ເຕັກນີກ – ວິທີ ການລ້ຽງໄກ່ລາດ

0
1359

1. ຄຸນປະໂຫຍດຂອງການລ້ຽງໄກ່ລາດ.

ປະຊາຊົນເຮົາແຕ່ເຫນືອຕະຫລອດໃຕ້ເຄີຍລ້ຽງໄກ່ມາແຕ່ບູຮານນະການເພາະໄກ່ມີຜົນປະໂຫຍດ ແລະ ຄວາມສໍາຄັນຕໍ່ຄອບຄົວເຊັ່ນ: ສາມາດແກ້ໄຂອາຫານໃນຄອບຄົວ, ຂາຍເພື່ອເອົາເງິນໄປ ຊື້ວັດຖຸສິ່ງຂອງທີ່ຈໍາເປັນໃນຄອບຄົວ, ຊີ້ນໄກ່ເປັນທີ່ນິຍົມກັນກິນ ເພາະຊີ້ນໄກ່ມີທາດໂປຼຕີນສູງມີ ລົດຊາດແຊບ.

່ ປະຊາຊົນທີ່ຢູ່ຊົນນະບົດ, ຖືເອົາການລ້ຽງໄກ່ສ່ວນຫລາຍເພື່ອເປັນອາຫານໃຫ້ແກ່ຄອບຄົວ ບໍ່ໄດ້ຂາຍເປັນສິນຄ້າ ສະນັ້ນ, ການລ້ຽງໄກ່ຈຶ່ງລ້ຽງແບບທໍາມະຊາດ. ແຕ່ຢູ່ຕາມຕົວເມືອງຫລືບ່ອນ ທີ່ມີເງື່ອນໄຂສະດວກກໍລ້ຽງເພື່ອຂາຍສົ່ງຕະຫລາດແຕ່ການລ້ຽງໄກ່ໃນໄລຍະຜ່ານມາມີຫລາຍທ້ອງ ຖິ່ນຍັງມີບັນຫາເລື່ອງພະຍາດທີ່ມັກລະບາດໃນແຕ່ລະປີເຮັດໃຫ້ຜົນຜະລິດບໍ່ສູງລາຍໄດ້ຈາກການ ລ້ຽງໄກ່ຕໍ່າ, ເພາະວ່າເມື່ອເຖິງລະດູການອາກາດມີການປ່ຽນແປງພະຍາດກໍ່ຈະເກີດຂຶ້ນ, ດັ່ງນັ້ນຖ້າ ເຮົາຫາກຮູ້ວິຊາການ, ມີການຈັດການທີ່ດີກໍ່ຈະເຮັດໃຫ້ການລ້ຽງໄກ່ໄດ້ຮັບຜົນສູງ, ເປັນອາຊີບ ເສີມທີ່ນໍາລາຍໄດ້ໃຫ້ແກ່ຄອບຄົວ.

2. ສະຖານທີ່ບ່ອນລ້ຽງໄກ່ທີ່ເຫມາະສົມ

– ເປັນບ່ອນໂນນ, ນ້ໍາບໍ່ຖ້ວມຂັງ, ອາກາດປອດໂປ່ງ

– ຫ່າງຈາກບ່ອນທີ່ມີທາດເຄມີ ແລະ ບ່ອນທີ່ເຄີຍລະບາດພະຍາດສັດປີກມາກ່ອນ

– ຫ່າງຈາກເຂດຊຸມຊົນທີ່ແອອັດ.

– ຫ່າງຈາກຄອກ ຫລື ຟາມຂອງຜູ້ອື່ນ

– ມີແຫລ່ງນ້ໍາທີ່ສະອາດຕະຫລອດປີ

– ມີແຫລ່ງອາຫານ, ຢາປ້ອງກັນ ແລະ ປິ່ນປົວພະຍາດພຽງພໍ

– ຢູ່ໃກ້ກັບຕະຫລາດຈາຫນ່າຍ

– ມີເສັ້ນທາງເຂົ້າໄປຫາໄດ້ (ຖ້າສ້າງເປັນຟາມໃຫ່ຍ)

3. ລັກສະນະຄອກ.

