ໃບສະໝັກທຶນການສຶກສາລະດັບປະລິນຍາຕີຂອງມູນນິທິເກື້ອຝັນເດັກ ສົກສຶກສາ 2020 – 2021, ສປປ ລາວ
ໃບສະໝັກນີ້ສາມາດສະໝັກໄດ້ສະເພາະນັກຮຽນທີ່ຮຽນຈົບ ມ 7 ຢູ່ພາຍໃນ ສ ປ ປ ລາວເທົ່ານັ້ນ
ໝົດກຳນົດສົ່ງໃບສະໝັກ ວັນທີ່ 31 ສິງຫາ 2020. ຫາກສົ່ງໃບສະໝັກຊ້າກວ່າກຳນົດ ໃບສະໝັກຈະບໍ່ໄດ້ຮັບການພິຈາລະນາໂດຍອັດຕະໂນມັດ.
ຂໍ້ມູນກ່ຽວກັບມູນນິທິ ແລະ ເງື່ອນໄຂໃນການສະໝັກທຶ
ມູນນິິທິໄດ້ໃຫ້ການສະໜັບສະໜູນທຶນການສຶກສາລະດັບປະລິນຍາຕີຮຽນຢູ່ມະຫາວິທະຍາໄລຕ່າງໆໃນ ສ ປ ປ ລາວ (ມະຫາວິທະຍາໄລຂອງລັດ), ເຊິ່ງທາງມູນນິທິຈະໃຫ້ຄວາມຊ່ວຍເຫຼືອຄວາມຕ້ອງການພື້ນຖານທາງດ້ານອຸປະກອນການຮຽນ, ຄ່າຮຽນ ແລະ ຄ່າອື່ນໆ. ຜູ້ສະໝັກຈະຕ້ອງຜ່ານຂະບວນການຄັດເລືອກຈາກຄະນະກຳມະການຂອງມູນນິທິ ແລະ ສາມາດເສັງເຂົ້າມະຫາວິທະຍາໄລທີ່ທາງມູນນິທິສະໜັບສະໜູນເທົ່ານັ້ນ.
ເງຶື່ອນໄງຂອງນັກຮຽນທີ່ຈະສະໝັກທຶນ
1. ຕ້ອງເປັນຄົນສັນຊາດລາວ
2. ອາຍຸບໍ່ເກີນ 30 ປີ
3. ຕ້ອງຮຽນຈົບມັດທະຍົມສຶກສາ ມ 7 ຫຼື ກຳລັງເຮັດວຽກຢູ່.
4. ຕ້ອງເປັນຜູ້ທີ່ມີຖານະທາງຄອບຄົວຍາກຈົນ, ພໍ່-ແມ່ ຫຼື ຜູ້ປົກຄອງບໍ່ສາມາດສົ່ງຮຽນຕໍ່ໃນລະດັບປະລິນຍາຕີໄດ້ ແລະ ຂາດຜູ້ອຸປະກາລະ.
5. ບໍ່ເຄີຍຮຽນລະດັບປະລິນຍາຕີມາກ່ອນ.
6. ມີລາຍຊື່ເສັງຕິດມະຫາວິທະຍາໄລ, ຄະນະ ແລະ ສາຂາວິຊາທີ່ຕົນເອງໄດ້ເລືອກໄວ້ໃນໃບສະໝັກເທົ່ານັ້ນ.
7. ຄະແນນສະເລ່ຍ 6 ພາກຮຽນຂອງ ມ5, ມ6 ແລະ ມ7 ລວມກັນ ບໍ່ຫຼຸດ 7.5
8. ນັກຮຽນຜູ້ທີ່ຕ້ອງການຮຽນຢູ່ຄະນະ ສະປັດຕະຍະກໍຳສາດ, ຄະນະ ວິສະວະກຳສາດ ແລະ ຢູ່ມະຫາວິທະຍາໄລວິທະຍາສາດສຸຂະພາບ ຄະແນນ ເລກ, ຟີຊິກ ແລະ ເຄມີ ແຕ່ລະພາກຮຽນຂອງ ມ 5, ມ 6 ແລະ ມ 7 ຕ້ອງໄດ້ 7 ຂື້ນໄປ .
