ດວງມື້ນີ້ ຈະເປັນຢ່າງໃດ ມາ ເບີ່ງດວງລາຍວັນ โດຍ ໝໍດູຕາບອດທິໄພເນດ ຂອງຜູ້ທີ່ເກີດທັງ 7 ມື້ ປະຈຳວັນຈັນທີ່ 3 ສິງຫາ 2020 ທີ່ແມ່ນຈົນຕ້ອງຂົນລຸກ ຜູ້ທີ່ເກີດໃນແຕ່ລະມື້ຈະໂດດເດັ່ນດ້ານໃດ, ການງານ, ການເງີນ ຫລືຄວາມຮັກ ຈະເປັນຢ່າງໃດມາເບິ່ງກັນໄດ້ເລີຍ.
ຜູ້ທີ່ເກີດມື້ວັນອາທິດ
- ຈະມີການເລີ່ມຕົ້ນເຮັດຫຍັງໃໝ່ໆ ສິ່ງທີ່ພຶງລະະວັງຄືຫາກຄິດຈະເຮັດຫຍັງອາດມີຄົນມາເອົາລັດເອົາປຽບ
- ການເງີນຜ່ານໄປໄດ້ແບບຖູໆໄຖໆ
- ຄວາມຮັກມື້ນີ້ອາດເກີດຄວາມປ່ຽນແປງ ສ່ວນຈະໄປໃນທາງທີ່ດີຫລືບໍ່ດີນັ້ນກໍຂຶ້ນຢູ່ກັບບຸຍກຸສົນທີ່ເຄີຍໄດ້ສ້າງສົມຮ່ວມກັນມາ
ຜູ້ທີ່ເກີດມື້ວັນຈັນ
- ເປັນວັນທີບາງຄົນອາດຮູ້ສຶກໄດ້ເຖິງຄວາມເບື່ອໜ່າຍທີ່ຊີວິດມື້ໆ ຈະມີແຕ່ຄວາມຊ້ຳຊາກຈຳເຈ
- ການເງີນຜູ້ໃຫຍ່ ເຈົ້ານາຍ ຫລືນາຍຈ້າງສາມາດໃຫ້ເຈົ້າໃຫ້ໂທດໄດ້
- ຄວາມຮັກມື້ນີ້ໃຫ້ລະວັງລິ້ນກັບແຂ້ວອາດມີເລື່ອງກະທົບກະທັ່ງກັນ
ຜູ້ທີ່ເກີດມື້ອັງວັນຄານ
- ຫາກທີ່ຜ່ານມາມີຄວາມຊື່ສັດກົງໄປກົງມາຈະບັງເກີດຜົນດີີແກ່ຕົນ
- ການເງີນກວ່າຈະໄດ້ມາຕ້ອງປາດເຫື່ອຫຼາຍເທື່ອ
- ມີຄູ່ແລ້ວບາງຄົນອາດໝົດຄວາມອົດທົນກັບພຶດຕິກຳຂອງຄົນຮັກ ຄົນໂສດສິ່ງທີ່ເຫັນອາດບໍ່ໄດ້ເປັນຢ່າງທີ່ຕົວເອງຄິດ
ຜູ້ທີ່ເກີດມື້ວັນພຸດ
- ຈະມີການຮຽນຮູ້ ຫລືຕ້ອງອົບຮົມຫຍັງບາງຢ່າງເພິ່ມເຕິມ ທັງຫມົດໄປເຖິງການທີ່ຈະຕ້ອງສຶກສາເຖິງນິໄສໃຈຄໍຂອງໃຜ. ບາງຄົນໃຫ້ຖ່ອງແທ້ຫລາຍຂຶ້ນ
- ການເງີນຈະໄດ້ຮັບຄວາມຊ່ວຍເຫລືອເກື້ອກູນຈາກຜູ້ຫຼັກຜູ້ໃຫຍ່
- ຄົນໂສດມື້ນີ້ເພື່ອນສະນິດອາດປ່ຽນສະຖານະມາເປັນຄົນພິເສດທີ່ຮູ້ໃຈ. ມີຄູ່ແລ້ວນິ່ງເຂົ້າໄວ້ຈະດີກວ່າ
ຜູ້ທີ່ເກີດມື້ວັນພະຫັດ
- ມື້ນີ້ອາດຈະມີຄົນບໍ່ດີມາເວົ້າຕົວະ ໃຫ້ມີຄວາມລະມັດລະວັງ
- ການເງີນພາສີສັງຄົມອາດຈະຫລາຍສັກໜ່ອຍ
- ຄົນໂສດມີດວງພົບຮັກແບບສາຍຟ້າແລບ ມີຄູ່ແລ້ວລະວັງຈະເວົ້າກັນຄົນລະພາສາ
ຜູ້ທີ່ເກີດມື້ວັນສຸກ
- ເປັນວັນທີຈະຕ້ອງມີຄວາມກ້າຫານໃນການຜະເຊີນໜ້າກັບຄວາມເປັນຈິງ ເພາະສິ່ງທີ່ຈະເກີດຂຶ້ນໃນມື້ນີ້ມັນຄືຄວາມຈິງ
- ການເງີນອາດມີລາຍຈ່າຍແບບສຸກລະຫຸກຫລືແບບຮີບຟ້າວ
- ຄວາມຮັກມື້ນີ້ອາດຈະຮູ້ສຶກເຫງົາດ້ວຍ ເຖິງກະນັ້ນກໍຍັງມີຄວາມສຸກກັບຍາດພີ່ນ້ອງລູກຫຼານ
ຜູ້ທີ່ເກີດມື້ວັນເສົາ
- ໃຫ້ລະວັງຄວາມຂັດແຍ້ງກັບຄົົນທີ່ມີບັນຫາພໍໆກັບເຮົາ
- ການເງີນອາດຈະໄດ້ຈ່າຍຫຍັງ ທີ່ຕ້ອງເຮັດດ້ວຍຝີມືຂອງຊ່າງ
- ຄວາມຮັກເປັນວັນທີໜ້າເບື່ອໜ່າຍມື້ໜຶ່ງ ຄົນໂສດຫາກມີໃຜເຂົ້າມາຂາຍຂະໜົມຈີບໃນມື້ນີ້ກໍຕ້ອງເຮັດໃຈຫາກວ່າຈະບໍ່ຈີຣັງຢັ່ງຢືນ