ໂດຍທົ່ວໄປຄອກໄກ່ມີ2ແບບຄື: ແບບ ຄອກຍົກພື້ນ ແລະ ແບບຄອກກັບພື້ນ ເຊິ່ງມີລັກສະນະດັ່ງນີ້:

– ກັນແດດກັນຝົນໄດ້ດີລະບາຍອາກາດໄດ້ດີ, ປ້ອງກັນສັດຕູໄກ່ໄດເຊັ່ນ: ນົກ, ຫນູ, ງູ, ຫມາ, ຫມາ.

– ຮັກສາຄວາມສະອາດໄດ້ງ່າຍ (ສາມາດເຂົ້າ-ອອກທໍາຄວາມສະອາດໄດ້ງ່າຍ)

– ສ້າງໄດ້ງ່າຍ, ປະຍັດລາຍຈ່າຍ, ວັດຖຸນໍາມາສ້າງຫາໄດ້ງ່າຍ ແລະ ມີຕາມທ້ອງຖິ່ນຂອງຕົນ, ເປັນຕົ້ນຫຍ້າຄາອຸປະກອນຄອກບໍ່ປະປົນກັນ ້

• ຄອກໄກ່ມີ2ປະເພດຄື: ປະເພດລ້ຽງແບບຂັງ ແລະ ປະເພດໃຫ້ໄກ່ ພັກນອນກາງຄືນຖ້າເປັນຄອກກັບພື້ນຕ້ອງຖົມພື້ນສູງຂຶ້ນ 20-30 ຊັງຕີແມັດ, ຄອກສູງ 180 ຊັງຕີແມັດ, ຝາຄອກ ແຕ່ດິນຂຶ້ນ 1 ແມັດ ຄວນສານຖີ່, ແຕ່ 1 ແມັດ ຂຶ້ນໄປຄວນສານຫ່າງ, ໃນຄອກຕ້ອງມີຮັງໄຂ່ຄົບ ຕາມຈໍານວນແມ່ໄກ່ ແລະ ສູງຈາກພື້ນຢ່າງຫນ້ອຍ 60 ຊັງຕີແມັດ, ຄອນສໍາລັບໄກ່ນອນສູງ 1 ແມັດ ຖ້າເປັນຄອກຍົກພື້ນຕ້ອງຍົກສູງ 40-50 ຊັງ ຕີແມັດ. ພື້ນຄອກຕ້ອງຫ່າງແຕ່ບໍ່ຫ່າງຈົນໄກ່ນ້ອຍ ລອດລົງໄດ້ແບບຄອກກັບພື້ນ

4. ເຕັກນິກການລ້ຽງ.

1). ການຄັດເລືອກພໍ່ແມ່ພັນ

ໄກ່ແມ່ພັນ: ຂົນລຽບດີ ແລະ ເຫລື້ອມ, ແຂງແຮງ, ບໍ່ເຄີຍເປັນພະຍາດມາກ່ອນ, ເປັນໂຕທີ່ຈະເລີນ ເຕີບໂຕໄວ, ຫລງຍາວ, ກ້ວາງ, ຫາງຕັ້ງ, ເກັດແຂ່ງລະອຽດ ແລະ ຊື່ດີ, ເອິກກ້ວາງ, ເກີດມາຈາກພໍ່ ແມ່ພັນທີ່ດີ, ແຂງແຮງດີ, ຫາກິນເກັ່ງ

ໄກ່ພໍ່ພັນ: ຈະເລີນເຕີບໂຕໄວ, ຫນ່ວຍຕາແຈ່ມໃສ, ວ່ອງໄວ, ຫອນ ແລະ ກະແຕ້ຫູມີສີແດງມີນິດ ໄສໄປນໍາຕົວແມ່ເລື້ອຍໆ, ປະສົມພັນເກັ່ງ, ບໍ່ແມ່ນຕົວຜູ້ທີ່ເກີດຈາກພໍ່ແມ່ພັນດຽວກັບຕົວທີ່ເລືອກໄວ້ເຮັດພັນ (ບໍ່ແມ່ນສາຍ ເລືອດດຽວກັນ)

