ຕາມການແຈ້ງການຂອງລັດວິສາຫະກິດໄຟຟ້າລາວ ເມື່ອເດືອນທີ່ຜ່ານມາ ກ່ຽວກັບການຄິດໄລ່ຄ່າໄຟຟ້າແບບໃໝ່ ຫລືຄິດໄລ່ ເປັນ 2 ຂັ້ນ. ມາເດືອນນີ້ລັດວິສະຫະກິດໄຟຟ້າລາວ ໄດ້ມີການຄິດໄລ່ແບບ 2 ຂັ້ນໃຫ້ກັບຜູ້ໃຊ້ໄຟຟ້າແຕ່ 0-461 ກິໂລວັດໂມງ/ເດືອນແລ້ວ. ນອກຈາກນີ້, ການຫຼຸດຄ່າໄຟຟ້າໃນບິນເດືອນ 06 ກໍ່ຄິດໄລ່ແທນຄືນໃນເດືອນ 08

ສຳລັບຜູ້ທີ່ໃຊ້ໄຟຟ້າແຕ່ 0-461 ກິໂລວັດໂມງ/ເດືອນ ແມ່ນຈະບໍ່ໄດ້ຮັບສ່ວນຫຼຸດຄ່າໄຟຟ້າ ແຕ່ຈະຄິດໄລ່ເປັນ 2 ຂັ້ນຄື: ຈະມີການຫັກ 150 ກິໂລວັດໂມງທຳອິດ ຄູນໃຫ້ 355ກີບ ສ່ວນພະລັງງານທີ່ເຫຼືອແມ່ນຄູນໃຫ້ 710ກີບ ແລ້ວເອົາທັງສອງບວກເຂົ້າກັນເປັນມູນຄ່າການໃຊ້ໄຟຟ້າໃນເດືອນນັ້ນ. ຕົວຢ່າງໃນໃບບີນຄ່ານີ້.ພະລັງການໃຊ້ໄຟໃນເດືອນນີ້ແມ່ນ. 201 ແມ່ນຕົກໃນເກນລະຫວ່າງ 151-461 ແລ້ວ. ເອົາມາຄິດໄລ່ 2 ຂັ້ນຄື.
1. ເອົາ 150 x 355 =53,250 ກີບ.
2. ສ່ວນທີ່ແມ່ນ 51×710=36,210 ກີບ
ຄ່າໄຟທີ່ໃຊ້ໃນເດືອນນີ້ ແແມ່ນ 53,250+36,210=89,460 ກີບ. ແຕ່ກໍ່ຍັງມີຄ່າບໍາລຸງຮັກຫມໍ້ນັບໄຟ + ຄ່າພາສີອາກອນ 10%
ສະນັ້ນ ເອົາ89,460 +7800=97,260 ກີບ. ແລ້ວເອົາ + ຄ່າອາກອນ 10%. ຄື 97,260+9726=106,986ກີບ. ຄ່າໄຟທີ່ຈະຕ້ອງໄດ້ຈ່າຍແມ່ນ 106,986ກີບ (ຖ້າບໍ່ມີສ່ວນຫລຸດ)
ການຄິດໄລ່ແບບໃໝ່ເປັນ 2 ຂັ້ນແມ່ນຈະເລີ່ມແຕ່ເດືອນ ສິງຫາ ຫາເດືອນ ທັນວາ 2020.