ລ້ຽງກຸ້ງກ້າມກຣາມບັນຫາສຳຄັນທີ່ພົບສະເໝີ ກຸ້ງໃຫຍ່ຊ້າລ້ຽງດົນເປັນປີກຸ້ງແຕກໄຊສເມື່ອ 10 ປີທີ່ແລ້ວ ເຮົາຄົ້ນພົບວ່າ ຈະໃຫ້ກຸ້ງໃຫຍ່ໄວ ຕ້ອງລ້ຽງກຸ້ງເພດຜູ້ ຈະໄດ້ກຸ້ງໄຊສ໌ໃຫຍ່ ຜົນຜະລິດເພີ່ມຂຶ້ນ ບໍ່ແຕກໄຊສ໌ເວລາລ້ຽງຈະສັ້ນລົງຈາກ 1 ປີ ຈະເຫຼືອແຄ່ 7 ເດືອນ ເພາະກຸ້ງໄຊສ໌ຂະຫນາດ 5 ຕົວໄດ້ 1 ໂລ ເປັນທີ່ຕ້ອງການຂອງຕະຫລາດ

ທ່ານ ประกอบ ทรัพย์ยอดแก้ว ອາຍຸ 53 ປີ ນາຍົກສະມາຄົມຜູ້ລ້ຽງສັດນ້ຳໄທ ໜື່ງໃນຜູ້ລ້ຽງກຸ້ງຊາວ ເມືອງບາງແພ ແຂວງ ຣາດບຸຣີ ປະເທດໄທ ເຜີຍແຜເຖິງເຄລັດລັບໃນການພັນກຸ້ງກ້າມກຣາມໃຫ້ໄດ້ລູກກຸ້ງເພດຜູ້ໃນປະລິມານຫລາຍ ມີຢູ່ 2 ວິທີ
ວິທີທີ່1…ແປງເພດລູກກຸ້ງຕົວຜູ້ອາຍຸ 45 ມື້ ໃຫ້ເປັນແມ່ພັນ ດ້ວຍການທຳລາຍຕ່ອມແອນໂດນເຈນິກ (Androgenic gland)…ນຳກຸ້ງມາວາງໃນລັກສະນະຫງາຍທ້ອງ ແລ້ວໃຊ້ປາກຄີບຕັດຂາເດີມຄູ່ສຸດທ້າຍທັງ 2 ຂ້າງອອກແລ້ວສອດປາກຄີບເຂົ້າໄປໃນບາດແຜທີ່ຕັດຂາເດີມ ດືງເອົາທໍ່ນຳນ້ຳເຊື້ອສ່ວນປາຍອອກມາທັງໝົດ. ຂັ້ນຕອນນີ້ໃຊ້ເວລາບໍ່ເກີນ 1 ນາທີ ຖ້າຫາກນານກວ່ານີ້ຈະເຮັດໃຫ້ລູກກຸ້ງເສຍຊີວິດໄດ້.
ກຸ້ງທີ່ຜ່ານການຜ່າຕັດແປງເພດນຳໄປລ້ຽງຈະຕ້ອງມີອັດຕາການລອດຕາຍ 70% ເມື່ອນຳມາລ້ຽງຈົນໂຕກາຍເປັນແມ່ກຸ້ງແປງເພດ…ວິທີນີ້ຈາກສະຖິຕິທີ່ເຄີຍທຳມາ 9 ໃນ 12 ຕົວ ຈະໄດ້ລູກເເປງເພດຜູ້ທີ່ສົທມບູນ 100% ສ່ວນທີ່ເຫຼືອອີກ 3 ຕົວຈະໄດ້ລູກແພດແມ່ພຽງແຕ່ 1 ໃນ 19 ຕົວ

ອີກວິທີ…ສຳຫຼັບຟາມທີ່ສ້າງແມ່ພັນແປງເພດບໍ່ເປັນ ຄວນຈະຕ້ອງໃຊ້ວິທີບູຮານ ຕັດລູກກຸ້ງເອົາສະເພາະຜູ້ໄປລ້ຽງເທົ່ານັ້ນ.
ສຳຫຼັບວິທີການລ້ຽງ ນາຍົກສະມາຄົມລ້ຽງສັດນ້ຳໄທ ບອກວ່າ ກ່ອນເອົາກຸ້ງລົງບໍ່ ຕ້ອງຕາກບໍ່ໃຫ້ແຫ້ງປະມານ 2 ອາທິດ. ປັບສະພາບບໍ່ໃຫ້ດີ ຫວ່ານປູ່ນ ໂຄໂລໄມທ໌ ຫຼື ປູ່ນຮ້ອນ ໃນອັດຕາ ໄຮ່ລະ 200 kg. ກັບແມກນີຊຽມຄຼໍໄຣຕ໌ ອີກໄຮ່ລະ 1 ຖົງ ກ່ອນຈະເຕີມນ້ຳໃຫ້ທໄ່ວບໍ່ຄວາມສູງ 1.2 ແມັດ.

ແຕຸ່້າສະພາບນ້ຳຍັງບໍ່ໄດ້ຄ່າ PH 7.5-8.5 ດ້ວຍປູ່ນ ໂຄໂລໄມທ໌ 500 ເມທ ໄຮ່ລະ 1 ຖົງ ຕາມດ້ວຍສາດເກືອແກງ 150 ກິໂລກຣາມ. ໃນຈຸດທີ່ປ່ວຍກຸ້ງ. ຈາກນັ້ນເປີດເຄື່ອງຕີນໍ້າເຖິງປ່ວຍລູກກຸ້ງກ້າມກຣາມຂະໜາດ 150-200 ຕົວຕໍ່ກິໂລກຣາມ. ລົງບໍ່ໃນອັດຕາ 5000 ຕົວຕໍ່ໄຮ່

ຊ່ວງເວລາການລ້ຽງຄວນປັບສະພາບນ້ຳໃຫ້ໄດ້ pH 7.5-8.5ດ້ວຍປູ່ນ ໂຄໂລໄມທ໌, ປູ່ນຮ້ອນ, ແມກນີຊຽມຄຼໍໄຣຕ໌, ຍີບຊໍາ ຫລື ໂພແທສຊຽມຄຼໍໄຣສ໌ ແລະ ຈຸລິນຊີ ຕະຫຼອດເວລາ… ແລະ ເມື່ອລ້ຽງໄດ້ປະມານ 5-6 ເດືອນ ຈະເລີ່ມທະຍອຍຈັບກຸ້ງຂະໜາດ 8-10 ຕົວຕໍ່ໂລອອກໄປຂາຍໄດ້ແລ້ວວ. ຖ້າລ້ຽງອີກຕໍ່ໄປ 1 ເດືອນ 15 ວັນ ຈະໄດ້ກຸ້ງໃຫຍ່ຂະໜາດ 5 ຕົວຕໍ່ໂລ.
ອ້າງອີງຈາກ: https://www.thairath.co.th/