– ການຄັດເລືອກເອົາໄກ່ພໍ່ແມ່ພັນໄວ້ເຮັດແນວ ຄວນປະຕິບັດຕາມອັດຕາສ່ວນດັ່ງນີ້: ໄກ່ຜູ້ 1 ໂຕ ຕໍ່ໄກ່ແມ່ 5 – 7 ໂຕ

– ລະດູການລ້ຽງໄກ່ໄດ້ຜົນດີແມ່ນແຕ່ເດືອນ 10 ຫາ ເດືອນ 5 ປີຕໍ່ໄປເພາະອັດຕາການລອດຕາຍ ຈະສູງກ່ວາລະດູຝົນ.

2). ການກຽມຄອກ.

– ກ່ອນລ້ຽງໄກ່ ຫລື ສ້າງຄອກແລ້ວໃຫມ່ຕ້ອງມີ ການອະນາໄມຄອກຢ່າງດີເຊັ່ນ:ໂຮຍປູນຂາວ ຫລື ຢາຂ້າເຊື້ອໃຫ້ທົ່ວພື້ນຄອກປະໄວ້ 1 ອາທິດ, ໃນອັດຕາສ່ວນປະສົມຢາດັ່ງນີ້: ຖ້າໃຊ້ປູນຂາວໃສ່ 250 ກຼາມຕໍ່ນໍ້ 750 ກລາມ, ຖ້າໃຊ້ຢາຟອກໂມນ ປະສົມ 100 ຊີຊີ ຕໍ່ນໍ້ 900 ຊີຊີ ຫົດທົ່ວພື້ນ ຄອກ, ເອົາແກບຫລືຂີ້ເລື່ອຍແຫ້ງຮອງພື້ນຫນາ 5 – 10 ຊັງຕີແມັດ.

3). ການອະນຸບານລູກໄກ່:

ປັດໃຈທີ່ສໍາຄັນໃນເວລາອະນຸບານໄກ່ນ້ອຍຈົນເຖິງໄກ່ເປັນສາວຕ້ອງໄດ້ເອົາໃຈໃສ່ໃນການຮັ ກສາອຸນຫະພູມຂອງໄກ່ໃນໄລຍະການຂະຫຍາຍຕົວຂອງໄກ່, ໃນເວລາອະນຸບານລູກໄກ່ຖ້າອຸນຫະພູ ມຕ່ໍາກວ່າ 27 ອົງສາເຊ. ອັດຕາການຕາຍສູງ. ສະນັ້ນ, ໄກ່ນ້ອຍໄລຍະ 3 ວັນທໍາອິດຕ້ອງການອຸນ ຫະພູມ 30-32 ອົງສາເຊ

ວິທີການອະນຸບານລູກໄກ່ລາດມີ 2 ວິທີຄື.

ວິທີ1: ໃຫ້ແມ່ໄກ່ລ້ຽງເອງ:

– ອາທິດທໍາອິດຂັງລູກໄກ່ພ້ອມແມ່ໄວ້ໃນສູ່ມ ຫລື ຄອກສໍາລັບອະນຸບານລູກໄກ່ປະໄວ້ບ່ອນຮົ່ມ ໃຫ້ອາຫານ ແລະ ນ້ໍາພຽງພໍ, ຖ້າຂັງໃນສູ່ມຕອນກາງຄືນຄວນເອົາກະເປົາປ່ານຫລືແພປົກຄຸມ

