ກິ່ນເຕົ່າເປັນບັນຫາສຸດເໝັນທີ່ເກີດຂຶ້ນກັບໃຜກໍ່ຕ້ອງຖືກຫັນໜ້າໜີໄປຊະໝົດ ແລະ ດ້ວຍເພາະກິ່ນບໍ່ລັນຈວນຈິດໃຈທີ່ເຮັດໃຫ້ຄົນອ້ອມຂ້າງເບິ່ງວ່າເປັນຄົນບໍ່ຮັກສາຄວາມສະອາດ ໃຜມີບັນຫານີ້ຢູ່ຢ່າຟ້າວທໍ້ໃຈເພາະກິ່ນເຕົ່າທີ່ເໝັນຕຸໆນີ້ສາມາດກຳຈັດໄດ້ຖ້າຫາກຮູ້ວິທີທີ່ຖືກຕ້ອງແລະເໝາະສົມ ແລະ ມື້ນີ້ເຮົາມີວິທີກຳຈັດກິ່ນເຕົ່າມານຳສະເໜີຄື

1. ທຳຄວາມສະອາດຢ່າງສະໝ່ຳສະເໝີ
ຖືເປັນຂໍ້ຄວນປະຕິບັດເບື້ອງຕົ້ນໃນການກຳຈັດກິ່ນເຕົ່າແລະກິ່ນໂຕ ເພາະໂດຍສ່ວນໃຫ່ຍກິ່ນຕົວນັ້ນມັກມາຈາກການບໍ່ຮັກສາຄວາມສະອາດເທົ່າທີ່ຄວນ ເຮັດໃຫ້ເກີດການໝັກແລະກາຍເປັນກິ່ນຕຸໆ ດັ່ງນັ້ນທຸກເທື່ອທີ່ອາບນ້ຳຄວນຍົກແຂນຂຶ້ນອະນາໄມບໍລິເວນຂີ້ແຮ້ໃຫ້ເຫື່ອຫຼືສິ່ງສົກກະປົກທີ່ໝັກມົ່ນຢູ່ອອກໄປ ເທົ່ານີ້ກໍ່ສາມາດບັນເທົາກິ່ນເຕົ່າໄດ້ໃນລະດັບໜຶ່ງແລ້ວ
2. ງົດກີນອາຫານບາງຊະນິດ
ອາຫານທີ່ເຮົາຮັບປະທານເຂົ້າໄປທຸກມື້ນີ້ມີສ່ວນເຮັດໃຫ້ເກີດກິ່ນເຕົ່າໄດ້ ໂດຍສະເພາະອາຫານມີກິ່ນແຮງຍິ່ງຈະເຮັດໃຫ້ກິ່ນໂຕເຮົາແຮງຂຶ້ນ ເມື່ອປະສົມກັບເຫື່ອໄຄທີ່ສະສົມຢູ່ໃຕ້ວົງແຂນ ກິ່ນທີ່ອອກມາກໍ່ຈະຍິ່ງຮຸນແຮງສະນັ້ນຖ້າຫາກຕ້ອງການຫຼຸດກິ່ນເຕົ່າຄວນຫຼີກລຽງອາຫານປະເພດລົດຈັດກິ່ນແຮງຈະດີທີ່ສຸດ

3. ໝັ່ນດູແລຂົນຂີ້ແຮ້ຢ່າງສະໝ່ຳສະເໝີ
ການປ່ອຍໃຫ້ຂົນຂີ້ແຮ້ຍາວຫຼາຍໆກໍ່ຍິ່ງຈະເຮັດໃຫ້ບໍລິເວນໃຕ້ວົງແຂນກາຍເປັນແຫຼ່ງສະສົມຂອງເຊື້ອໂລກດັງນັ້ນເພື່ອຫຼຸດກິ່ນຂີ້ແຮ້ຄວນໝັ່ນຕັດຫຼືຫຼົກຂົນໃຫ້ສັ້ນຢູ່ສະເໝີ ເພື່ອຈະໄດ້ບໍ່ເປັນແຫຼ່ງສະສົມຂອງສິ່ງສົກກະປົກແລະເຊື້ອໂລກຕ່າງໆຈົນເຮັດໃຫ້ເກີດມີກິ່ນຕາມມາ
4. ເລເຊີຂີ້ແຮ້
ແຕ່ຖ້າຫາກວ່າຢາກໃຫ້ບັນຫາກິ່ນຂີ້ແຮ້ຫາຍແບບຖາວອນແມ່ນການເລເຊີຂົນຂີ້ແຮ້ນິແຫຼະຊ່ວຍໄດ້ ເພາະເມື່ອບໍ່ມີຂົນກໍ່ຈະທຳຄວາມສະອາດໄດ້ງ່າຍບໍ່ເກີດແຫຼ່ງສະສົມຂອງເຊື້ອໂລກແລະສິ່ງສົກກະປົກ ແຖມເລເຊີຂົນຍັງຊ່ວຍໃຫ້ບໍລິເວນໃຕ້ວົງແຂນລຽນນຽນຫຼາຍຂຶ້ນ ບອກລາກິ່ນເຕົ່າໄປໄດ້ເລີຍ

# ເຫັນບໍລ່ະວ່າວິທີການກຳຈັດກີ່່ນເຕົ່ານັ້ນເຮັດໄດ້ງ່າຍຫາຍ ຖ້າເຮັດຕາມນີ້ກໍບໍ່ຕ້ອງກັງວົນເລື່ອງບັນຫາກິ່ນເຕົ່າກິ່ນຕົວອີກຕໍ່ໄປແລ້ວ ແຕ່ຖ້າເຮັດທຸກວິທີແລ້ວກໍຍັງພົບວ່າກິ່ນຈາກໃຕ້ວົງແຂນຍັງຮຸນແຮງຢູ່ກໍອາດຕ້ອງໄປພົບແພດ ເພາະກິ່ນທີ່ເກິດຂື້ນອາດເປັນອາການທີ່ເກີດຈາກຄວາມຜິດປົກກະຕິຂອງຮ່າງກາຍໄດ້
ທີ່ມາ: https://bit.ly/3kQtAH3