9. ບໍ່ໄດ້ຮັບທຶນຈາກລັດຖະບານຫຼືອົງການອື່ນໆ (ກໍລະນີທີ່ໄດ້ຮັບທຶນຈາກລັດຖະບານຕາມສາຂາວິຊາຮຽນທີ່ຂຽນໄວ້ໃນໃບສະໝັກທາງມູນນິທິກໍ່ຍັງຈະສະໜັບສະໜຸນຢູ່)
10. ຈົບມັດທະຍົມຕອນປາຍມາແລ້ວຫຼາຍປີ, ເປັນກຳມະກອນ ຫຼື ພະນັກງານ ແລະ ອາສາສະມັກ ສາມາດດາວໂຫຼດເອົາໃບສະໝັກໄດ້ຜ່ານທາງເຟສບຸກຂອງມູນນິທິ.
11. ບໍ່ມີແຜນໄປຮຽນຕໍ່ຢູ່ຕ່າງປະເທດ ແລະ ບໍ່ມີແຜນຍ້າຍໄປຢູ່ຕ່າງປະເທດ.
12. ນັກຮຽນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການໄປສະໝັກ ແລະ ສອບເສັງເຂົ້າມະຫາວິທະຍາໄລໄດ້ດ້ວຍຕົນເອງ ຕາມການປະກາດຂອງແຕ່ລະມະຫາວິທະຍາໄລ.
13. ເລືອກຮຽນແຕ່ພາກປົກກະຕິເທົ່ານັ້ນ, ຈະບໍ່ສະໜັບສະໜຸນຮຽນພາກພິເສດ.
14. ຫາກມີອ້າຍ ຫຼື ເອື້ອຍໄດ້ຮັບທຶນຂອງມູນນິທິຢູ່ແລ້ວ ທາງມູນນິທິຈະພິຈາລະນາໃບສະໝັກນັ້ນພາຍຫຼັງ ຫຼື ບໍ່ພິຈາລະນາເລີຍຫາກບໍ່ມີເງື່ອນໄຂພຽງພໍ.
ຂໍ້ມູນທົ່ວໄປ
ສຳລັບການຄັດເລືອກນັກຮຽນໃໝ່ຈະຄັດເລືອກປີລະ 1 ຄັ້ງເທົ່ານັ້ນ. ນັກຮຽນທີ່ໄດ້ທຶນແລ້ວຕ້ອງຮັກສາສະຖານະພາບການເປັນນັກຮຽນໄວ້ໃຫ້ດີໃນຊ່ວງໄລຍະການຮຽນ ແລະ ປະຕິບັດຕາມກົດລະບຽບຂອງມະຫາວິທະຍາໄລວາງອອກ ແລະ ທາງມູນນິທິຈະເຊັນສັນຍາການໃຫ້ທຶນປີຕໍ່ປີ. ມູນນິທິເກື້ອຝັນເດັກແມ່ນສະໜັບສະໜູນທຶນການສຶກສາໃຫ້ແກ່ນັກຮຽນ 100% ຕະຫຼອດໄລຍະການຮຽນ, ລວມທັງຄ່າໃຊ້ຈ່າຍ ອື່ນໆລວມມີ:
1. ຄ່າເທີມ 2. ຄ່າເບ້ຍລ້ຽງ 3. ຄ່າທີ່ພັກ 4. ຄ່າອຸປະກອນການຮຽນ 5. ຄ່າປະກັນສຸຂະພາບ
ໝາຍເຫດ: ທາງມູນນິທິຈະບໍ່ສະໜັບສະໜຸນ ຄ່າຄອງຊີບ, ຄ່າເບ້ຍລ້ຽງ, ຄ່າທີ່ພັກ, ຄ່າອຸປະກອນການຮຽນ, ຄ່າປະກັນສຸຂະພາບ ແລະ ຄ່າອື່ນໆໃນເວລາພັກຮຽນ.