– ອາທິດທີ 2-3 ສືບຕໍ່ຂັງໃນຊຸ່ມ ຫລື ຄອກອະນຸບານແຕ່ຂັງຕອນເຊົ້າ ແລະ ປ່ອຍອອກຕອນແລງ (ປ່ອຍໃນເວີງຄອກ). ອາທິດທີ 4 ຂຶ້ນໄປຈິ່ງປ່ອຍອອກຕາມໃຈແຕ່ຕອນກາງຄືນຕ້ອງຂັງໄວ້ບ່ອນ ຕ່າງກັບໄກ່ໃຫ່ຍ. ຫລັງຈາກໄກ່ນ້ອຍອາຍຸ 5 – 6 ອາທິດກໍາລັງອອກປີກ ແລະ ພໍ ກຸ້ມຕົວເອງແຍກອອກຈາກແມ່ໄປຂັງໄວ້ໃນຄອກອະນຸບານ, ຈັບໄກ່ ແມ່ໄປຂັງໄວ້ບ່ອນອື່ນທີ່ຫ່າງຈາກບ່ອນຂັງລູກໄກ່ (ບໍ່ໃຫ້ແມ່ໄກ່ໄດ້ຍິນສຽງລູກຕ້ອງ) ຂັງຮ່ວມກັບໄກ່ຜູ້ ເພື່ອໃຫ້ປະສົມພັນ ແລະ ໄຂ່ໃນຊຸດຕໍ່ໄປ.ໄລຍະແຍກ ແມ່ໄກ່ ແລະ ລູກໄກ່ອອກຈາກກັນຕ້ອງ ໃຫ້ອາຫານ ແລະ ນ້ໍາເປັນພິເສດແລະພຽງພໍ ທັງແມ່ ແລະລູກເມື່ອສັງເກດເຫັນໄກ່ຜູ້ເຊີງໄກ່ແມ່ ຫລື ໄກ່ແມ່ບໍ່ສົ່ງ ສຽງກຸກຈຶ່ງປ່ອຍອອກຈາກບ່ອນຂັງເພື່ອຕຽມຕົວໄຂ່ໃນຊຸດຕໍ່ໄປສ່ວນໄກ່ນ້ອຍທີ່ແຍກຈາກ ແມ່ໃຫມ່ໆ ຕ້ອງໃຫ້ອາກຫານທີ່ມີປະໂປຼຕີນສູງ ແລະ ນ້ໍາພຽງພໍ.

ວິທີທີ 2. ແຍກລູກອອກຈາກແມ່ : ຫລັງຈາກໄກ່ນ້ອຍແຕກແລ້ວໃຫ້ແຍກໄປອະນຸບານໄວ້ໃນຄອກອະນຸບານທີ່ກຽມໄວ້, ໃນພື້ນ ຄອກຕ້ອງຮອງດ້ວຍກະເປົາປ່ານ ຫລື ແພ, ມີເຄື່ອງໃຫ້ອຸ່ນຫະພູມເຊັ່ນ: ເຕົາໄຟທີ່ໃຊ້ຖ່ານ, ດອກ ໄຟຟ້າ, ເກີງຕິດຕັ້ງດອກໄຟ ຫລື ໄສ້ເຕົາໄຟໃສ່ ຖ້າຢູ່ບ່ອນບໍ່ມີໄຟຟ້າການໃຫ້ຄວາມອົບອຸ່ນແກ່ລູກ ໄກ່ເຮົາຄວນໃຊ້ເຕົາຖ່ານດ້ວຍວິທີສານແຕະຫ່າງພໍໄກ່ນ້ອຍບໍ່ສາມາດເຂົ້າໄດ້ ຫລື ຕາຫນ່າງເຫັລກ ອ້ອມເຕົາຖ່ານຫ່າງຈາກເຕົາອອກປະມານ 20 ຊັງຕີແມັດ, ຫມັ່ນເຕີມຖ້ານໃສ່ເຕົາປົກກະຕິແຕ່ບໍ່ ຄວນໃສ່ຫລາຍຈົນໄຟລຸກເປັນແປວໃນຄອກອະນຸບານໃສ່ນ້ໍາ ແລະ ອາຫານທີ່ມີໂປຼຕີນຕະຫລອດ ເວລາເປັນຕົ້ນ: ເຂົ້າປຽນ, ສາລີບົດ, ຮໍາອ່ອນ, ຖ້າມີອາຫານສໍາເລັດຮູບກໍ່ປະສົມອາຫານໄກ່ນ້ອຍ ເຂົ້າຕື່ມໄລຍະ 4-5 ອາທິດ ແລະ ຄ່ອຍລຸດລົງເພື່ອລຸດຕົ້ນທຶນແລ້ວແທນດ້ວຍປວກ, ຂີ້ກະເດືອນ ຫລືປາແກ້ວບົດ, ຖ້າມີຢາບໍາລຸງກໍ່ປະສົມໃສ່ນ້ໍາໃຫ້ໄກ່ກິນທຸກເຊົ້າ ພາຍໃນ 1-2 ອາທິດ ໃນ ປະລິມານ 3-4 ຢອດ ຕໍ່ນ້ໍາ 1 ລິດ ສ່ວນໄກ່ແມ່ໄປຂັງໄວ້ບ່ອນທີ່ຫ່າງຈາກລູກ (ບໍສາມາດຍິນສຽງ ໄກ່ນ້ອຍຮອ້ງ) ໃຫ້ອາຫານ ແລະ ນ້ໍາພຽງພໍ, ອາຫານໄລຍະນີ້ແມ່ນເຂົ້າເປືອກປະສົມຮ່ໍາ, ຂັງໄວ້ 1-2ອາທິດຈົນສັງເກດເຫັນໄກ່ແມ່ບໍສົ່ງສຽງກຸກອີກ, ແຂງແຮງ, ກິນອາຫານໄດ້ດີ, ຊົນເລີ່ມລຽບ, ກ້ຽງ ຈິ່ງເອົາໄກ່ຜູ້ເຂົ້າໃສ່ສັງເກດເຫັນໄກ່ຜູ້ເຊີງຈິ່ງປ່ອຍອອກ.

