ເຖິງ: ບັນດາ ທ່ານ ຜູ້ທີ່ມີຄວາມສົນໃຈຕ້ອງການເຮັດວຽກນໍາ ທະນາຄານສົ່ງເສີມກະສິກໍາທະນາຄານສົ່ງເສີມກະສິກໍາ (ທສກ) ມີຄວາມຕ້ອງການພະນັກງານ ໄອທີ (IT), ບັນຊີ-ບໍລິການ, ສິນເຊື່ອ, ການຕະຫຼາດ, ນິຕິກໍາ ເພດຍິງ ແລະ ເພດຊາຍ ຈໍານວນຫນຶ່ງ ທີ່ເປັນສັນຊາດລາວ ຜູ້ທີ່ມີຄວາມຫ້າວຫັນ, ດຸຫມັ່ນ ແລະ ຮັກວຽກທີ່ຕົນສະຫມັກ ຕາມເງື່ອນໄຂດັ່ງນີ້:
I. ພະນັກງານ ໄອທີ ຈໍານວນ 09 ຕໍາແຫນ່ງ ຄື: ສໍານັກງານໃຫຍ່ 03 ຕໍາແຫນ່ງ; ສາຂາ 06 ຕໍາແຫນ່ງ: ສາຂານະຄອນຫຼວງ, ສາຂາ ອຸດົມໄຊ, ສາຂາ ຫຼວງພະບາງ, ສາຂາ ຊຽງຂວາງ, ສາຂາ ສະຫວັນນະເຂດ ແລະ ສາຂາ ຈໍາປາ ສັກ:
# ຕໍາແຫນ່ງ ວິຊາການ ຄຸ້ມຄອງລະບົບເອເລັກໂທນິກ ແລະ ໂມບາຍແບັງຄິງ 02 ຕໍາແຫນ່ງ ປະຈໍາຢູ່ສໍານັກງານໃຫຍ່
– ເງື່ອນໄຂຜູ້ສະຫມັກ: ເພດຍິງ ຫຼື ຊາຍ ມີອາຍຸ ບໍ່ເກີນ 30 ປີ
1. ໃບປະກາດຈົບຊັ້ນປະລິນຍາຕີ ຂຶ້ນໄປ ໃນສາຂາ ວິທະຍາສາດຄອມພິວເຕີ, ວິສະວະກໍາຄອມພິວເຕີເຕັກໂນໂລຊີ-ຂໍ້ມູນຂ່າວສານ ( IT ) ຈາກພາຍໃນ ແລະ ຕ່າງປະເທດ;
2. ມີຜົນການຮຽນ CGPA ແຕ່ 2,50 ຂຶ້ນໄປ ແລະ ແຕ່ລະພາກຮຽນວິຊາ Programming ມີຄະແນນ Bຂຶ້ນໄປ;
3. ສາມາດສື່ສານ ພາສາອັງກິດ ( ເວົ້າ, ຂຽນ, ອ່ານ) ໄດ້ໃນລະດັບດີ;
4. ສາມາດນໍາໃຊ້ຖານຂໍ້ມູນ: Oracle ແລະ ຖານຂໍ້ມູນ ອື່ນໆ ໄດ້ດີ;
5. ສາມາດພັດທະນາລະບົບ Application ເຊື່ອມຕໍ່ຖານຂໍ້ມູນໄດ້;
6. ສາມາດພັດທະນາລະບົບ Application ນໍາໃຊ້ພາສາ Xcode, Xamarin, Android studio, Java,C# ແລະ Visual Studio ໃນລະດັບດີ;
7. ມີຄວາມຮູ້, ປະສົບການ ໃນການພັດທະນາ Mobile Application ( Android ແລະ iOS ) WebApplication;
8. ມີໃບຢັ້ງຢືນໃນການຂຽນໂປຼແກຣມ Mobile Application, Web Application ແລະ ມີໃບຢັ້ງຢືນຍີງເປັນການດີ
# ຕໍາແຫນ່ງ ວິຊາການ IT Network Administrator & IT Support, (IT ຄຸ້ມຄອງລະບົບເຄື່ອຂ່າຍແລະ ສະຫນັບສະຫນູນ ແກ້ໄຂບັນຫາ) 01 ຕໍາແຫນ່ງ ປະຈໍາຢູ່ ສໍານັກງານໃຫຍ່
– ເງື່ອນໄຂຜູ້ສະຫມັກ: ເພດຍິງ ຫຼື ຊາຍ ມີອາຍຸ 22-30 ປີ
