ສະສາງ ທັງໂຄງການທີ່ບໍ່ທັນໄດ້ລົງມືເຮັດ, ຊິວິດຄົນເຮົາບໍ່ແນ່ນອນ.. ຢາກທໍາບຸນ ສ້າງຄວາມເພື່ອຄົນອື່ນ ດ້ວຍຄວາມເຂົ້າໃຈ,ຢາກປ່ຽນແປງປັບປຸງຕົນເອງ ຄວນເລີ່ມຕັ້ງແຕ່ວິນາທີນີ້….ດີກວ່າ ມາຮູ້ສຶກເສຍດາຍໃນມື້ທີ່ມັນສວາຍເກີນໄປ!

ຂອບໃຈເພຈຂ່າວຊາວພຸດ

ອອກ​ຈາກການຕອບ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້