ວິທີສະໝັກ
1. ບ່ອນເອົາໃບສະໝັກ
-ນັກຮຽນສາມາດດາວໂຫຼດເອົາໃບສະໝັກໄດ້ຜ່ານທາງເຟສບຸກ:
-ຈາກນັກຮຽນທຶນທີ່ລົງໄປແນະນຳທຶນ
– ຈາກອົງການເຄື່ອຄ່າຍຂອງມູນນິທິ
2. ວິທີສົ່ງໃບສະໝັກ
– ຫຼັງຈາກທີ່ນັກຮຽນປະກອບໃບສະໝັກຄົບຖ້ວນແລ້ວໃຫ້ສົ່ງໃບສະໝັກໄດ້ທີ່ຈຸດຮັບໃບສະໝັກ ຢູ່ທີ່ມະຫາວິທະຍາໄລທີ່ຕົນເອັງເລືອກຮຽນ ຕອນທີ່ໄປສອບເສັງ (ເລືອກຮຽນ 2 ມະຫາວິທະຍາໄລ ໃຫ້ສົ່ງໃບສະໝັກຢູ່ຈຸດຮັບໃບສະໝັກຂອງມະຫາວິທະຍາໄລໃດໜຶ່ງກໍ່ໄດ້) ຫາກບໍ່ເຫັນບ່ອນສົ່ງໃບສະໝັກຢູ່ມະຫາວິທະຍາໄລໃຫ້ຕິດຕໍ່ສອບຖາມໄດ້ທີ່ເຟສບຸກ
– ສາມາດສະແກນສົ່ງມາທາງອີເມລນີ້ກໍ່ໄດ້ cdusplb@gmail.com (ໃບສະໝັກທີ່ສົ່ງທາງອີເມລ ໃບສະໝັກຕ້ອງສາມາດອ່ານໄດ້ ແລະ ຈັດລຽງໜ້າຕາມໃບສະໝັກ ພ້ອມດ້ວຍເອກະສານຄັດຕິດ)
ຄຳແນະນຳ
1. ຂຽນໃບສະໝັກໃຫ້ຄົບຖ້ວນສົມບູນທຸກພາກສ່ວນດ້ວຍຕົນເອງຕາມຄວາມເປັນຈິງຂອງຕົນທຸກຢ່າງ.
2. ປະກອບເອກະສານຄັດຕິດມາໃຫ້ຄົບຖ້ວນ. ຖ້າຫາກໃບສະໝັກບໍ່ສົມບູນ ຫຼື ເອກະສານບໍ່ຄົບຖ້ວນຈະບໍ່ພິຈາລະນາໃນການໃຫ້ທຶນທຸກກໍລະນີ.
3. ໃບສະໝັກໃດກໍ່ຕາມທີ່ສົ່ງມາຫຼັງກຳນົດສົ່ງ ຈະຖືກຕັດສິດອັດຕະໂນມັດໂດຍບໍ່ມີຂໍ້ຍົກເວັ້ນ.
4. ກ່ອນສົ່ງໃບສະໝັກກະລຸນາກວດໃບສະໝັກຄືນເບິ່ງວ່າໃບສະໝັກຄົບຖ້ວນສົມບູນຫຼືບໍ່, ບໍ່ເປື້ອນ, ສາມາດອ່ານໄດ້ (ໃນກໍລະນີທີ່ສະແກນສົ່ງມາທາງອອນລາຍແມ່ນໃຫ້ສາມາດອ່ານໄດ້)
5. ໜ້າ 1-3 ບໍ່ຈໍຳເປັນຕ້ອງສົ່ງມູນນິທິກໍ່ໄດ້ ໃຫ້ນັກຮຽນເກັບໄວ້ອ່ານເອງ.
6. ນັກຮຽນທຸກຄົນຕ້ອງຕອບຄຳຖາມໃນໃບສະໝັກໃຫ້ຄົບທຸກຄຳຖາມ ແລະ ຕາມຄວາມເປັນຈິງ
ການເລືອກສາຍຮຽນ
ນັກຮຽນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການໄປສອບເສັງເຂົ້າແຕ່ລະມະຫາວິທະຍາໄລທີ່ຕົນເອ້ງເລຶອກຮຽນດ້ວຍຕົວເອັງ, 1 ມະຫາວິທະຍາໄລ ມູນນິທິອະນຸຍາດໃຫ້ນັກຮຽນເລື່ອກຮຽນໄດ້ 1 ສາຂາວິຊາເທົ່ານັ້ນ ແລະ ສາມາດເລືອກຮຽນໄດ້ 2 ມະຫາວິທະຍາໄລຕາມທີ່ນັກຮຽນຕ້ອງການຮຽນເລືອກມະຫາວິທະຍາໄລ ແລະ ສາຂາວິຊາທີ່ຕ້ອງການຮຽນຕາມຫົ່ມູນນິທີ່ກໍານົດໄວ້ລຸ່ມນີ້ເທົ່ານັ້ນ, ຫາກເລືອກສາຍຮຽນທີ່ບໍ່ ໄດ້ກໍານົດຢູ່ໃນໃບສະຫມັກນີ້ຈະບໍ່ຮັບພິຈາລະນາໃຫ້ທຶນ. – ຫາກນັກຮຽນເລືອກຮຽນຢູ່ມະຫາວິທະຍາໄລວິທະຍາສາດສຸຂະພາບ ນັກຮຽນຕ້ອງເລືອກຮຽນຢູ່ມະຫາວິທະຍາໄລວິທະຍາ ສາດສຸຂະພາບແຫ່ງດຽວເທົ່ານັ້ນ ນັກຮຽນບໍ່ສາມາດເລືອກຮຽນຢູ່ມະຫາວິທະຍາໄລອື່ນສໍາຮອງໄດ້. ລະບູມະຫາວິທະຍາໄລ/ຄະນະສາຂາວິຊາທີ່ເລືອກຮຽນຕາມທີ່ຕົນເອງຕ້ອງການຮຽນລຸ່ມນີ້:



ນ້ອງນັກຮຽນທີ່ຂຽນໃບສະໝັກແລ້ວບໍ່ຮູ້ວ່າຈະໄປສົ່ງໃບສະໝັກຢູ່ໃສ່? ນີ້ແມ່ນຄຳຕອບ. ນັກຮຽນທີ່ເລືອກບ່ອນຮຽນຢູ່ 2 ມະຫາວິທະຍາໄລ ສົ່ງໃບສະໝັກຢູ່ມະຫາວິທະຍາໄລໄດຫນຶ່ງກໍ່ໄດ້ ບໍ່ຈຳເປັນຕ້ອງສົ່ງໃບສະໝັກທັງ 2 ມະຫາວິທະຍາໄລ, ນັກຮຽນສາມາດສົ່ງໃບສະໝັກຢູ່ຈຸດໃດກໍ່ໄດ້ອີງຕາມຄວາມສະດວກຂອງຕົວເອັງ.

ທ່ານສາມາດດາວໂຫລດ ໃບສະໝັກໄດ້ທີ່ນີ້ ຫຼື ດາວໂຫລດແບບຟອມໄດ້ຈາກ ລິ້ງ https://bit.ly/2zluLLu
ປິດຮັບສະໝັກວັນທີ່ 31 ສິງຫາ 2020. ຫາກທ່ານ ມີຄວາມສົນໃຈ ຫຼື ມີຄວາມຕ້ອງການຟາກຮູ້ລາຍລະອຽດ ແລະ ຕ້ອງການ ໃບສະໝັກແມ່ນ ກົດທີ່ນີ້ : ດາວໂຫລດ ແບບຟອມ ຫລື ໃບສະໝັກ https://bit.ly/2YbveJp ຫຼື https://bit.ly/3h5ESEJ
– ສົ່ງທາງເຟສບຸກ: Facebook ຂອງມູນນິທິເກື້ອຝັນເດັກແມ່ນ: https://www.facebook.com/CDHELaos/