4. ການຕິດຕາມໄກ່ໄຂ່ແລະຟັກໄຂ່.

– ໃນຄອກໄກ່ຕ້ອງມີຮັງໄຂ່ຄົບຕາມຈໍານວນແມ່ໄກ່ – ຕິດຕາມບໍ່ໃຫ້ໄກ່ຂຶ້ນນອນງອຍຮັງໄຂ່ຂີ້ໃສ່ໄຂ່ອາດເຮັດໃຫ້ພັກບໍ່ແຕກ

– ຕິດຕາມບໍ່ໃຫ້ໄກ່ຟັກຍາດຕັ່ງກັນອາດກະທົບກະເທືອນໄຂ່ແລ້ວຟັກບໍ່ແຕກ

– ເມື່ອຟັກໄດ້ 10 ວັນ, ຄວນສອ່ງເບິ່ງໄຂ່, ຫນ່ວຍໃດບໍ່ມີນ້ໍາເຊື້ອກໍ່ເອົາອອກ

– ເມື່ອໄກ່ຟັກຮອດ 21 ວັນ ໄຂ່ທີ່ມີເຊື້ອຈະເບາະອອກມາ, ປະໃຫ້ລູກໄກ່ແຂງແຮງຈິ່ງເອົາອອກຈາກຮັງແລ້ວອະນຸບານຕໍ່ໄປ 5. ອາຫານ ແລະ ການໃຫ້ອາຫານ

1). ອາຫານໄກ່: ອາຫານໄກ່ມີຫລາຍຊະນິດຖ້າໃຫ້ອາຫານພຽງພໍ ແລະ ຖືກຕາມຄວາມຕ້ອງການຂອງໄກ່ໃນ 3 ກິໂລອາຫານໄກ່ຈະໄດ້ນ້ໍາຫນັກ 1 ກິໂລ, ອາຫານໄກ່ມີ 3 ປະເພດດັ່ງນີ້:

– ອາຫານທໍາມະຊາດ: ໄດ້ແກ່ ແມງໄມ້, ປວກ, ຂີ້ກະເດືອນ, ຫອຍ, ກຸ້ງ …

– ອາຫານປຸງແຕ່ງເອງໄດ້ແກ່: +ເຂົ້າປຽນ+ສາລີບົດ+ມັນຕົ້ນບົດ+ໃບກັນຖິນບົດ

– ອາຫານສໍາເລັດຮູບ: ແມ່ນອາຫານທີ່ປະສົມຈາກໂຮງງານຕາມສູດການປະສົມອາຫານທີ່ໄດ້ ມາດຖານ, ມີທາດຕ່າງໆ ປະສົມຢູ່ເຊັ່ນ: ທາດຊີ້ນ, ທາດແປ້ງ, ໄຂມັນ, ຖ້ານໍາເອົາອາຫານດັ່ງ ກ່າວມາລ້ຽງໄກ່ພາໃຫ້ໄກ່ໃຫ່ຍໄວ, ມີຄວາມສະດວກໄດ້ທັນໃຈຜູ້ລ້ຽງແຕ່ຕົ້ນທຶນການລ້ຽງສູງ, ກໍາໄລຫນ້ອຍ.

5. ພະຍາດ ແລະ ການປ້ອງກັນພະຍາດ

ພະຍາດທີ່ເກີດຂຶ້ນກັບໄກ່ມີຫລາຍພະຍາດເຊັ່ນ: ນີວຄາເຊິນ, ອະຫິວາ, ຝີດາດ, ຫວັດຫນ້າບວມຫລອດລົມອັກເສບ ແລະ ອື່ນໆ ແຕ່ອັນຕະລາຍກ່ອນຫມູ່ແມ່ນພະຍາດນີວຄາເຊິນ, ອະຫິວາ

1) ພະຍາດນີວຄາເຊິນ:

– ສາເຫດ: ເກີດຈາກເຊື້ອໄວຣັດ, ຖ້າໄກ່ນ້ອຍຕິດພະຍາດນີ້ ແລ້ວອັດຕາການຕາຍສູງເຖິງ 100%

– ອາການ: ໄກ່ຕາຍຢ່າງກະທັນຫັນຈໍານວນຫລາຍ, ບາງຄັ້ງສະແດງອາການອອກຄື: ຈາມຫາຍໃຈ ຍາກ, ເສຍເສັ້ນ, ຖອກທ້ອງ, ຂີ້ເປັນສີຂຽວ, ບາງສ່ວນຂອງຮ່າງກາຍອໍາມະພາດ

– ການຕິດຕໍ່: ພະຍາດນີ້ສາມາດຕິດຕໍ່ໄດ້ຢ່າງວ່ອງໄວເຊື້ອພະຍາດຈະແຜ່ໄປທາງອາຈົມ, ລະບົບ ຫາຍໃຈ, ນອກນັ້ນຍັງຕິດໄປກັບຄົນ, ວັດຖຸອຸປະກອນຕ່າງໆ, ອາກາດ, ນົກ, ຫນູ, ຫມາ, ແມວ…ພະ ຍາດນີ້ ບໍ່ສາມາດປິ່ນປົວໄດ້ແຕ່ສາມາດປ້ອງກັນໄດ້.

– ການປ້ອງກັນ: ໃຫ້ວັກຊິນສອງຊະນິດຄື : ນີວຄາເຊິນອ່ອນ (NcDF – Strain) ໃຫ້ເມື່ອໄກ່ແຕກໃຫມ່ອາຍຸ 1-7ວັນ ຢອດໃສ່ດັງແລະ ຕາໂຕລະ2-4 ຢອດເມື່ອອາຍຸໄກ່ 6 ອາທິດ ຕ້ອງສັກນິວຄາເຊິນແກ່ (NcDFMStrain) ສັກກ້າມຊີ້ນຫນ້າອົກໂຕລະ 0,5 ຊີຊີ ( ຢາຊະນິດນີ້ຕ້ອງຮັກສາໄວ້ບ່ອນທີ່ ອຸນຫະພູມລະຫວ່າງ 4 ອົງສາເຊ).

