ເຮົາໂຊກດີ ພຽງໃດແລ້ວ

0
282

ເສດຖີຄົນໜຶ່ງແນມຜ່ານປ່ອງຢ້ຽມ ເຫັນຄົນເກັບຂີ້ເຫຍື້ອ ຄູ້ຍຫາຂອງເສດໄປຂາຍ ເຂົາອຸທານກັບໂຕເອງວ່າ“ເຮົາໂຊກດີຫຼາຍ ທີ່ຊີວິດເຮົາບໍ່ຂັດສົນປານນັ້ນ”ຄົນເກັບຂີ້ເຫຍື້ອຫຼຽວໄປຮອບໆໂຕ ເຫັນຄົນໜຶ່ງແກ້ຜ້າເປືອຍກາຍຢູ່ກາງຖະໜົນ ເຂົາອຸທານກັບໂຕເອງວ່າ“

ເຮົາໂຊກດີຫຼາຍ ທີ່ບໍ່ບ້າໃບ້ເສຍຈິດ”ຄົນບ້າຫຼຽວເຫັນລົດນຳພາຄົນເຈັບນຳສົ່ງໂຮງໝໍ ເຂົາອຸທານກັບໂຕເອງວ່າ“ເຮົາໂຊກດີຫຼາຍ ທີ່ບໍ່ເຈັບປ່ວຍ”

ພໍຄົນເຈັບໄປຮອດໂຮງໝໍ ເຫັນນາງພະຍາບານກຳລັງເຂັນສົບ ເຂົ້າໄປແຊ່ໃນໂຮງເຢັນ ເຂົາອຸທານກັບໂຕເອງວ່າ“ເຮົາໂຊກດີຫຼາຍ ທີ່ຍັງມີຊີວິດຢູ່”

ຕາບໃດທີ່ຍັງມີລົມຫາຍໃຈ ຊີວິດຍັງຄົງເປັນຂອງເຮົາ ແລະໂຜດຢ່າລືມວ່າ ຂຶ້ນຊື່ວ່າເປັນມະນຸດແລ້ວ

ເຮົາຄືຜູ້ໂຊກດີສະເໝີ ມີພຽງຜູ້ທີ່ຕາຍເທົ່ານັ້ນທີ່ໝົດຄວາມເປັນຄົນ ຫຼືມະນຸດ ເພາະເຂົາຮຽກວ່າ “ສົບ” ພໍເປັນສົບກໍ່ໝົດໂຊກ

ແຕ່ວ່າ…..ຂະນະທີ່ເຮົາຍັງຫາຍໃຈຢູ່ນີ້ ເປັນຫຍັງຈິ່ງເບິ່ງບໍ່ເຫັນຄວາມໂຊກດີໃນໂຕເອງ ຮູ້ຫຼືບໍ່ ? ວ່ານັ້ນຄືການລືມຂອງຂວັນທີ່ສວຍງາມແລະລ້ຳຄ່າທີ່ສຸດຂອງຊີວິດ.

ອອກ​ຈາກການຕອບ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້