1. ໃບປະກາດ ຈົບຊັ້ນປະລິນຍາຕີ ຂຶ້ນໄປ ໃນສາຂາ ວິທະຍາສາດຄອມພິວເຕີ, ວິສະວະກໍາຄອມພິວເຕີ, ເຕັກໂນໂລຊີ-ຂໍ້ມູນຂ່າວສານ ( IT ) ຈາກພາຍໃນ ແລະ ຕ່າງປະເທດ;
2. ມີຜົນການຮຽນ CGPA ແຕ່ 2,50 ຂຶ້ນໄປ ມີຄະແນນ B ຂຶ້ນໄປ;
3. ສາມາດສື່ສານ ພາສາອັງກິດ ( ເວົ້າ, ຂຽນ, ອ່ານ) ໄດ້ໃນລະດັບດີ;
4. ມີຄວາມຮູ້, ຄວາມສາມາດ ໃນການຕິດຕັ້ງ, ສ້ອມແປງ ແລະ ແກ້ໄຂບັນຫາ ທັງດ້ານ Hardware and ່ Application ອື່ນໆ;
5. ມີຄວາມຮູ້ດ້ານການຕິດຕັ້ງລະບົບເຄືອຂ່າຍ Cable ແລະ ລະບົບບໍ່ມີສາຍ Wireless;
6. ມີຄວາມສາມາດນໍາໃຊ້ອຸປະກອນເຄື່ອງມືຊ່າງ ແລະ ມີຄວາມຮູ້ທາງດ້ານ ເອເລັກໂຕນິກ ຍິ່ງເປັນການດີ;
7. ມີໃບຢັ້ງຢືນຜ່ານຫຼັກສູດ CCNA ຫຼື Network Security ແລະ ໃບຢັ້ງຢືນອື່ນໆ ທີ່ກ່ຽວຂ້ອງຍິ່ງເປັນການດີ.
# ຕໍາແຫນ່ງ ວິຊາການ ໄອທີ ທົ່ວໄປ 06 ຕໍາແຫນ່ງ : ປະຈໍາຢູ່ ສາຂາ ນະຄອນຫຼວງ 01 ຕໍາແຫນ່ງ, ສາຂາ ອຸດົມໄຊ 01 ຕໍາ ແຫນ່ງ, ສາຂາ ຫຼວງພະບາງ 01 ຕໍາແຫນ່ງ, ສາຂາ ຊຽງຂວາງ 01 ຕໍາແຫນ່ງ, ສາຂາ ສະຫວັນນະເຂດ 01 ຕໍາແຫນ່ງ ແລະ ສາຂາ ຈໍາປາສັກ 01 ຕໍາແຫນ່ງ.
– ເງື່ອນໄຂຜູ້ສະຫມັກ: ເພດຍິງ ຫຼື ຊາຍ ມີອາຍຸ 21 ປີ ຂຶ້ນໄປ ແລະ ບໍ່ເກີນ 35 ປີ
1. ໃບປະກາດຈົບຊັ້ນກາງ ຫຼື ຊັ້ນສູງ ໃນສາຂາ ໄອທີທົ່ວໄປ, ວິທະຍາສາດຄອມພິວເຕີ, ວິສະວະກໍາຄອມພິວເຕີ ເຕັກໂນໂລຊີ ຂໍ້ມູນຂ່າວສານ ( IT ) ຈາກພາຍໃນ ແລະ ຕ່າງປະເທດ;
2. ມີຜົນການຮຽນ CGPA ແຕ່ 2,50 ຂຶ້ນໄປ ແລະ ແຕ່ລະພາກຮຽນມີຄະແນນ B ຂຶ້ນໄປ;
3. ສາມາດສື່ສານ ພາສາອັງກິດ ( ເວົ້າ, ຂຽນ, ອ່ານ) ໄດ້ໃນລະດັບດີ;
4. ມີຄວາມຮູ້, ຄວາມສາມາດ ກ່ຽວກັບການຕິດຕັ້ງ, ສ້ອມແປງ ແລະ ແກ້ໄຂບັນຫາທາງດ້ານ Hardwareand Software;
5. ມີຄວາມຮູ້ກ່ຽວກັບ Windows, Linux, Open Source ແລະ Application ອື່ນໆ;
6. ມີຄວາມຮູ້ດ້ານການຕິດຕັ້ງເຄືອຂ່າຍ Cable ແລະ ລະບົບບໍ່ມີສາຍ Wireless;
7. ຮູ້ນໍາໃຊ້ອຸປະກອນເຄື່ອງມືຊ່າງ ແລະ ມີຄວາມຮູ້ດ້ານເອເລັກໂຕນິກຍິ່ງເປັນການດີ.