2). ພະຍາດ ອະຫິວາສັດປີກ ( ໄກ່ຕາຍຮ່າ)

– ສາເຫດ: ເກີດຈາກເຊື້ອແບກທີເຣຍ

– ການຕິດຕໍ່ : ຕິດຕໍ່ກັບສັດປີກທຸກປະ ເພດສ່ວນຫລາຍມັກຕິດກັບໄກ່ໃຫ່ຍອາຍຸ 2 ເດືອນຂຶ້ນໄປ, ພະຍາດນີ້ ມັກເກີດຂຶ້ນຍ້ອນອາກາດມີການປ່ຽນແປງ, ຄອກບໍ່ສະອາດ, ຂາດອາຫານ ແລະ ຊື້ໄກ່ທີ່ຕິດພະຍາດຈາກບ່ອນອື່ນ.

– ອາການ: ຕາຍແບບບໍ່ສະແດງອາການໃຫ້ເຫັນ, ຖ້າເຊື້ອບໍ່ຮ້າຍແຮງໄກ່ຈະເຫງົາ, ຂົນຫຍອງ, ນ້ໍາລາຍ, ນ້ໍາມູກນ້ໍາຕາໄຫລ, ຫັນໃຈຫອບ, ຫນ້າ, ຫອນ ແລະ ກະແຕ້ຊ້ໍາ, ຂີ້ຈວກຕໍ່ມາຂີ້ເປັນຢາງ ສີຂຽວຕິດຕາມກົ້ນ ເປີເຊັນການຕາຍສູງ 90-95 % . ຖ້າເປັນແບບຊ້ໍາເຮືອຄາງ, ຮິມຕາໃຄ່ບວມ ລາມຮອດຮູດັງ ແລະ ຕີນ

– ວິທີປ້ອງກັນ: ໃຫ້ວັກຊິນອະຫິວາສັດປີກສັກຫລືບຫນັງຍໍໂຕລະ 1 ຊີຊີ ເມື່ອໄກ່ມີອາຍຸ 6 ອາທິດ ແລະ ສັກທຸກ 3 ເດືອນ, ອະນາໄມຄອກ, ບໍລິເວນຄອກໃຫ້ສະອາດ ແລະ ພະຍາຍາມຫລີກການຊື້ ໄກ່ຈາກທາງນອກມາກິນທີ່ບໍ່ແນ່ໃຈ.

•ແນະນໍາ:

– ວັກຊິນຫມາກສຸກ ແລະ ຫລອດລົມອັກເສບໃສ່ພ້ອມກັນໄດ້

– ນີວຄາເຊິນແກ່ ແລະ ອະຫິວາສັດປີກໃສ່ພ້ອມກັນໄດ້ ( ຖ້າໄກ່ແຂງແຮງ)

– ຫ້າມໃສ່ວັກຊິນນີວຄາເຊິນແກ່ ແລະ ອະຫິວາສັດປີກໃຫ້ໄກ່ກໍາລັງໄຂ່ ແລະ ກໍາລັງຟັກໄຂ

3).ການປ້ອງກັນພະຍາດໄກ່ດ້ວຍຢາສະຫມູນໄພ:

• ຢາປົວພະຍາດນິວຄາເຊິນ:

– ສ່ວນປະກອບ:ເຄືອເຂົາຮໍກໍາມື

+ ຜັກຂະ 2 ຂໍ້ມື + ເປືອກກະເດົາ1ນີ້ວມື + ລາຊາບີໃບແກ່ 1. ກໍາມື – ວິທີປຸງແຕ່ງ: ທັບເປືອກກະເດົາແຊ່ນ້ໍາຈົນອ່ອນແລ້ວນໍາສ່ວນປະສົມຕ່າງໆ ມາຕົ້ມຂ້ຽວ, ໃຫ້ໄກ່ ກິນທັງເຊົ້າ ແລະ ແລງຕະຫລອດ 3 ວັນຕິດຕໍ່ກັນ.

