ໃນວັນທີ 28 ສິງຫາ 2020 ເວລາ 14:28 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 5432 3636 ວ່າ ມີອຸປະຕິເຫດຢູ່ ບ້ານຊຽງແລທ່າ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ.
ອາສາກູ້ໄພ ທີມກູ້ໄພອາສາເພື່ອປະຊົນ ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບເປັນ 04 ຄົນ ຊາຍ 2 ຍິງ 2
1.ເພດຊາຍ ອາຍຸ 19ປີ ບ້ານ ນາໂທ ແຂວງບໍລິຄຳໄຊ ຂາຫັກເບື້ອງຊ້າຍ ສົ້ນນ່ອງຂາດ ແລະ ບາດຖະຫລອກຕາມໂຕ ຫາຍໃຈບໍ່ສະດວກ
2.ເພດຊາຍ ອາຍຸ 25 ປີ ບ້ານນາໂທ ແຂວງບໍລິຄຳໄຊ ມີບາດເປີດທີ່ ແຜ່ນຫລັງ ແຂນຫັກປິດເບື້ອງຊ້າຍທ່ອນເທິງ {ຫາຍໃຈບໍສະດວກ}. ອີກ 2 ຄົນແມ່ນຍາດນຳສົ່ງເອງ

ຫນ່ວຍກູ້ໄພອາສາເພື່ອປະຊາຊົນຈຶ່ງໄດ້ປະຖົມພາຍາບານຂັ້ນຕົ້ນແລ້ວນຳສົ່ງໄປໂຮງຫມໍມິດຕະພາບ ລົດຫມາຍເລກ 001
ສ່ວນສາເຫດຂອງອຸບັດຕິເຫດຄັ້ງນີ້ ແມ່ນຢູ່ໃນການສືບສວນຂອງເຈົ້າໜ້າທີ່.
ອຸປະຕິເຫດສຸກເສີນໂທ : 020 5432 3636 ສາຍດ່ວນ 🚑 1624 🚑
# ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
– ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
– ອຸປະກອນການແພດຕ່າງໆສາມາດເຂົ້າມາໄດ້ພົວພັນທີ່: ສູນປະຈຳການ ບ້ານບໍ່ເຫລັກ ເມືອງໄຊທານີ ນະຄອນຫຼວງວຽງຈັນ

#ຕິດຕໍ່ສອບຖາມ: 020 5558 7678. ທີມກູ້ໄພອາສາເພື່ອປະຊົນ