II. ພະນັກງານບັນຊີ-ບໍລິການ ຈໍານວນ 06 ຕໍາແຫນ່ງ ໃນນັ້ນ ປະຈໍາຢູ່ ສໍານັກງານໃຫຍ່ 02 ຕໍາແຫນ່ງ ແລະ ສາຂາຜົ້ງສາລີ 01 ຕໍາແຫນ່ງ, ສາຂາ ຫຼວງນ້ໍາທາ 01 ຕໍາແຫນ່ງ, ສາຂາ ອຸດົມໄຊ 01 ຕໍາແຫນ່ງ,ສາຂາ ສະຫວັນນະເຂດ 01 ຕໍາແຫນ່ງ.
# ເງື່ອນໄຂຜູ້ສະຫມັກ: ເພດຍິງ ຫຼື ຊາຍ ມີອາຍຸ 21 ປີ ຂຶ້ນໄປ ແລະ ບໍ່ເກີນ 35 ປີ
1. ມີໃບປະກາດຈົບປະລິນຍາຕີ ຂຶ້ນໄປ ໃນສາຂາ ວິຊາ ການເງິນ, ການທະນາຄານ, ການບັນຊີ ຈາກພາຍໃນ ແລະ ຕ່າງປະເທດ;
2. ມີຜົນການຮຽນ CGPA ເເຕ່ 2,50 ຂຶ້ນໄປ;
3. ມີຄວາມຮູ້ດ້ານ ພາສາອັງກິດ, ພາສາຈີນ ຫຼື ພາສາ ຫວຽດນາມ (ເວົ້າ, ຂຽນ, ອ່ານ) ໄດ້ໃນລະດັບດີ;
4. ມີຄວາມຮູ້ດ້ານການກວດສອບບັນຊີ ແລະ IFRS;
5. ມີຄວາມຮູ້ໃນການນໍາໃຊ້ Microsoft Office (ບັນດາລະບົບໂປຼແກຼມຕ່າງໆ) ເປັນຢ່າງດີ;
6. ມີສຸຂະພາບແຂງແຮງດີ;
7. ມີບຸກຄະລິກກະພາບດີ, ມະນຸດສໍາພັນດີ ແລະ ມີຄວາມຄ່ອງແຄ້ວໃນຫນ້າທີ່ວຽກງານດີ;
8. ສາມາດໄປປະຈໍາການຢູ່ຕ່າງແຂວງໄດ້;
9. ມີປະສົບການໃນວຽກງານບັນຊີ ຫຼື ກວດສອບບັນຊີ ພາຍນອກມາກ່ອນ ຍິ່ງເປັນການດີ.
ບັນດາ ສາຂາ ຕ່າງແຂວງ: ຜູ້ສະຫມັກຕ້ອງເປັນຄົນທ້ອງຖິ່ນ ຫຼື ມີທີ່ຢູ່ອາໄສຖາວອນ ຢູ່ແຂວງທີ່ຕົນສະ ຫມັກ ໂດຍມີເອກະສານຢັ້ງຢືນ ທີ່ອອກ ແລະ ຂຶ້ນກັບແຂວງທີ່ສະຫມັກ: ເຊັ່ນ ສໍາມະໂນຄົວ, ບັດປະຈໍາໂຕຫຼື ໃບຢັ້ງຢືນທີ່ຢູ່,