• ຢາປົວອະຫິວາສັດປີກ:

➢ຕໍາລາທີ1:

– ສວ່ນປະກອບ:ຂີ້ກາເຟ 1 ກໍາມື +ໃບພິລາ 1 ກໍາມື +ໃບສີດາ 1 ກໍາມື + ນ້ໍາສະອາດ 2 ລິດ

– ວິທີປຸງແຕ່ງ: ຕົ້ມປະສົມກັນແລ້ວປະໃຫ້ເຢັນຈິ່ງໃຫ້ກິນ3ວັນຕິດຕໍ່ກັນ

➢ ຕໍາລາທີ2:

– ສ່ວນປະກອບ: ໃບກະເດົາ 1 ກໍາມື + ໃບກັນຖິນ 1 ກໍາມື +ໃນຂີ້ເຫລັກໃຫ່ຍ 1 ກໍາມື + ່ ໃບຜັກຄະ 1 ກໍາມື

– ວິທີປຸງແຕ່ງ: ຕໍາໃຫ້ມຸນປະສົມໃຫ້ກິນ 3 ວັນຕິດຕໍ່ກັນ

➢ຕໍາລາທີ3:

– ສວ່ນປະກອບ: ຂີ້ຫມັ້ນຂຶ້ນ 1 ກໍາມື + ຫວ້ານໄພ 1 ກໍາມື + ເຄືອເຂົາຮໍ 1 ກໍາມື

– ວິທີປຸງແຕ່ງ: ຕໍາໃຫ້ມຸ່ນປະສົມນໍ້ພໍ່ມາດໆ ແລ້ວປັ້ນເອົານ້ໍາໃຫ້ໄກ່ກິນເຊົ້າ ແລະ ແລງຕະຫຼອດ 3 ວັນຂອງທຸກໆເດືອນ.

➢ຕໍາລາທີ4:

– ສ່ວນປະສົມ: ຫົວຜັກທຽມ 3 ງີມ + ເຄືອເຂົາຮໍ 1 ກໍາມື

– ວິທີປຸງແຕ່ງ: ທັບໃຫ້ມຸ່ນແຊ່ນ້ໍາພໍຖວ້ມແລ້ວປັ້ນເອົານ້ໍາໃຫ້ກິນທຸກໆ ອາທິດ.

• ສິ່ງຄວນໃສ່ໃຈ:

– ເວລາໄກ່ເຫງົາ ຫລື ພະຍາດນັ້ນກໍາລັງລະບາດຫ້າມນໍາວັກຊິນປ້ອງກັນພະຍາດນັ້ນມາສັກໃຫ້ໄກ່.

– ວັກຊິນແຕ່ລະຊະນິດບໍ່ຄວນສັກພ້ອມກັນມື້ດຽວ

– ວັກຊິນທີ່ນໍາມາສັກບໍ່ຄວນຖືກແດດ (ໃສ່ກະຕິກນ້ໍາກ້ອນ ) ເວລາສັກແລ້ວຖ້າຢາຍັງບໍ່ຫມົດຫ້າມເກັບໄວ້ໃຊ້ຄັ້ງຕໍ່ໄປ (ຕ້ອງເຜົາໄຟຫລືຝັງເລິກ 20 ຊັງຕີແມັດ)

– ອຸປະກອນໃຫ້ວັກຊິນຕ້ອງຕົ້ມຫລື ຂ້າເຊື້ອກ່ອນນໍາມາໃຊ້ ເມື່ອໃຊ້ແລ້ວຕ້ອງລ້າງໃຫ້ສະອາດກ່ອນຈຶ່ງເກັບມ້ຽນ:

– ຜູ້ສັກວັກຊິນຖ້າມີບາດແຜລະວັງຢ່າໃຫ້ຢາຖືກບາດແຜຂອງຕົນເອງ

– ສັກວັກຊິນແລ້ວພາຍໃນ 15 ວັນ, ຫ້າມນໍາໄປຂ້າເພື່ອປຸງແຕ່ງເປັນອາຫານ ຫລື ຂາຍໃຫ້ຜູ້ອື່ນ.

ຂອບໃຈທີ່ມາ: ກົມການສຶກສານອກໂຮງຮຽນ

ອອກ​ຈາກການຕອບ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້