ໃນວັນທີ 10-6-2020 Delhi Express ໄດ້ລາຍງານວ່າ ເມື່ອເວລາ 10.16 AM ຕາມເວລາອິນໂດເນເຊຍຕາເວັນຕົກ ພູເຂົາໄຟ ຊີນາບຸງ ( Sinabung ) ທາງຕອນເໜືອຂອງເກາະສຸມາຕຼາ ປະເທດອີນໂດເນເຊຍ ປະທຸພົ່ນເຖົ້າຖ່ານ ແລະ ກູ່ມຄັວນຫນາແຫນ້ນສູງຂຶ້ນສູ່ທ້ອງຟ້າທີ່ໄລຍະທາງຣາວ 5 ກີໂລແມັດ ແລະ ແລະ ມີກະແສ pyroscopic ຫຼືການໄຫຼຂອງ pyroscopic ເຊິ່ງແມ່ນສ່ວນຂອງອາຍແກັສແລະໂງ່ນຫີນທີ່ກະເດັນອອກຈາກການລະເບີດຂອງພູເຂົາໄຟ.

ທ່ານດຣ Davy Kamils Yahbana ຈາກສູນທໍລະນີວິທະຍາທາງທໍລະນີສາດແລະພູເຂົາໄຟຂອງອິນໂດເນເຊຍ ໄດ້ໂພສຂໍ້ຄວາມທາງ Twitter ທາງການຍົກລະດັບເຕືອນໄພການປະທຸຂອງພູເຂົາໄຟSinabung ທີ່ລະດັບ 3
ພູໄຟຊີນາບັງຕັ້ງຢູ່ ເມືອງກາໂຣ ຂອງແຂວງຊູມາຕຣາເໜືອ ອິນໂດເນເຊຍ, ໄດ້ພົ່ນຂີ້ເທົ່າ ອອກໃນປີ 2010 ເປັນເທື່ອທຳອິດ ພາຍຫລັງງຢຸດນິ້ງ ມາໄດ້ເກືອບ 400 ປີ. ພູໄຟດັ່ງກ່າວ ເກີດມີສະພາບການ ໃນບໍ່ເທົ່າໃດປີມານີ້, ໃນເດືອນກຸມພາ ປີ 2014, ພູໄຟຊີນາບັງ ໄດ້ພົ່ນລາວາ ອອກມາເຮັດໃຫ້ມີຜູ້ເສຍຊີວິດ 16 ຄົນ ແລະ ບໍ່ມີທີ່ຢູ່ອາໄສ 1.000 ກວ່າຄົນ.

ໃນປີ 2019, ພູເຂົາໄຟ Sinabung ໄດ້ເກີດລະເບີດ 2 ຄັ້ງເຊິ່ງເປັນຄັ້ງ ທຳ ອິດໃນເດືອນພຶດສະພາ. ການລະເບີດດັ່ງກ່າວໄດ້ເຮັດໃຫ້ຂີ້ເທົ່າສູງກວ່າ 2 ກິໂລແມັດແລະມີການແຈ້ງເຕືອນເຝົ້າລະວັງການໄຫຼຂອງ lava. ຕໍ່ມາໃນເດືອນມິຖຸນາ ໃນປີດຽວກັນໄດ້ເກີດການລະເບີດຄັ້ງໃຫຍ່. ພົ່ນເຖົ້າຖ່ານແລະຄວັນຫຼາຍກວ່າ 7 ກິໂລແມັດ, ລວມເຖິງມີການໄຫລຂອງໄພໂຣຄຼາສະຕີກ ( Rorastik ) ມີຄວາມຍາວ 3-3,5 ກິໂລແມັດ.