III. ພະນັກງານ ສິນເຊື່ອ ສໍານັກງານໃຫຍ່ ຈໍານວນ 03 ຕໍາແຫນ່ງ.
+ ເງື່ອນໄຂຜູ້ສະຫມັກ: ເພດ ຊາຍ 21 ປີ ຂຶ້ນໄປ ບໍ່ເກີນ 35 ປີ
1. ມີໃບປະກາດຈົບປະລິນຍາຕີຂຶ້ນໄປ ໃນສາຂາ ວິຊາ ການເງິນການທະນາຄານ, ເສດຖະສາດ ຫຼື ວິຊາການ – ກະເສດ ຈາກພາຍໃນ ແລະ ຕ່າງປະເທດ;
2. ມີຜົນການຮຽນ CGPA ແຕ່ 2,50 ຂຶ້ນໄປ, ຕ້ອງມີຄະແນນ B ຂຶ້ນໄປ;
3. ມີປະສົບການໃນວຽກງານຍິ່ງເປັນການດີ;
4. ສາມາດສື່ສານພາສາອັງກິດ ຫຼື ພາສາຕ່າງປະເທດໃດຫນຶ່ງໃນລະດັບດີ (ເວົ້າ, ຂຽນ, ອ່ານ ຟັງ ໄດ້ຢ່າງຄ່ອງ ່ ແຄ້ວ);
5. ມີຄວາມຮູ້ໃນການນໍາໃຊ້ Microsoft Office ເປັນຢ່າງດີ;
6. ມີສຸຂະພາບແຂງແຮງດີ;
7. ມີມະນຸດສໍາພັນດີ ແລະ ມີຄວາມຄ່ອງແຄ້ວໃນຫນ້າທີ່ວຽກງານດີ;
8. ສາມາດໄປປະຈໍາການຢູ່ຕ່າງແຂວງໄດ້.
IV. ພະນັກງານ ການຕະຫຼາດ ສໍານັກງານໃຫຍ່ ຈໍານວນ 01 ຕໍາແຫນ່ງ.
+ ເງື່ອນໄຂຜູ້ສະຫມັກ: ເພດຍິງ ຫຼື ຊາຍ ມີອາຍຸ 21 ປີ ຂຶ້ນໄປ ແລະ ບໍ່ເກີນ 35 ປີ
1. ມີໃບປະກາດຈົບປະລິນຍາຕີຂຶ້ນໄປ ໃນສາຂາ ວິຊາ ການຕະຫຼາດ;
2. ມີຜົນການຮຽນ CGPA ແຕ່ 3,00 ຂຶ້ນໄປ (ຈົບພາຍໃນປະເທດ ຫຼື ຈົບຈາກຕ່າງປະເທດ ທີ່ກໍາລັງພັດທະນາ);
3. ມີຜົນການຮຽນ CGPA ແຕ່ 2,50 ຂຶ້ນໄປ, (ຈົບຈາກຕ່າງປະເທດ, ປະເທດທີ່ພັດທະນາແລ້ວ);
4. ສາມາດສື່ສານພາສາອັງກິດ ຫຼື ພາສາຕ່າງປະເທດໃດຫນຶ່ງໃນລະດັບດີ (ເວົ້າ, ຂຽນ, ອ່ານ ຟັງ ໄດ້ຢ່າງຄ່ອງແຄ້ວ);
5. ມີສຸຂະພາບແຂງແຮງດີ;
6. ມີຄວາມຄ່ອງແຄ້ວໃນການໂຄສະນາປະຊາສໍາພັນໄດ້ເປັນຢ່າງດີ, ການວາງແຜນ, ວິເຄາະທາງການຕະຫຼາດ;
7. ມີຄວາມຮູ້ໃນການນໍາໃຊ້ Microsoft Office ເປັນຢ່າງດີ;
8. ມີປະສົບການໃນວຽກງານຍິງເປັນການດີ.
V. ພະນັກງານ ນິຕິກໍາ ສໍານັກງານໃຫຍ່ ຈໍານວນ 01 ຕໍາແຫນ່ງ.
+ ເງື່ອນໄຂຜູ້ສະຫມັກ: ເພດຊາຍ ມີອາຍຸ 21 ປີ ຂຶ້ນໄປ ແລະ ບໍ່ເກີນ 35 ປີ
1. ມີໃບປະກາດຈົບປະລິນຍາຕີຂຶ້ນໄປ ໃນສາຂາ ວິຊາ ກົດຫມາຍທຸລະກິດ, ກົດຫມາຍການປົກຄອງ;
2. ມີຜົນການຮຽນ CGPA ແຕ່ 2,50 ຂຶ້ນໄປ, ຕ້ອງມີຄະແນນ B ຂຶ້ນໄປ;
3. ສາມາດສື່ສານພາສາອັງກິດ ຫຼື ພາສາຕ່າງປະເທດໃດຫນຶ່ງໃນລະດັບດີ (ເວົ້າ, ຂຽນ, ອ່ານ ຟັງ ໄດ້ຢ່າງຄ່ອງ
VI. ວິທີໃນການສະຫມັກ: ຜູ້ທີ່ມີຄວາມສົນໃຈ ແລະ ມີເງື່ອນໄຂຄົບຖ້ວນໃຫ້ປະຕິບັດດັ່ງນີ້
1). ເອກະສານປະກອບ :
1. ຟອມສະຫມັກງານ ຂອງທະນາຄານສົ່ງເສີມກະສິກໍາ ( ສາມາດດາວໂລດໄດ້ທີ່ເວັບໄຊ ທສກ ແລະ ພົວພັນເອົາທີ່ພະແນກຈັດຕັ້ງ ແລະ ພະນັກງານ ທສກ ສໍານັກງານໃຫຍ່ ແລະ ສາຂາ ໃນໂມງລັດຖະການ )
2. ໃບຄໍາຮ້ອງຂຽນດ້ວຍຕົນເອງ;
3. ປະຫວັດຫຍໍ້ 4 ຫນ້າ ຂອງຜູ້ກ່ຽວ ;
4. ສໍາເນົາບັດປະຈໍາຕົວ ຫຼື Passport ແລະ ປື້ມສໍາມະໂນຄົວ ;
5. ໃບແຈ້ງໂທດຈາກສານ ( ບໍ່ເກີນ 03 ເດືອນ) ;
6. ໃບປະກາດ ແລະ ໃບຄະແນນປະລິນຍາຕີຂຶ້ນໄປ ຕາມເງື່ອນໄຂແຕ່ລະຕໍາແຫນ່ງງານ, ສໍາລັບຜູ້ທີ່ສໍາເລັດ ການສຶກສາແລ້ວແຕ່ຍັງບໍ່ທັນໄດ້ຮັບໃບປະກາດ (ລໍຖ້າຮັບໃບປະກາດ) ສາມາດສະຫມັກໄດ້ໂດຍການສໍາເນົາ ໃບຢັ້ງຢືນ ແລະ ໃບຄະແນນ ສະບັບຕົ້ນ ມາພ້ອມເວລາຢືນໃບສະຫມັກ;
7. ໃບຢັ້ງຢືນທີ່ຢູ່;
8. ໃບກວດກາສຸຂະພາບ;
9. ໃບຢັ້ງຢືນຜູ້ປົກຄອງ ( ໃບຄໍ້າປະກັນ );
10. ຮູບຂະຫນາດ 3 x 4 ຈໍານວນ 03 ໃບ ( ຖ່າຍບໍ່ເກີນ 03 ເດືອນ ).
2). ການສົ່ງເອກະສານສະຫມັກ ຢູ່ ສໍານັກງານໃຫຍ່ ແລະ ສາຂາ ຕ່າງແຂວງ: – ການຍື່ນເອກະສານສະຫມັກຢູ່ ສໍານັກງານໃຫຍ່ ( ນະຄອນຫຼວງວຽງຈັນ) : ໃຫ້ນໍາເອກະສານທີ່ປະກອບສໍາເລັດຍື່ນພະແນກຈັດຕັ້ງແລະ ພະນັກງານ ຊັ້ນ 5 ທສກ ສໍານັກງານໃຫຍ່ ເຊີ່ງຈະເປີດຮັບສະຫມັກ ວັນທີ24/08/2020 ຫາ 21/09/2020 ໃນໂມງລັດຖະການ ່ ການຍື່ນເອກະສານຢູ່ສາຂາຕ່າງແຂວງ: ສາມາດໄປຍື່ນເອກະສານ ແຕ່ວັນທີ 24/08/2020 – 18/09/2020
ຢູ່ ທສກ ສາຂາ ໄກ້ບ້ານທ່ານ ໃນໂມງລັດຖະການ ລາຍລະອຽດເພີ່ມເຕີມສາມາດຕິດຕາມຂໍ້ມູນຈາກ ເວັບ ໄຊ: www.apb.com.la ຫຼື ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ພະແນກ ຈັດຕັ້ງ ແລະ ພະນັກງານ (ເບີໂທ 030 5409092 ແລະ 030 5458373)
ໄຟລ໌ແນບດັ່ງນີ້:



