ຄູ່ມືການລ້ຽງແບ້ ກ່ຽວກັບການສືກສາ

0
582

I. ພາກສະເໜີ

1. ຫຼັກການ ແລະ ເຫດຜົນ: ສຳລັບຊາວກະເສດທີ່ເຄີຍລ້ຽງແບ້ມາແລ້ວ ຫຼື ເຄີຍເຫັນຄົນອື່ນລ້ຽງຈະຮູ້ວ່າແບ້ເປັນສັດທີ່ລ້ຽງງ່າຍ, ຕ້ອງການການເບິ່ງແຍງເອົາໃຈໃສ່ໜ້ອຍ ແລະ ກິນອາຫານໄດ້ຫຼາຍຊະນິດເຊັ່ນ: ຫຍ້າ, ພືດ ແລະ ໃບໄມ້ຊະນິດຕ່າງໆ. ນອກນັ້ນ ການລົງທຶນໃນການລ້ຽງແບ້ຍັງຕ່ຳແຕ່ຂາຍໄດ້ລາຄາດີເຊັ່ນ: ລາຄາແມ່ແບ້ທີ່ພ້ອມຈະປະສົມພັນ (10 – 18 ເດືອນ) ມີລາຄາໂຕລະປະມານ 3 – 5 ແສນກີບ.

ດັ່ງນັ້ນ ການລ້ຽງແບ້ສາມາດສ້າງລາຍໄດ້ໃຫ້ແກ່ຊາວກະສິກອນໄດ້ເປັນຢ່າງດີ. ເຖິງຢ່າງໃດກໍຕາມການລ້ຽງແບ້ອາດມີຄວາມເສຍຫາຍເກີດຂຶ້ນໄດ້ເຊັ່ນດຽວກັນຖ້າການລ້ຽງບໍ່ດີ ເນື່ອງຈາກແບ້ສ່ວນໃຫຍ່ຈະຖືກລ້ຽງແບບປ່ອຍໃຫ້ຫາອາຫານກິນເອງຕາມທຳມະຊາດ ຈຶ່ງອາດຖືກທຳຮ້າຍຈາກໝາໄດ້ງ່າຍ.

ນອກຈາກນີ້ ແບ້ກິນອາຫານຫຼາຍຊະນິດຈຶ່ງມີໂອກາດຕິດໂລກພະຍາດໄດ້ງ່າຍ, ເຮັດໃຫ້ນານໃຫຍ່ ແລະ ຕາຍໄດ້ງ່າຍ.ການລ້ຽງແບ້ນອກຈາກຈະໄດ້ຊີ້ນເພື່ອການບໍລິໂພກແລ້ວ ຍັງລ້ຽງເພື່ອໃຫ້ນ້ຳນົມອີກດ້ວຍ. ນ້ຳນົມແບ້ຈະມີປະລິມານໜ້ອຍ (ແບ້ໃຫ້ນົມມື້ລະ 0.5 – 4 ລິດຕໍ່ໂຕຂຶ້ນຢູ່ກັບພັນ) ເມື່ອທຽບກັບງົວແລ້ວແມ່ນມີໜ້ອຍຫຼາຍ, ແຕ່ຊາວຈີນ ແລະ ມຸດສະລິມເຊື່ອວ່ານົມແບ້ສາມາດຮັກສາໂລກພະຍາດບາງຢ່າງໄດ້. ນອກຈາກນີ້ ນ້ຳນົມແບ້ ຍັງສາມາດໃຊ້ລ້ຽງເດັກນ້ອຍທີ່ມີອາການແພ້ນົມງົວໄດ້.

ແບ້ເປັນສັດທີ່ຄວນສົ່ງເສີມໃຫ້ຊາວກະສິກອນລ້ຽງ ເນື່ອງຈາກແບ້ເປັນສັດລ້ຽງງ່າຍ ແລະ ຂະ ຫຍາຍພັນດີແລ້ວຍັງມີຂໍ້ດີຫຼາຍປະການເຊັ່ນ:

1. ແບ້ເປັນສັດທີ່ມີຂະໜາດນ້ອຍເຮັດໃຫ້ຜູ້ຍິງ ຫຼື ເດັກນ້ອຍສາມາດໃຫ້ການເບິ່ງແຍງໄດ້

2. ແບ້ເປັນສັດທີ່ຫາອາຫານກິນໄດ້ເກັ່ງ, ກິນອາຫານໄດ້ຫຼາຍຊະນິດ. ດັ່ງນັ້ນ ເຖິງວ່າໃນລະດູ ແລ້ງແບ້ກໍສາມາດຫາພືດທີ່ງົວ – ຄວາຍບໍ່ກິນມາເປັນອາຫານໄດ້

3. ແບ້ມີການຈະເລີນເຕີບໂຕເປັນຜູ້ໃຫຍ່ໄດ້ໄວ ສາມາດໃຊ້ປະສົມພັນໄດ້ຕັ້ງແຕ່ອາຍຸພຽງແຕ່ 8 – 10 ເດືອນ

4. ແບ້ມີຄວາມສົມບູນພັນສູງ. ແມ່ແບ້ເກີດລູກ 1 – 3 ໂຕ ແລະ ໃຊ້ໄລຍະເວລາໃນການລ້ຽງສັ້ນ ຈຶ່ງສາມາດຖືພາໄດ້ໃໝ່

5. ແບ້ເປັນສັດທີ່ໃຊ້ພື້ນທີ່ໃນການລ້ຽງໜ້ອຍ ທັງພື້ນທີ່ໂຮງຮຽນ ແລະ ພື້ນທີ່ສຳລັບປູກພືດອາຫານສັດສຳລັບແບ້

6. ແບ້ເປັນສັດທີ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ ມີຄວາມທົນທານຕໍ່ສະພາບອາ ກາດແຫ້ງແລ້ງ ແລະ ຮ້ອນໄດ້ດີ

7. ແບ້ເປັນສັດທີ່ໃຊ້ເປັນອາຫານບໍລິໂພກສຳລັບປະຊາຊົນຂອງທຸກສາສະໜາ, ບໍ່ມີສາສະໜາໃດຫ້າມບໍລິໂພກແບ້.

2. ຈຸດປະສົງໃນການຄົ້ນຄວ້າ: ໃນການຄົ້ນຄວ້າຄັ້ງນີ້ແມ່ນມີ 4 ບັນຫາຫຼັກໆຄື:

– ສຶກສາຂັ້ນຕອນຂອງການລ້ຽງແບ້ເຊິ່ງປະກອບມີ: ການເລືອກສະຖານທີ່, ການເລືອກແນວພັນ, ວິທີການລ້ຽງ ແລະ ການບົວລະບັດຮັກສາ.

– ສຶກສາຜົນປະໂຫຍດທີ່ໄດ້ຮັບຈາກການລ້ຽງແບ້

– ສຶກສາບັນຫາທີ່ເກີດຂື້ນຈາກການລ້ຽງແບ້

– ຊອກວິທີທາງແກ້ໄຂ ແລະ ສະຫຼຸບຜົນ

II. ທົບທວນເອກະສານ ນິຍາມສັບ

ຄອກ: ໝາຍເຖິງສະຖານທີ່ທີ່ສັດອາໄສຢູ່ເຊັ່ນດຽວກັບຄົນທີ່ເອີ້ນສະຖານທີ່ອາໄສຢູ່ວ່າ”ເຮືອນ”

ພໍ່ພັນ, ແມ່ພັນ: ໝາຍເຖິງສັດທີ່ມີຄວາມສົມບູນທີ່ຈະນຳເອົາມາປະສົມພັນເພື່ອແຜ່ຂະຫຍາຍພັນຂອງສັດໃຫ້ຫຼາຍຂຶ້ນ ແລະ ມີສຸຂະພາບແຂງແຮງ.

ເຊົານົມ: ໝາຍເຖິງການຢຸດເຊົາກິນນົມແມ່ຢ່າງຖາວອນໂດຍຫັນມາກິນອາຫານປະເພດອື່ນແທນ (ສຳລັບຄົນແມ່ນນິຍົມໃຊ້ຄຳວ່າ “ຢ່ານົມ”)

ທ້ອງ: ແມ່ນມາຍເຖິງການຖືພາເຊິ່ງຈະແຕກຕ່າງກັນໄປສຳລັບສັດລ້ຽງລູກດ້ວຍນົມແຕ່ລະຊະນິດໂດຍຖືພາຕັ້ງແຕ່ 3 ເດືອນຈົນເຖິງ 24 ເດືອນ (ສຳລັບຄົນເຮົາສະເລ່ຍແລ້ວແມ່ນ 9 ເດືອນ)

ການຜູກລ່າມ: ໝາຍເຖິງການມັດສັດຊະນິດໃດໜຶ່ງກັບເຊືອກຍາວພໍປະມານແລ້ວນຳໄປມັດໄວ້ຢູ່ສະຖານທີ່ທີ່ມີອາຫານກິນໃນລັດສະໝີຂອງເຊືອກໂດຍບໍ່ໃຫ້ສັດໄປຫາກິນເອງ ຫຼື ໄປທຳລາຍເຄື່ອງປູກຂອງຝັງຂອງປະຊາຊົນ

ການຕອນ: ໝາຍເຖິງການເຮັດໝັນສັດໂດຍໃຫ້ສັດທີ່ໄປປະສົມພັນບໍ່ສາມາດໃຫ້ກຳເນີດລູກໄດ້ ເຊິ່ງການຕອນສັດແຕ່ລະປະເພດແມ່ນຈະແຕກຕ່າງກັນໄປແລ້ວແຕ່ຄວາມເໝາະສົມ.

ແບ້ຂຸນ: ໝາຍເຖິງແບ້ທີ່ລ້ຽງໄວ້ເພື່ອຂາຍໂດຍສະເພາະ ເຊິ່ງແບ້ຈຳພວກນີ້ເປັນແບ້ຜູ້ ແລະ ບໍ່ສາມາດແຜ່ພັນໄດ້.

III. ຂັ້ນຕອນການລ້ຽງແບ້

1. ການເລືອກພື້ນທີ່ ສະຖານທີ່

1) ເປັນບ່ອນນ້ຳບໍ່ຖ້ວມ ແລະ ບໍ່ຄ່ອຍມີລົມແຮງ

2) ມີທົ່ງຫຍ້າໃຫ້ແບ້ກິນຕະຫຼອດປີ (3 – 5 ໂຕຕໍ່ 1 ໄລ່)

3) ເປັນບ່ອນຫ່າງໄກຈາກເຂດພື້ນທີ່ປູກຝັງ

4) ມີການຈັດການພື້ນທີ່ສຳລັບລ້ຽງແບ້ ແລະ ເນື້ອທີ່ປູກຝັງຢ່າງຊັດເຈນ

5) ມີແຫຼ່ງນ້ຳທີ່ສະອາດໄວ້ໃຫ້ແບ້ໄດ້ກິນ

6) ມີເສັ້ນທາງຄົມມະນາຄົມເຂົ້າເຖິງ

7) ເປັນບ່ອນທີ່ບໍ່ເຄີຍມີພະຍາດແບ້ລະບາດ ຄອກແບ້ຄອກແບ້ຈະຊ່ວຍປ້ອງກັນແບ້ຈາກຝົນ, ລົມ ແລະ ແສງແດດ ເຊິ່ງລົດໂອກາດຕິດເຊື້ອພະຍາດ, ປ້ອງກັນແບ້ຈາກໝາ ແລະ ສັດຕູອື່ນໆ. ພ້ອມກັນນັ້ນຍັງປ້ອງກັນການລັກຈາກຂີ້ລັກອີກດ້ວຍ.

ຄອກແບ້ທີ່ດີຄວນມີລັກສະນະດັ່ງນີ້:

1) ຄອກແບ້ຄວນຕັ້ງຢູ່ບ່ອນສູງ, ພື້ນທີ່ນ້ຳບໍ່ຖ້ວມ ຫຼື ນຳຂັງ ແລະ ຖ້າເປັນໄປໄດ້ຄວນຕັ້ງຢູ່ບ່ອນທີ່ເປັນເນີນເພື່ອປ້ອງກັນນ້ຳຖ້ວມ ແລະ ເພື່ອການລະບາຍນ້ຳທີ່ດີ.

2) ລະດັບຄວາມສູງຄອກແບ້ແມ່ນ 1 – 1,5 ແມັດ, ອາກາດຖ່າຍເທໄດ້ດີ ແລະ ສາມາດເຂັ້າໄປອະນາໄມໄດ້ງ່າຍ.

3) ເພື່ອສະດວກໃນການປັດກວາດ ແລະ ຮວບຮວມຂີ້ແບ້ ພື້ນຄອກຄວນມີຊ່ອງຫວ່າງຫ່າງກັນປະມານ 1 – 2 cm ເພື່ອໃຫ້ຂີ້ແບ້ຕົກລົງໄປລຸ່ມຄອກໄດ້.

4) ຂັ້ນໄດເຮັດດ້ວຍໄມ້ແປ້ນຕອກຕິດກັນເປັນຂັ້ນກວ້າງປະມານ 1 ແມັດ ແລະ ບໍ່ຈຳເປັນຕ້ອງເຮັດຮາວ

5) ຫຼັງຄາຄອກແບ້ມຸງດ້ວຍຫຍ້າ ຫຼື ຝາກໍໄດ້ (ປັດຈຸບັນແມ່ນໃຊ້ສັງກະສີ ເພາະມີຄວາມທົນທານຕໍ່ສະພາບອາກາດໄດ້ດີ ແລະ ມີອາຍຸການໃຊ້ງານຍາວນານ)

6) ໃຊ້ໄມ້ ຫຼື ຝາກະແຕະແອ້ມທັງສີ່ດ້ານ ແລະ ມີສິ່ງກັນຝົນບັງບໍ່ໃຫ້ຝົນຝະເຂົ້າດ້ານໃນ

7) ຄວນອະນາໄມຄອກແບ້ໃຫ້ສະອາດຢູ່ສະເໝີເພື່ອປ້ອງກັນການຕິດເຊື້ອພະຍາດ ແລະ ກິ່ນ ເໝັນ. ໃນຄອກຄວນມີຮາງອາຫານສຳລັບໃຫ້ອາຫານເສີມ ແລະ ພາຊະນະໃສ່ນ້ຳທີ່ປ້ອງກັນການປົນເປື້ອນຂອງຂີ້ແບ້.

8) ແບ້ແມ່ພັນຕ້ອງການເນື້ອທີ່ 1,5 ຕາແມັດຕໍ່ 1 ໂຕ ແລະ ພໍ່ພັນແມ່ນ 2 ຕາແມັດຕໍ່ 1 ໂຕ2.

2. ການຄັດເລືອກພໍ່ພັນ ແລະ ແມ່ພັນແບ້ການຄັດເລືອກພໍ່ພັັນແມ່ພັັນທີ່ສັງເກດຕາມລັກສະນະພາຍນອກ ເປັນປັດໃຈທີ່ສຳຄັນເຮັດໃຫ້ຕ້ອງໄດ້ເອົາໃຈໃສ່ເຊັ່ນ:

1) ບໍ່ຄວານເລືອກແບ້ທີ່ຍັງບໍ່ທັນເຊົານົມ

2) ຄວນເລືອກແບ້ທີ່ຢ່ານົມແລ້ວປະມານ 5 – 6 ເດືອນ

3) ຮູບຊົງພາຍນອກທົ່ວໄປແມ່ນງາມ, ມີຂະໜາດໃຫຍ່ທີ່ສຸດໃນກຸ່ມທີ່ມີອາຍຸເທົ່າກັນ, ເພດດຽວກັນ ແລະ ມີອິດທິພົນຈາກຕົວນ້ອຍ

4) ຮ່າງກາຍສົມບູນ, ຂາໜ້າ ແລະ ຂາຫຼັງແຂງແຮງ ແລະ ຍ່າງຢ່າງສະຫງ່າຜ່າເຜີຍ

5) ຂາຫຼັງບໍ່ງໍ ຫຼື ບຽດເຂົ້າຫາກັນຫຼາຍ, ກີບຕີນບໍ່ຍາວຈົນເກີນໄປ

6) ໂຕຜູ້ມີລູກອັນທະ (ຫຳ) ສົມບູນຄົບຖ້ວນ ແລະ ຫຼັງບໍ່ແອນຫຼາຍ

7) ລັກສະນະແຂງແຮງວ່ອງໄວ, ຂະຫຍັນຫາອາຫານ, ກິນເກັ່ງ, ແວວຕາສົດໄສບໍ່ເຊື່ອງຊຶມ ຫຼື ມີລັກສະນະຕິດເຊື້ອພະຍາດ

8) ແມ່ພັນຕ້ອງມາຈາກແມ່ທີ່ດີ, ຫົວນົມບໍ່ບອດ, ໃຫ້ລູກແຝດທຸກໆຄັ້ງ ແລະ ໃຫ້ສະໝໍ່າສະເໝີທຸກໆ 8-9 ເດືອນ.

9) ສຸຂະພາບຂອງແມ່ແຂງແຮງສົມສ່ວນ, ບໍ່ເຄີຍມີປາກົດການແທ້ງລູກ ແລະ ລ້ຽງລູກເກັ່ງ

10) ເຕົ້ານົມ, ຫົວນົມງາມໂດຍຊີ້ໄປທາງຫຼັງໜ້ອຍໜຶ່ງ ແລະ ໃຫ້ນົມລູກຢ່າງພຽງພໍ

3. ການປະສົມພັນ ຕອນແບ້ຕົວຜູ້ທີ່ບໍ່ໃຊ້ເປັນພໍ່ພັນ ແລະ ລ້ຽງເປັນແບ້ຂຸນເພື່ອສົ່ງຂາຍຕະຫຼາດ ບໍ່ໃຫ້ແບ້ອາຍຸຕ່ຳກວ່າ 4 ເດືອນປະສົມພັນກັນ ເພາະຈະເຮັດໃຫ້ແມ່ຈະເລີນເຕີບໂຕຊ້າ ແລະ ການພັດທະນາຂອງລູກອ່ອນກໍບໍ່ເຕັມສ່ວນ ອາຍຸແບ້ໄດ້ 10 ເດືອນ ແລະ ນ້ຳໜັກ 16 ກິໂລຂຶ້ນໄປຈຶ່ງອະນຸຍາດໃຫ້ປະສົມພັນກັນ ແບ້ພື້ນເມືອງສະແດງອາການຂຶ້ນເພດໄດ້ຕະຫຼອດປີ, ຜູ້ລ້ຽງສາມາດສັງເກດໄດ້ຄື:

1) ອະໄວຍະວະເພດບວມແດງ

2) ຍົກຫາງແກວ່ງໄປມາ

3) ບໍ່ສົນໃຈກິນອາຫານ, ກໍລະນີທີ່ກຳລັງໃຫ້ນົມ ນ້ຳນົມຈະລົດລົງ

4) ຍອມໃຫ້ແບ້ຕົວອື່ນຂຶ້ນທັບ ຫຼື ຂຶ້ນທັບແບ້ຕົວອື່ນ

5) ມີນ້ຳເມືອກທີ່ປາກຊ່ອງຄອດ ການປະສົມພັນຂອງແບ້ຕົວຜູ້ແມ່ນ 1 ໂຕຕໍ່ 30 – 40 ໂຕແບ້ແມ່

ວິທີການປະສົມພັນມີ 2 ແບບຄື:

1) ການປະສົມເລືອດຊິດ: ແມ່ນການປະສົມພັນລະຫວ່າງພໍ່, ແມ່ ແລະ ລູກ ຫຼື ລະຫວ່າງເຄືອຍາດດ້ວຍກັນ. ການປະສົມພັນເລືອດຊິດເຖິງວ່າຈະມີຂໍ້ດີໃນການຮັກສາພັນແທ້ໄວ້ ແຕ່ຂໍໍ້ເສຍຄືລັກສະນະທີ່ບໍ່ດີເຊັ່ນ: ລັກສະນະພິການອາດຈະປາກົດໃນລູກເຊິ່ງຈະບໍ່ນິຍົມໃຊ້ໃນການປັບປຸງພັນ.

2) ການປະສົມຂ້າມພັນ: ແມ່ນການປະສົມພັນລະຫວ່າງແບ້ທີ່ມີພັນຕ່າງກັນໂດຍມີຈຸດປະສົງເພື່ອເພີ່ມຜົນຜະລິດເຊັ່ນ: ຂະໜາດຂອງຮ່າງກາຍ ຫຼື ຜົນຜະລິດນ້ຳນົມຂອງລູກທີ່ເກີດມາ. ການຜະສົມຂ້າມພັນທີ່ນິຍົມກັນຫຼາຍແມ່ນການໃຊ້ແບ້ຜູ້ພັນຕ່າງປະເທດທີ່ມີຂະໜາດໃຫຍ່ ປະສົມພັນກັບແບ້ແມ່ ເພື່ອໃຫ້ລູກທີ່ອອກມາມີຂະໜາດໃຫຍ່ ແລະ ໃຫ້ນ້ຳນົມຫຼາຍກວ່າພັນພື້ນເມືອງ. ໃນການປະສົມຂ້າມສາຍພັນນີ້ອາດຈະມີການປະສົມພັນຫຼາຍໆເທື່ອ ເພື່ອຍົກລະດັບສາຍເລືອດຂອງແບ້ທີ່ໄດ້ໃຫ້ສູງຂຶ້ນ ຫຼື ໃກ້ຄຽງກັບແບ້ພັນຈາກຕ່າງປະເທດ.

4. ການເກີດລູກ ຜູ້ລ້ຽງຕ້ອງວາງແຜນຄື: ຫຼັງຈາກປະສົມພັນຕິດແລ້ວ ແບ້ຈະຖືພາ 5 ເດືອນ, ໄລຍະເວລາໃຫ້ນົມລູກ 4 ເດືອນ ແລະ ໄລຍະທ້ອງຫວ່າງອີກ 3 ເດືອນ. ສະນັ້ນ ຄວນຈັດການຄື:

1) ໃນຊ່ວງ 3 ເດືອນທຳອິດຂອງການຖືພາບໍ່ຈຳເປັນເພີ່ມອາຫານຂຶ້ນແຕ່ຢ່າງໃດ

2) ຫຼັງຈາກ 3 ເດືອນຜ່ານໄປໃຫ້ເພີ່ມອາຫານຂຶ້ນທັງປະລິມານ ແລະ ຄຸນະພາບ

3) ຫຼັງຈາກຄອດ ໃຫ້ແມ່ແບ້ກິນອາຫານທີ່ມີຄຸນະພາບຢ່າງພຽງພໍ 2 ອາທິດທຳອິດ ແລະ ເພີ່ມຂຶ້ນເລື້ອຍໆ ໄລຍະແມ່ແບ້ທ້ອງແກ່ ໃຫ້ແຍກຂັງໄວ້ໃນຄອກຄອດທີ່ມີຂະໜາດກວ້າງພໍເໝາະ, ມີພື້ນເປັນດິນ, ຫາເຟືອງແຫ້ງ ຫຼືື ກະສອບມາປູໃຫ້ແມ່ແບ້ຢູ່ຢ່າງສະບາຍ

5. ວິທີການລ້ຽງແບ້ການລ້ຽງແບ້ມີຢູ່ 4 ວິທີດ້ວຍກັນຄື:

1) ການລ້ຽງແບບປ່ອຍໃຫ້ຫາກິນເອງເປັນການລ້ຽງແບບງ່າຍດາຍ ແລະ ລົງທຶນຕ່ຳທີ່ສຸດເຊິ່ງມີ 3 ແບບດ້ວຍກັນຄື

1.1 ແບບປ່ອຍໃຫ້ຫາກິນເອງຢ່າງອິດສະຫຼະ: ເປັນການປ່ອຍແບ້ໄປຕາມທົ່ງຫຍ້າທຳມະຊາດ. ແບະຈະຫາກິນອາຫານ ແລະ ບ່ອນພັກຮົ່ມຕະຫຼອກຮອດຫາແຫຼ່ງນ້ຳກິນເອງ. ວິທີນີ້ຈະລ້ຽງໄດ້ໃນພື້ນທີ່ທີ່ເໝາະສົມ, ບໍ່ມີການປູກຝັງ ຫຼື ປູກພືດຊະນິດຕ່າງໆ

1.2 ແບບປ່ອຍໃຫ້ຫາກິນເອງແຕ່ຢູ່ໃນການຄວບຄຸມຂອງເຈົ້າຂອງ: ແບ້ຈະຫາກິນຢ່າງອິດສະ ຫຼະຄືກັບວິທີທຳອິດ ແຕ່ເຈົ້າຂອງເປັນຜູ້ຄວບຄຸມໃຫ້ຮ່ວມກັນຢູ່ເປັນຝູງ ແລະ ຄອຍຕ້ອນໄປຍັງຈຸດໝາຍທີ່ຕ້ອງການ. ວິທີນີ້ເຮັດໃຫ້ແບ້ໄດ້ກິນອາຫານທີ່ດີ ແລະ ແຫຼ່ງນ້ຳທີ່ດີ

1.3 ແບບປ່ອຍໃນທົ່ງຫຍ້າ: ເປັນວິທີການທີ່ດີກວ່າ 2 ວິທີຂ້າງເທິງຄື ເຮັດຮົ້ວລ້ອມເດີ່ນຫຍ້າເອົາໄວ້ເປັນລ໋ອກແລ້ວປ່ອຍໃຫ້ເຂົ້າກິນ, ມີການຫາພັນຫຍ້າທີ່ແບ້ມັກກິນມາປູກ, ມີການສ້າງແຫຼ່ງນ້ຳໄວ້ໃນເດີ່ນຫຍ້າ. ວິທີນີ້ເໝາະສຳລັບລ້ຽງແບ້ເພື່ອເປັນການຄ້າ ແລະ ມີຈຳນວນແບ້ຫຼາຍພໍສົມຄວນ, ຄ່າໃຊ້ຈ່າຍເພີ່ມຂຶ້ນເນື່ອງຈາກຕ້ອງມີການບຳລຸງຮັກສາເດີ່ນຫຍ້າ, ຂະໜາດຂອງເດີ່ນຫຍ້າທີ່ເຮັດເປັນລ໋ອກ 1 ໄລ່ເໝາະສຳລັບແບ້ 3 – 5 ໂຕ.

ຂໍ້ດີຂອງການປ່ອຍແບ້ໃຫ້ຫາກິນເອງມີ

– ໃຊ້ປະໂຫຍດຈາກຫຍ້າ ຫຼື ພືດຕາມທຳມະຊາດເຮັດໃຫ້ຫຼຸດຜ່ອນຄ່າໃຊ້ຈ່າຍຫຼາຍຂຶ້ນ

– ແບ້ໄດ້ຮັບອາຫານຈາກຫຍ້າຫຼາຍຊະນິດ ເຮັດໃຫ້ໄດ້ຮັບພະລັງງານ ແລະ ສານອາຫານຕາມຄວາມຕ້ອງການຂອງຮ່າງກາຍ.

– ເດັກນ້ອຍ ຫຼື ຜູ້ເຖົ້າສາມາດເບິ່ງແຍງໄດ້ຂໍ້ເສຍຂອງການປ່ອຍແບ້ໃຫ້ຫາກິນເອງມີ

– ຕ້ອງມີການຄວບຄຸມຢ່າງໃກ້ຊິດ- ແບ້ບໍ່ສາມາດຫາກິນເອງໄດ້ຕະຫຼອດປີ (ໂດຍສະເພາະແມ່ນລະດູຝົນ)

– ແບ້ມີໂອກາດຕິດເຊື້ອພະຍາດໄດ້ງ່າຍ

2) ການລ້ຽງແບບຜູກລ່າມ:

– ເປັນວິທີການລ້ຽງແບ້ອີກແບບໜຶ່ງທີ່ດີເພາະມີເນື້ອທີ່ຈຳກັດ ແລະ ບໍ່ໃຫ້ແບ້ໄປທຳລາຍຜົນ ລະປູກຕ່າງໆ. ຜູ້ລ້ຽງຈະຫາພື້ນທີ່ທີ່ອຸດົມສົມບູນແລ້ວນຳແບ້ໄປລ່າມໄວ້ບ່ອນນັ້ນໂດຍມີການຍ້າຍເປັນບາງຄັ້ງຄາວ

– ໃຊ້ເຊືອກຍາວປະມານ 3 – 5 ແມັດຜູກຄໍແບ້ ແລະ ຜູກໄວ້ກັບຫຼັກ. ການໃຊ້ເຊືອກຍາວເກີນໄປເປັນການບໍ່ສະດວກໃນພື້ນທີ່ແຄບໆ ແລະ ຈະເຮັດໃຫ້ເຊືອກທີ່ລ່າມພັນກັນໄດ້

– ໃນແຕ່ລະວັນມີການຍ້າຍບ່ອນລ່າມຕາມຄວາມເໝາະສົມ. ວິທີການນີ້ຜູ້ລ້ຽງຕ້ອງຈູງ ຫຼື ຕ້ອນແບ້ໄປຫາແຫຼ່ງນ້ຳເພື່ອໃຫ້ແບ້ໄດ້ກິນຢ່າງພໍພຽງ

3) ການລ້ຽງແບບຂັງຄອກ: ເປັນການລ້ຽງທີ່ຕ້ອງລົງທຶນສູງຂືຶ້ນ ເພາະວ່າການລ້ຽງແບ້ດ້ວຍວິທີຂັງຄອກນີ້ຈະຕ້ອງຫາອາຫານມາໃຫ້ແບ້ກິນ ແລະ ຍັງຕ້ອງມີການໃຊ້ແຮງງານໃນການໃຫ້ອາຫານ, ຕ້ອງລົງທຶນປູກຫຍ້າທີ່ມີຄຸນຄ່າທາງດ້ານອາຫານເຊັ່ນ: ຫຍ້າເນເປຍ ແລະ ພືດຊະນິດອື່ນໆເຊັ່ນ: ຖົ່ວ, ກະຖິນ, ຕົ້ນແຄເພື່ອໄວ້ເປັນອາຫານເສີມ. ການນຳໃຊ້ເນື້ອທີ່ປູກຫຍ້າສຳລັບເປັນອາຫານແບ້ແມ່ນໜ້ອຍ, ຜູ້ລ້ຽງສາມາດລ້ຽງແບ້ແບບວິທີນີ້ໄດ້ຈຳນວນ 5 – 6 ໂຕຕໍ່ 1 ໄລ່. ການລ້ຽງແບບຂັງຄອກມີຜົນດີເຊັ່ນ:

ແບ້ບໍ່ສາມາດໄປທຳລາຍເຄື່ອງປູກຂອງຝັງ ແລະ ບໍ່ລົບກວນເພື່ອນບ້ານຂ້າງຄຽງ, ບໍ່ຕິດເຊື້ອພະຍາດໄດ້ງ່າຍຄືກັບລ້ຽງແບບປ່ອຍ. ການລ້ຽງແບບຂັງນີ້ຈະເໝາະສຳລັບຜູ້ທີ່ມີທຶນ ແລະ ແຮງງານພຽງພໍທີ່ຈະລ້ຽງແບບເປັນສິນຄ້າ

4) ການລ້ຽງແບບເຄິ່ງຂັງເຄິ່ງປ່ອຍ: ເປັນການປະສົມປະສານລະຫວ່າງວິທີການລ້ຽງແບບຂັງຄອກກັບການລ້ຽງແບບປ່ອຍເຂົ້າກັນ ເພາະວິທີການລ້ຽງແບບປ່ອຍນັ້ນແບ້ຈະຕ້ອງຫາກິນເອງຢ່າງອິດສະລະ ອາດຈະທຳລາຍຜົນລະປູກໄດ້ງ່າຍໂດຍສະເພາະໃນລະດູການປູກຝັງ. ດັ່ງນັ້ນ ຜູ້ລ້ຽງຈຶ່ງແກ້ບັນຫາໂດຍການນຳແບ້ມາລ້ຽງແບບຂັງຄອກໃນຊ່ວງເວລາທີ່ມີການປູກຝັງ ຫຼື ໃນລະດູຝົນ. ໃນລະດູທີ່ບໍ່ມີການປູກຝັງ ຈຶ່ງປ່ອຍແບ້ໄປຫາກິນ, ບາງຄັ້ງວິທີການແບບເຄິ່ງລ່າມ ແລະ ເຄິ່ງປ່ອຍກໍຖືກນຳໃຊ້ເຂົ້າໃນວິທີການລ້ຽງແບບເຄິ່ງຂັງເຄິ່ງປ່ອຍຄືກັນ.

6. ການລ້ຽງດູແບ້ການລ້ຽງແບ້ໂຕຜູ້ ແລະ ໂຕແມ່

ແມ່ນຄ້າຍຄືກັນ ແຕ່ຄວນແຍກແບ້ໂຕຜູ້ ແລະ ໂຕແມ່ອອກຈາກກັນບໍ່ໃຫ້ລ້ຽງປົນກັນຕັ້ງແຕ່ອາຍຸໄດ້ 3 ເດືອນ. ການໃຊ້ພໍ່ພັນ ແລະ ແມ່ພັນປະສົມພັນກັນຄວນມີອາຍຸບໍ່ຕ່ຳກວ່າ 8 ເດືອນ ການລ້ຽງດູພໍ່ພັນແບ້.ພາຍລັງຈາກພໍ່ພັນແບ້ມີອາຍຸ 3 ເດືອນແລ້ວ ພໍ່ພັນຄວນໄດ້ຮັບອາຫານທີ່ມີພະລັງງານສູງ ແລະ ໄດ້ອອກກຳລັງກາຍເພື່ອໃຫ້ຮ່າງກາຍແຂງແຮງ.

ພໍ່ພັນແບ້ເລີ່ມປະສົມພັນເມື່ອອາຍຸໄດ້ 8 ເດືອນໂດຍບໍ່ຄວນໃຫ້ພໍ່ພັນປະສົມພັນແບບຄຸມຝູງກັບໂຕແມ່ເກີນກວ່າ 20 ໂຕກ່ອນອາຍຸຄົບ 1 ປີ. ຫຼັງຈາກນັ້ນຄ່ອຍໆໃຫ້ປະສົມພັນໄດ້ຫຼາຍຂຶ້ນ ແຕ່ທັງນີ້ກໍບໍ່ຄວນໃຊ້ພໍ່ພັນຄຸມຝູງແບ້ເກີນກວ່າ 25 ໂຕ. ແບ້ໂຕຜູ້ຄວນໄດ້ຮັບການຕັດແຕ່ງກີບສະໝ່ຳສະເໝີ ແລະ ອາບນ້ຳກຳຈັດເຫົາເປັນຄັ້ງຄາວ.

ການລ້ຽງດູແມ່ພັນ.ແບ້ພັນພື້ນເມືອງມັກເລີ່ມມີອາການຂຶ້ນເພດຕັ້ງແຕ່ອາຍຸນ້ອຍໆໂດຍອາການຂື້ນເພດຂອງແບໂຕແມ່ຈະເປັນປະມານ 3 ວັນ, ຫຼັງຈາກນັ້ນຈະເກີດອາການຂຶ້ນເພດເທື່ອຕໍ່ໄປຫ່າງຈາກເທື່ອທຳອິດປະມານ 21 ວັນ. ແບ້ໂຕແມ່ເລີ່ມໃຫ້ການປະສົມພັນເມື່ອອາຍຸໄດ້ 8 ເດືອນ, ການປະສົມພັນນແບ້ໂຕແມ່ຕັ້ງແຕ່ຍັງນ້ອຍໆອາດເຮັດໃຫ້ແບ້ນ້ອຍຢອດໄດ້.

ຫຼັງຈາກໄດ້ຮັບການປະສົມພັນແລ້ວອາດຈະປ່ອຍໂຕແມ່ເຂົ້າຝູງໂດຍບໍ່ຕ້ອຝໃຫ້ການເບິ່ງແຍງເປັນພິເສດແຕ່ຢ່າງໃດ, ນອກຈາກແບ້ໂຕແມ່ນັ້ນຈະຈ່ອຍ ຫຼື ບໍ່ສະບາຍ. ຖ້າແບ້ໂຕທີ່ໄດ້ຮັບການປະສົມແລ້ວພັດມີອາການຂຶ້ນເພດອີກພາຍຫຼັງການປະສົມພັນໄປແລ້ວ 21 ມື້ແມ່ນໃຫ້ເຮັດການປະສົມພັນໃໝ່ ແຕ່ຖ້າແບ້ໂຕແມ່ມີອາການຂຶ້ນເພດອີກ ແລະ ພໍ່ພັນທີ່ໃຊ້ປະສົມພັນມີຄວາມສົມບູນພັນດີ ກໍຄວນຈະຄັດເອົາແບ້ໂຕແມ່ທີ່ປະສົມພັນບໍ່ຕິດອອກໄປ.ໂດຍປົກກະຕິໂຕແມ່ທີ່ປະສົມພັນຕິດຈະຖືພາດົນປະມານ 150 ມື້.

ລັກສະນະອາການໃກ້ຊິອອກລູກຈະເຫັນໄດ້ດັ່ງນີ້:

– ເຕົ້ານົມ ແລະ ຫົວນົມຈະຂະຫຍາຍໃຫຍ່ຂຶ້ນກ່ອນອອກລູກປະມານ 2 ເດືອນ

– ແມ່ແບ້ຈະສະແດງອາການກະວົນກະວາຍ, ຕື່ນເຕັ້ນ ແລະ ຮ້ອງສຽງຕ່ຳໆ

– ບໍລິເວນຂ້າງເບື້ອງຂວາຈະຍຸບເຂົ້າເປັນຂຸມ, ຈາກນັ້ນຈະເຫັນຮອຍຍຸບເປັນຂຸມຊັດເຈນຢູບໍລິເວນກົ້ນທັງສອງຂ້າງ.

– ອາດມີນ້ຳເມືອກໄຫຼອອກມາຈາກຊ່ອງຄອດເລັກນ້ອຍກ່ອນຄອດຫຼາຍມື້, ຈາກນັ້ນນ້ຳເມືອກຈະມີລັກສະນະປ່ຽນເປັນສີຂຸ້ນຂຶ້ນ ແລະ ມີສີເຫຼືອງອ່ອນໆ.

– ອາດຈະຄວັດເຂ່ຍຫຍ້າ ຫຼື ເຟືອງອ້ອມຮອບໂຕຄືກັບວ່າຈະກຽມຕົວໃກ້ຈະຄອດແລ້ວ

– ແມ່ແບ້ຈະກະວົນກະວາຍຫຼາຍຂຶ້ນເລື້ອຍໆ, ບຶດຢືນ, ບຶດນອນຢູ່ຕະຫຼອດເວລາ.ເມື່ອແມ່ແບ້ສະແດງອາການດັ່ງກ່າວຄວນປ່ອຍແບ້ໃຫ້ຢູ່ງຽບໆຢ່າໃຫ້ມັນຖືກລົບກວນ. ກຽມຜ້າເກົ່າໆ, ຝ້າຍມັດໄສ້ບື້, ໃບມີດແຖ ແລະ ທິງເຈີໄອໂອດີນ (ຢາແດງ) ໄວ້, ເມື່ອຖົງນ້ຳຄ້ຳແຕກແລ້ວລູກແບ້ຈະຄອດອອກມາພາຍໃນ 1 ຊົ່ວໂມງ ແຕ່ຖ້າແມ່ແບ້ເບັ່ງດົນ ແລະ ລູກຍັງບໍ່ອອກ, ໃຫ້ຊ່ວຍຫາເຟືອງມາຮອງກົ້ນແມ່ແບ້ເພື່ອຍົກສ່ວນທ້າຍສຸດໃຫ້ສູງຂຶ້ນເລັກນ້ອຍ ຈະຊ່ວຍໃຫ້ລູກແບ້ໃນທ້ອງອອກງ່າຍຂຶ້ນ.ຫຼັງຈາກທີ່ລູກແບ້ຄອດອອກມາ ໃຫ້ໃຊ້ນິ້ວມືແຍ່ກະຕຸ້ນບ່ອນລີ້ນຂອງລູກແບ້ເພື່ອກະຕຸ້ນໃຫ້ຕ່ອມນ້ຳລາຍເຮັດວຽກ.

ຄວນໃຫ້ລູກແບ້ຢູ່ໃກ້ແມ່ເພື່ອໃຫ້ແມ່ແບ້ເລຍໂຕລູກແບ້ຈົນແຫ້ງດີ ຫຼື ອາດຈະໃຊ້ຜ້າທີ່ກຽມໄວ້ເຊັດຕົນໂຕໃຫ້ແຫ້ງ ຄວນພະຍາຍາມເຊັດນ້ຳເມືອກໃນຮູດັງອອກໃຫ້ໝົດເພື່ອໃຫ້ລູກແບ້ຫາຍໃຈໄດ້ສະດວກ. ຈາກນັ້ນມັດສ່າຍສະບືໃຫ່ຫ່າງຈາກພື້ນທ້ອງປະມານ 2-3 ຊັງຕີແມັດ ແລ້ວຕັດສາຍສະບື ແລະ ທາທິງເຈີໄອໂອດີນ.

ເມື່ອຕັດສາຍສະບືແລ້ວໃຫ້ອູມລູກແບ້ໄປນອນໃນບ່ອນທີ່ກຽມໄວ້ແລ້ວ, ຖ້າເປັນໄປໄດ້ຄວນນຳລູກແບ້ໄປຕາກ ແດດປະມານໜຶ່ງ ເພື່ອໃຫ້ໂຕລູກແບ້ແຫ້ງຈະຊ່ວຍໃຫ້ລູກແບ້ຮູ້ສຶກດີຂຶ້ນເມື່ອແມ່ແບ້ຄອດລູກແລ້ວ.ນ້ອງແບ້ຈະຖືກປ່ອຍອອກມາພາຍໃນ 4 ຊົ່ວໂມງ, ແຕ່ຖ້າກາຍ 6 ຊົ່ວໂມງແລ້ວນ້ອງແບ້ຍັງບໍ່ອອກມາກໍໃຫ້ໄປປຶກສາສັດຕະວະແພດ. ຫຼັງຈາກຄອດລູກແລ້ວໃຫ້ເອົານ້ຳມາຕັ້ງໃຫ້ແມ່ແບ້ໄດ້ກິນ ເພື່ອທົດແທນຂອງແຫຼວທີ່ຮ່າງກາຍສູນເສຍໄປ.

ການເບິ່ງແຍງລູກແບ້: ຄວນໃຫ້ລູກໄດ້ກິນນ້ຳນົມເຫຼືອງຂອງແມ່ແບ້ ແລະ ປ່ອຍໃຫ້ລູກແບ້ໄດ້ຢູ່ກັບແມ່ 3-5 ມື້. ໃນ 3 ມື້ທຳອິດໃຫ້ລູກແບ້ໄດ້ດູດນົມຈາກແມ່ ເພື່ອເພີ່ມພູມຕ້ານທານພະຍາດໃຫ້ກັບລູກແບ້. ຖ້າແມ່ແບ້ບໍ່ສົມບູນ ຄວນຍ້າຍລູກແບ້ໄປກິນນົມຈາກແມ່ອື່ນທີ່ເກີດໃນເວລາໃກ້ຄຽງກັນກໍໄດ້.

ແຕ່ຖ້າຕ້ອງການລີດນ້ຳນົມແບ້ກໍໃຫ້ແຍກແມ່ແບ້ອອກ. ໄລຍະນີ້ລ້ຽງລູກແບ້ດ້ວຍນົມຜົງລະລາຍໃນນ້ຳໃນອັດຕາສ່ວນຫາງນົມ 1 ສ່ວນກັບນ້ຳ 8 ສ່ວນ. ຝຶກແອບໃຫ້ລູກແບ້ກິນອາຫານຫຍາບໄປນຳເພື່ອໃຫ້ລູກແບ້ມີການປັບຕົວ ແລະ ກະຕຸ້ນໃຫ້ມີການພັດທະນາກະເພາະອາຫານ, ການໃຫ້ອາຫານລູກແບ້ໃນໄລຍະຕ່າງໆສາມາດເບິ່ງໄດ້ຈາກຕາຕະລາງຂໍ້ທີ 8. ໂດຍທົ່ວໄປແລ້ວຊາວກະເສດສ່ວນຫຼາຍມັກຈະປ່ອຍໃຫ້ລູກແບ້ຢູ່ກັບແມ່ຈົນມັນໃຫຍ່ແລ້ວຈຶ່ງແຍກອອກ ດ້ວຍເຫດນີ້ຈຶ່ງເຮັດໃຫ້ແມ່ແບ້ມັກຈະບໍ່ສົມບູນ ແລະ ປະສົມພັນໄດ້ຊ້າເພາະແມ່ແບ້ຈະບໍ່ຄ່ອຍມີອາການຂຶ້ນເພດ.

ດັ່ງນັ້ນ ເມື່ອອາຍຸໄດ້ 3 ເດືອນ ຫຼື ຫຼາຍກວ່ານັ້ນບໍ່ຄວນໃຫ້ລູກແບ້ກິນນົມຕໍ່ໄປ ເພາະການຢ່ານົມຈະເຮັດໃຫ້ແມ່ຂຶ້ນເພດໄວ ແລະ ສາມາດປະສົມພັນໄດ້ໃນເວລາອັນສັ້ນໆ, ຖ້າປ່ອຍໃຫ້ເຊົານົມຕາມທຳມະຊາດຈະເປັນຜົນເສຍຕໍ່ແມ່ແບ້ເພາະເຮັດໃຫ້ແມ່ແບ້ຈ່ອຍ ແລະ ຄຽດ. ພາຍຫຼັງຢ່ານົມແລ້ວໃຫ້ແຍກລູກອອກລ້ຽງກຸ່ມໜຶ່ງຕ່າງຫາກ ແລະ ແຍກກຸ່ມລູກແບ້ຕົວຜູ້ ແລະ ຕົວແມ່ອອກຈາກກັນ ເພາະລູກແບ້ຈະມີການປະສົມພັນກັນກ່ອນໄວອັນຄວນ ແລະ ເຮົາສາມາດຄັດເລືອກໄວ້ເປັນພໍ່ພັນແມ່ພັນ ແລະ ໂຕຜູ້ທີ່ບໍ່ຕ້ອງການເຮັດພໍ່ພັນກໍໃຫ້ຕອນໃນໄລຍະນີ້

ຖ້າບໍ່ຢາກໃຫ້ແບ້ມີເຂົາກໍອາດຈະກຳຈັດອອກໂດຍເອົາສານເຄມີ ຫຼື ເຫຼັກຮ້ອນຈີ້ເຂົາກໍໄດ້. ລູກແບ້ທີ່ຢ່ານົມໃໝ່ຕ້ອງໃຫ້ກິນຫຍ້າທີ່ມີຄວາມສົມບູນ ແລະ ງອກງາມກ່ອນເພື່ອໃຫ້ແບ້ປັບຕົວເຂົ້າກັບອາຫານຢ່າງຄ່ອຍເປັນຄ່ອຍໄປ.ພາຍຫຼັງຢ່ານົມຄວນກຳຈັດພະຍາດໂຕກົມ, ໂຕຕີບ ແລະ ພະຍາດໃບໄມ້ໃນຕັບ. ສັກຢາວັກຊີນປ້ອງກັນໂລກປາກເປື່ອຍ ແລະ ຕີນເປື່ອຍ ແລະ ວັກຊີນປ້ອງກັນໂລກເຮໂມຣາຢິກເຊັບພຕິກຊີເມຍ.

ການຖ່າຍພະຍາດ ແລະ ສັກວັກຊີນຈະຕ້ອງເຮັດຢ່າງສະໝ່ຳສະເໝີເພື່ອໃຫ້ແບ້ມີສຸຂະພາບທີ່ດີ ແລະ ສາມາດຊ້ປະສົມພັນໄດ້ເມື່ອອາຍຸໄດ້ 8 ເດືອນແມ່ແບ້ທີ່ເກີດລູກແລ້ວປະມານ 3 ເດືອນເມື່ອມີອາການຂຶ້ນເພດກໍສາມາດເອົາພໍ່ພັນແບ້ມາປະສົມພັນໄດ້ອີກ, ແຕ່ຖ້າແມ່ແບ້ທີ່ໃຊ້ລິດເອົານົມ ຜູ້ລ້ຽງກໍສາມາດລິດນົມໄດ້ຈົນເຖິງ 6-8 ທິດກ່ອນເກີດຈຶ່ງຢຸດລິດນົມ.

7. ວິທີການຕອນແບ້ໂຕຜູ້- ແບ້ຜູ້ 1 ໂຕສາມາດຄຸມຝູງຕົວແມ່ໄດ້ 30 – 40 ໂຕ.

ສະນັ້ນ ຕ້ອງຕອນແບ້ຕົວຜູ້ທີ່ບໍ່ເປັນພໍ່ພັນອອກໃຫ້ໝົດໃນກໍລະນີທີ່ຈະລ້ຽງຮ່ວມກັນ.- ແບ້ຕົວຜູ້ທີ່ບໍ່ໃຊ້ເປັນພໍ່ພັນເມື່ອຜ່ານການຕອນແລ້ວກໍຈະເກີດຜົນດີຕາມມາອີກຫຼາຍດ້ານຄື: ຊ່ວຍລົດກິ່ນສາບຂອງຊີ້ນ, ມີນ້ຳໜັກໂຕຫຼາຍຂຶ້ນ ແລະ ຄຸນະພາບຂອງແບ້ກໍຈະດີຂຶ້ນດ້ວຍ.

ການຕອນແບ້ໂດຍທົ່ວໄປມີ 4 ວິທີຄື:

a) ໃຊ້ມີດຜ່າເອົາລູກອັນທະອອກທັງສອງຂ້າງແລ້ວໃຊ້ຢາຂ້າເຊື້ອ ແລະ ຢາຮັກສາຮອຍແຜທີ່ຜ່າໃຫ້ບາດແຜດີໄວ (ເປັນວິທີທີ່ຊາວບ້ານໃຊ້ກັນຕອນສັດທົ່ວໄປ)

b) ໃຊ້ເຫຼັກເຜົາໄຟຈີ້ ຫຼື ນາບດ້ານຂ້າງຂອງຖົງອັນທະ

c) ໃຊ້ຢາງຂະໜາດນ້ອຍຮັດສ່ວນເທິງລູກອັນທະໄວ້ໃນຂະນະທີ່ລູກແບ້ຍັງນ້ອຍ (ເປັນວິທີທີ່ບໍ່ດີ)

d) ໃຊ້ຄີມຕອນສັດ (ຄີມເບຣດີໂຊ) ໜີບທີ່ສ່ວນເທິງຂອງຖົງອັນທະເພື່ອຕັດສາຍຮັງລູກອັນທະລວມທັງທໍ່ນ້ຳເຊື້ອ. ວິທີນີ້ຈະເຮັດໃຫ້ທໍ່ນ້ຳເຊື້ອຕັດຂາດໂດຍທີ່ຖົງອັນທະ ແລະ ລູກອັນທະຍັງຄົງຢູ່, ຊິ່ງເປັນວິທີທີ່ງ່າຍກວ່າ 3 ວິທີທຳອິດ ແລະ ບໍ່ທໍລະມານສັດ

8. ວິທີການໃຫ້ອາຫານແບ້ແຕ່ລະລຸ້ນແບ້ເປັນສັດແຂ້ວເອື້ອງຄືກັນກັບຄວາຍ,

ມີກະເພາະໝັກຊຶ່ງອາໄສຈຸລິນຊີທີ່ຢູ່ພາຍໃນຍ່ອຍ ແລະ ສັງເຄາະວິຕາມິນ. ດັ່ງນັ້ນ ການໃຫ້ອາຫານເສີມກໍຄວນລະມັດລະວັງຢ່າໃຫ້ອາຫານທີ່ມີສານຕ້ານ ຫຼື ທຳລາຍຈຸລິນຊີໂດຍສະເພາະອາຫານສຳລັບໝູມັກຈະມີສານດັ່ງກ່າວຢູ່. ໃນປັດຈຸບັນການປະສົມອາຫານຂຸ້ນສຳລັບແບ້ ແລະ ແກະຍັງບໍ່ມີການຈຳໜ່າຍຫຼາຍ, ຊາວກະເສດອາດໃຊ້ອາຫານນົມງົວປະສົມສຳເລັດຮູບທີ່ມີຂາຍຢູ່ທົ່ວໄປແທນໄດ້ ຫຼື ຖ້າຕ້ອງການປະສົມອາຫານຂຸ້ນລ້ຽງເອງກໍສາມາດເຮັດໄດ້ຕາມຕາຕະລາງທີ່ໃຫ້ຂ້າງລຸ່ມນີ້ໄດ້ປົກກະຕິແບ້ມີຄວາມຕ້ອງການອາຫານຫຍາບເຊັ່ນ:

ຫຍ້າສົດຕ່າງໆໃນປະລິມານວັນລະປະມານຮ້ອຍລະ 10 ຂອງນ້ຳໜັກໂຕແບ້ ແລະ ຕ້ອງການອາຫານເຂັ້ມຂຸ້ນປະມານມລະ 0,5-1 ກິໂລກຣາມ. ນອກຈາກນັ້ນ ແບ້ຍັງຕ້ອງການນ້ຳ ແລະ ແຮ່ທາດເສີມເປັນປະຈຳອີກດ້ວຍ. ແບ້ຕ້ອງການນ້ຳກິນມື້ລະປະມານ 5-9 ລິດ, ຄວາມຕ້ອງການນ້ຳໜ້ອຍຫຼາຍຂຶ້ນກັບຂະນາດໂຕ ແລະ ພູມອາກາດ. ຊາວກະເສດທີ່ລ້ຽງແບ້ແບບພື້ນບ້ານມັກບໍ່ຄ່ອຍຄຳນຶງເຖິງເລື່ອງການຈັດຫານ້ຳໃຫ້ແບ້ກິນ ຈຶ່ງເຮັດໃຫ້ເກີດປັນຫາແບ້ເຈັບປ່ວຍຢູ່ເລື້ອຍໆ.

ສຳລັບທາດທີ່ໃຫ້ແບ້ກິນຜູ້ລ້ຽງຈະໃຊ້ແຮ່ທາດກ້ອນສຳເລັດທີ່ມີຂາຍຢູ່ທົ່ວໄປໃຫ້ແບ້ກິນກໍໄດ້ ແຕ່ຄວນຄຳນຶງວ່າແຮ່ທາດກ້ອນນັ້ນບໍ່ແຂງຈົນເກີນໄປ ເພາະວ່າລີ້ນຂອງແບ້ສັ້ນກວ່າລີ້ນຂອງຄວາຍ, ການລ້ຽງແຮ່ທາດແຕ່ລະເທື່ອຈຶ່ງຄວນໃຫ້ໃນປະລິມານທີ່ໜ້ອຍ.

IV. ປະໂຫຍດຈາກການລ້ຽງແບ້

1. ປະໂຫຍດທາງດ້ານເສດຖະກິດແບ້ເປັນສັດທີ່ມີປະໂຫຍດ ແລະ ມີຄວາມສຳຄັນຕໍ່ກັບທາງດ້ານເສດຖະກິດຫຼາຍຢ່າງເຊັ່ນ:

– ຊີ້ນແບ້ເປັນອາຫານທີ່ມີໂປຣຕີນສູງແຕ່ໄຂມັນຕ່ຳ ເຊິ່ງເປັນທີ່ນິຍົມຂອງຄົນທົ່ວໄປ ໂດຍສະ ເພາະຄົນທີ່ຕ້ອງການລົດຄວາມອ້ວນເຊິ່ງສາມາດບໍລິໂພກແທນຊີ້ນໝູໄດ້ເປັນຢ່າງດີ. ຊີ້ນແບ້ປົກກະຕິສາມາດບໍລິໂພກໄດ້ຕັ້ງແຕ່ຢ່ານົມຄືອາຍຸ 3 – 4 ເດືອນ. ແຕ່ຄົນສ່ວນຫຼາຍນິຍົມບໍລິ ໂພກຕັ້ງແຕ່ອາຍຸ 6 ເດືອນຂຶ້ນໄປ. ລາຄາຊີ້ນແບ້ຈະມີລາຄາທີ່ແຕກຕ່າງກັນໄປໂດຍບໍ່ກຳນົດລາຄາທີ່ແນ່ນອນຄືກັບຊີ້ນໝູ, ຊີ້ນງົວ ຫຼື ຊິ້ນໄກ່. ການຂາຍແມ່ນຈະຕົກລົງກັນເອງລະຫວ່າງຜູ້ຊື້ ແລະ ຜູ້ຂາຍ, ບາງບ່ອນກໍຂາຍແພງແຕ່ບາງບ່ອນກໍຂາຍຖືກ ແຕ່ສ່ວນຫຼາຍຈະຂາຍໃນລາຄາປະມານ 150,000 – 300,000 ກີບ. ນອກຈາກນັ້ນ ແບ້ຍັງເປັນສິນຄ້າສົ່ງອອກຕ່າງປະເທດນຳອີກໂດຍສະເພາະແມ່ນປະເທດຫວຽດນາມ ໂດຍມີພໍ່ຄ້າຊາວຫວຽດນາມ ແລະ ຄົນລາວມາຊື້ຈາກຊາວກະສິກອນເພື່ອນຳໄປຂາຍຫາກຳໄລເພີ່ມ.

– ນ້ຳນົມແບ້ມີຊັບພະຄຸນຄ້າຍຄືກັບນົມງົວ ແຕ່ມີໄຂມັນໜ້ອຍກວ່ານົມງົວ. ໂດຍທົ່ວໄປແບ້ໂຕໜຶ່ງຈະໃຫ້ນົມປະມານ 0,5-4 ລິດຕໍ່ໂຕຕໍ່ມື້ຂື້ນຢູ່ກັບພັນ ເຊິ່ງຊາວກະສິກອນບາງຄົນລ້ຽງເອົານົມ ແລະ ຂາຍໄດ້ລາຄາປະມານ 10,000 – 20,000 ກີບຕໍ່ລິດ.- ຂົບແບ້ສາມາດນຳໄປໃຊ້ເປັນຜະລິດຕະພັນເສັ້ນໃຍທີ່ມີຄຸນະພາບສູງເປັນທີ່ຕ້ອງການຂອງໂຮງງານອຸດສາຫະກຳຜະລິດເສັ້ນໃຍທີ່ເອີ້ນວ່າ ໂມແຮ ແລະ ຂົນແຄຊເມຍຣ ທີ່ສາມາດນຳມານຸ່ງຫົ່ມໄດ້ຄືກັບຂົນສັດທົ່ວໄປ.

– ໜັງແບ້ສາມາດນຳມາຜະລິດເປັນເຄື່ອງໜັງຄຸນະພາບດີເຊັ່ນ: ເກີບໜັງ, ກະເປົ໋າ ແລະ ເຄື່ອງນຸ່ງປະເພດໜັງອີກ.2. ປະໂຫຍດທາງດ້ານສິ່ງແວດລ້ອມ.

ນອກຈາກຈະມີປະໂຫຍດທາງເສດຖະກິດແລ້ວ ແບ້ຍັງມີປະໂຫຍດຕໍ່ກັບສິ່ງແວດລ້ອມນຳອີກເຊັ່ນ:

– ແບ້ເປັນສັດທີ່ກິນອາໄດ້ຫຼາຍຊະນິດເຊິ່ງເປັນຂໍ້ດີໃນການລ້ຽງເພື່ອກຳຈັດວັດຊະພືດທີ່ບໍ່ຕ້ອງການອອກໄປຈາກແຫຼ່ງການກະເສດປະເພດຕົ້ນໄມ້ໃຫຍ່ເຊັ່ນ: ການປູກໝາກມ່ວງ, ໝາກກ້ຽງ, ໝາກຂາມ, ຢາງພາລາເປັນຕົ້ນ. ນອກນັ້ນ ແບ້ພື້ນເມືອງບາງຈຳພວກຍັງບໍ່ກິນເຂົ້າ ແລະ ຜັກບາງຊະນິດເຊິ່ງເຮົາສາມາດລ້ຽງເພື່ອກຳຈັດຫຍ້າທີ່ຂຶ້ນຕາມຄັນນາ ແລະ ຕາມຮ່ອງໜານຜັກນຳອີກ.

– ແບ້ເປັນສັດທີ່ປັບຕົວເຂົ້າກັບສະພາບແວດລ້ອມໄດ້ງ່າຍ ແລະ ມັກຄວາມສະອາດ ດັ່ງນັ້ນສິ່ງແວດລ້ອມອ້ອມຂ້າງຂອງແບ້ຈະສະອາດກວ່າສັດປະເພດໝູ, ໄກ່ ຫຼື ງົວຄວາຍ ເຊິ່ງເປັນເລືື່ອງງ່າຍໃນການອະນາໄມໃນຂອບເຂດທີ່ແບ້ອາໄສຢູ່.

V. ບັນຫາທີ່ເກີດຂຶ້ນ.

1. ບັນຫາທີ່ເກີດຂຶ້ນກັບແບ້ ພະຍາດມີຜົນຕໍ່ການຂະຫຍາຍຕົວຂອງແບ້ບໍ່ວ່າທາງກົງ ແລະ ທາງອ້ອມຊຶ່ງພົບວ່າພະຍາດພາຍໃນເປັນບັນຫາທີ່ອັນຕະລາຍຫຼາຍກວ່າພະຍາດພາຍນອກ. ຖ້າແບ້ມີພະຍາດພາຍໃນຈຳນວນຫຼາຍ ຈະກໍ່ໃຫ້ເກີດໂລກລະບາດທີ່ມີຄວາມຮຸນແຮງເຖິງຕາຍໄດ້, ແຕ່ຖ້າມີໃນປະລິມານທີ່ໜ້ອຍຈະບໍ່ເຖິງຕາຍ ແຕ່ເຮັດໃຫ້ການຜະລິດຫຼຸດລົງເຊັ່ນ: ຊີ້ນ ແລະ ນົມ. ນອກຈາກນັ້ນຍັງເຮັດໃຫ້ແບ້ອ່ອນແອເປັນໂລກອື່ນໆໄດ້ງາຍເຮັດໃຫ້ເສດຖະກິດສູນເສຍລາຍໄດ້ຈາກຜົນຜະລິດທີ່ຫຼຸດລົງ ແລະ ເພີ່ມຕົ້ນທຶນຄ່າໃຊ້ຈ່າຍໃນການຊື້ຢາຖ່າຍພະຍາດໂດຍມີແນວໂນມວ່າພະຍາດຈະມີການລື້ງຢາເຮັດໃຫ້ໃນແຕ່ລະປີຈະຕ້ອງປ່ຽນຢາຊະນິດໃໝ່ໄປທຸກໆປີ. ພະຍາດພາຍໃນແບ້ມີຫຼາຍຊະນິດດ້ວຍກັນ ເກີດຂຶ້ນກັບແບ້ທຸກພາກພື້ນທີ່ມີການລ້ຽງແບ້ໂດຍສະເພາະໃນເຂດອາຊີຕາເວັນອອກສຽງໃຕ້ເຊັ່ນ: ພະຍາດໂຕກົມ, ພະຍາດໂຕຕິດ, ພະຍາດໃບໄມ້ໃນຕັບແລະ ເຊື້ອບິດເປັນຕົ້ນດັ່ງຕໍ່ໄປນີ້.

1.1 ພະຍາດໂຕກົມ.ແບ່ງເປັນ 2 ກຸ່ມຄື: ພະຍາດໂຕກົມໃນກະເພາະອາຫານ ແລະ ລຳໄສ້.ພະຍາດໂຕກົມທີ່ຢູ່ໃນກະເພາະອາຫານຂອງແບ້ເປັນພະຍາດທີເຮັດອັນຕະລາຍຕໍ່ສັດຫຼາຍທີສຸດ ໂຕຜູ້ມີຄວາມຍາວເຖີງ 10-20mm, ມີສີແດງ. ສ່ວນໂຕແມ່ມີຄວາມຍາວ 18-30mm, ມີສີແດງສະຫຼັບຂາວ. ມີວົງຈອນຊີວິດຄື: ເມື່ຶອໂຕແກ່ໄຂ່ອອກມາ ແລະ ແບ້ຖ່າຍອອກມາໂດຍໄຂ່ຂອງພະຍາດຈະປົນຢູ່ນຳຂີ້ແບ້ ເມື່ອຮອດເວລາທີ່ເໝາະສົມພະຍາດຈະມີການຝັກໄຂ່ເປັນໂຕອ່ອນ ແລະ ຈະເລີ່ມເປັນໂຕອ່ອນໄລຍະທີ່ສາມາດຕິດຕໍ່ໂລກແລ້ວແບ້ມາກິນອາຫານທີ່ມີໂຕພະຍາດປົນຢູ່ເຂົ້າໄປ.

ມັນຈະໄປອາໄສຢູ່ໃນກະເພາະອາຫານ, ພາຍໃນ 19 ມື້ໂຕອ່ອນກໍ່ຈະເລີ່ມເປັນໂຕແກ່ ແລະ ເລີ່ມອອກໄຂ່. ສິ່ງທີເກີດຂຶ້ນກັບແບ້ກໍຄືພະຍາດຊະນິດນີ້ດູດເອົາທັ້ງເມັດເລືອດ ແລະ ໂປຣຕີນໃນເລືອດເຮັດໃຫ້ແບ້ເກີດເປັນພະຍາດໂລກໂລຫິດຈາງ. ຖ້າມີອາການຮຸນແຮງແບ້ຈະມີອາການບວມນ້ຳກ້ອງຄາງ, ກ້ອງທອງ ແລະ ແບ້ຈະບໍ່ຈະເລີນເຕີບໂຕ, ນ້ຳໜັກຫຼຸດລົງ, ມີອາການຖອກທ້ອງ, ຮ່າງກ່າຍອ່ອນແອ, ຄວາມຕ້ານທານໂລກຕໍ່າ ແລະ ຕາຍໄດ້.

ອາການຂອງລູກແບ້ຈະເປັນແບບສຽບພັນ (ຕາຍຫ່າ) ເພາະການເສຍເລືອດຢ່າງໄວວາໂດຍສະແດງອາການໂລຫິດຈາງໃຫ້ເຫັນ.ນອກຈາກນີ້ຍັງມີພະຍາດເສັ້ນດ້າຍທີ່ອາໃສຢູ່ໃນລຳໄສນ້ອຍ ມັນຈະຍາດແຍ່ງອາຫານເຮັດໃຫ້ສຳໄສ້ອັກເສບແຕ່ຄວາມຮຸນແຮງຂອງພະຍາດນີ້ບໍ່ໜັກຫຼາຍ ແລະ ພະຍາດເມັດຕຸ່ມພົບໃນສຳໄສໃຫຍ່ເຮັດໃຫ້ລຳໄສ້ອັກເສບ. ແບ້ຈະຖ່າຍເປັນມູກແຫຼວ, ການຈະເລີນເຕີບໂຕຊ້າ, ຂົນຫຍາບກະດາງ, ຖອກທ້ອງ, ຈ່ອຍແຫ້ງຕາຍ ແລະ ບາງເທື່ອຖ່າຍອອກມາມີເລືອດປົນນຳ.

1.2 ພະຍາດໂຕແປ.ພະຍາດໂຕແປມັກຈະພົບເຫັນໃນລຳໄສ້ອ່ອນຂອງແບ້ ມີຄວາມຍາວເຖິງ 600 mm, ກວ້າງ 1,6mm. ວົງຈອນຊີວິດໂຕອ່ອນທີ່ຟັກອອກມາຈາກໄຂ່ຈະເຂົ້າໄປອາໄສຈະເລີນເຕີບໂຕໃນໂຕໄຮ, ເມື່ອແບ້ກິນໂຕໄຮທີມີພະຍາດເຂົ້າໄປພະຍາດກໍຈະເລີນເຕີບໂຕເຕັມໄວໃນແບ້ພາຍໃນ 6 – 8 ອາທິດ.

ລູກແບ້ທີມີອາຍຸຕໍ່າກວ່າ 6 ເດືອນຈະຕິດໂລກພະຍາດນີ້ໄດ້ງ່າຍ ແລະ ມີອາການຮຸນແຮງຫຼາຍກວ່າແບ້ໃຫຍ່, ຖ້າຕິດໂລກພະຍາດນີ້ໜ້ອຍອາດຈະສະແດງອາການ ແຕ່ຖ້າຕິດພະຍາດນີ້ຫຼາຍອາດຈະຕາຍໄດ້.ວົງຈອນຊີວິດພະຍາດໂຕແປຂອງແບ້

1.3 ພະຍາດໃບໄມ້ໃນຕັບ.ພະຍາດໃບໄມ້ໃນຕັບມັກຈະພົບໃນຕັບ ແລະ ທໍ່ນໍ້າບີຂອງແບ້. ຂະໜາດໂຕຍາວປະມານ 25 – 75mm, ກວ້າງ 12mm. ວົງຈອນຊີວິດໂຕອ່ອນທີ່ຟັກອອກມາຈາກໄຂ່ ຈະເຂົ້າໄປອາໄສຈະເລີນເຕີມໂຕໃນຫອຍນໍ້າຈືດໃຊ້ເວລາຈະເລີນເຕີບໂຕໃນຫອຍ 4 – 7 ອາທິດຈຶ່ງຈະກາຍເປັນໂຕອ່ອນລອຍອອກມາຈາກຫອຍມາເກາະຈັບກັບວັດຊະພືດນໍ້າ ແລະ ກາຍເປັນໂຕອ່ອນໄລຍະຕິດໂລກລໍຖ້າແບ້ມາກິນ.

ຄວາມຮ້າຍແຮງສ່ວນໃຫຍ່ຈະເກີດຂຶ້ນຂະໜາດທີ່ໂຕອ່ອນຂອງພະຍາດເດີນທາງໄປທີ່ຕັບ, ຈະເກີດໂລກ 2 ຊະນິດຄື: ຊະນິດສຽບພັນ ແລະ ຊະນິດຮຸນແຮງ. ຕັບຈະຖືກທຳລາຍຢ່າງຮຸນແຮງ, ມີເລືອດຕົກໃນຊ່ອງທ້ອງຊຶ່ງມັກພົບໃນແບ້. ແບ້ທີ່ເຈັບຈະບໍ່ຍາກເຄື່ອນໄຫວ, ຫາຍໃຈລຳບາກ, ສະແດງອາການເຈັບປວດບໍລິເວນທ້ອງເມື່ອຖືກສຳພັດ ແລະ ພະຍາດນີ້ເຮັດໃຫ້ການຍ່ອຍອາຫານບໍດີ ສົ່ງຜົນຕໍ່ການຈະເລີນເຕີບໃຫຍ່ ແລະ ຜົນຜະລິດເຊັ່ນ: ຊີ້ນ, ປະລິມານນໍ້ານົມເປັນຕົ້ນ.ວົງຈອນຊີວິດພະຍາດໃບໄມ້ໃນຕັບ

1.4 ເຊື້ອບິດ.ໂດຍທົ່ວໄປແລ້ວຈະລະບາດໃນເຂດທີ່ມີອາກາດຮ້ອນຊຸ່ມ ໂດຍສະເພາະແມ່ນແບ້ທີ່ລ້ຽງຮ່ວມກັນພາຍໃນຄອກ ຫຼື ເດີ່ນຫຍ້າຂະໜາດນ້ອຍ, ບໍ່ຄ່ອຍເຫັນໃນແບ້ທີ່ລ້ຽງປ່ອຍ. ເຊື້ອພະຍາດອາໄສຢູ່ໃນລຳໄສ້ນ້ອຍ ແລະ ລຳໄສ້ໃຫຍ່ຂອງແບ້ເຮັດໃຫ້ລຳໄສ້ອັກເສບ, ແບ້ຈະສະແດງອາການເບື່ອອາຫານ, ສຸຂະພາບບໍ່ສົມບູນ, ທ້ອງວ່າງ, ອາຈົມມີກິ່ນເໝັນ, ແບ້ຈະມີອາການອ່ອນເພຍ ແລະ ຖ້າບໍ່ໄດ້ຮັບການຮັກສາອາດຈະຕາຍໄດ້ ອັດຕາການລອດຕາຍຈາກໂລກຂ່ອນຂ້າງສູງ.

2. ບັນຫາທີ່ເກີດຂຶ້ນກັບສິ່ງແວດລ້ອມໂດຍທົ່ວໄປຈະມັກພົບເຫັນບັນຫາຂອງແບ້ທີ່ມີຢູ່ຕາມບ້ານເຮືອນຂອງປະຊາຊົນເພາະແບ້ນອກຈາກຈະຫາກິນຕາມເດີ່ນຫຍ້າແລ້ວ ແບ້ຍັງຊອກຫາກິນອາຫານຕາມບ້ານເຮືອນປະຊາຊົນນຳອີກ. ດ້ວຍເຫດນີ້ຈຶ່ງເຮັດໃຫ້ແບ້ຖືກທຳຮ້າຍຈາກເຈົ້າຂອງເຮືອນທີ່ມັນເຂົ້າໄປ.

ນອກຈາກນີ້ແບ້ຍັງເປັນສັດທີ່ສາມາດໂດດໄດ້ສູງ ແລະ ຈ່ອງກິນອາຫານຈາກທີ່ສູງໆໄດ້ ເຊິ່ງອາດຈະໄປກິນຜົນລະປູກ ຫຼື ເຂົ້າສວນຂອງປະຊາຊົນທີ່ເຮັດບໍ່ສູງ, ບໍ່ໝັ້ນຄົງເທົ່າທີ່ຄວນໄດ້. ນອກຈາກຈະມີປັນຫາໃນໂຕຂອງແບ້ແລ້ວ ຂີ້ແບ້ຍັງເປັນປັນຫາອີກຢ່າງໜຶ່ງເຊັ່ນ: ສົ່ງກິ່ນເໝັນລົບກວນປະຊາຊົນບ້ານໃກ້ເຮືອນຄຽງ, ແບ້ຖ່າຍບໍ່ເປັນທີ່ເປັນທາງ ແລະ ບໍ່ເລືອກສະຖານທີ່ຄືກັນກັບໝູ. ສິ່ງທີ່ສຳຄັນອີກຢ່າງໜຶ່ງຄືແບ້ເປັນສັດທີ່ຂີ້ດື້ ຖ້າບໍ່ມີການເບິ່ງແຍງຢ່າງໃກ້ຊິດກໍອາດຈະມີການສູນເສຍສັບສິນປະເພດຖ້ວຍ, ຈານ, ດອກໄມ້ເປັນຕົ້ນ. ແບ້ເປັນສັດທີ່ກິນພືດໄດ້ຫຼາກຫຼາຍຊະນິດ, ຖ້າວ່າປະຊາກອນຂອງແບ້ມີການເພີ່ມຂຶ້ນຫຼາຍຈະເຮັດໃຫ້ພືືດພັນທີ່ເປັນອາຫານຂອງສັດຫຼຸດລົງ ເຮັດໃຫ້ເກີດມີການຍາດຊີງອາຫານ ແລະ ໃນທີ່ສຸດກໍເຮັດໃຫ້ແບ້ຂາດສານອາຫານ, ຈ່ອຍ ແລະ ຕາຍໄດ້.

VI. ວິທີການປ້ອງກັນ.

1. ການປ້ອງກັນສິ່ງແວດລ້ອມຈາກແບ້.ວິທີປ້ອງກັນຜົນລະປູກຈາກແບ້ແມ່ນມີຫຼາຍວິທີດ້ວຍກັນຄື:

– ຖ້າບໍ່ມີຄົນເບິ່ງ ຫຼື ບໍ່ມີເວລາເບິ່ງແຍງແບ້ແມ່ນແນະນຳໃຫ້ລ້ຽງແບບຜູກລ່າມ ເພາະຈະເປັນການປ້ອງກັນຂອບເຂດທີ່ບໍ່ຕ້ອງການໃຫ້ແບ້ເຂົ້າໄປຮຸກຮານ.

– ເຮັດຮົ້ວຮາວໃຫ້ແໜ້ນ ແລະ ແອ້ມດ້ວຍຝາກະແຕະ ຫຼື ໜ່າງເຫຼັກແມ່ນດີທີ່ສຸດ ເພາະຖ້າຮົ້ວຂອງທ່ານມີປ່ອງປະມານ 10-20 ຊັງຕີແມັດ ແບ້ສາມາດເຂົ້າສວນຂອງທ່ານໄດ້ຢ່າງສະບາຍ ແລະ ອີກຢ່າງໜຶ່ງແມ່ນຕ້ອງເຮັດຮົ້ວໃຫ້ສູງເພື່ອປ້ອງກັນການໂດດຂອງແບ້.

– ຈຳກັດຈຳນວນຂອງແບ້ໃຫ້ເໝາະກັບເນື້ອທີ່ທີີ່ມີຢູ່ຄື: ເມື່ອແບ້ເກີດລູກແມ່ນໃຫ້ຂາຍໂຕໃຫຍ່ອອກແລ້ວລ້ຽງໂຕນ້ອຍແທນເພື່ອເປັນການຮັກສາແບ້ໃຫ້ຢູ່ໃນຈຳນວນເທົ່າເກົ່າ ແລະ ມີອາຫານກິນຢ່າງພຽງພໍໃນບໍລິເວນເດີ່ນເກົ່າ.

– ຖ້າລ້ຽງໃນບໍລິເວນເດີ່ນເກົ່າ ຄວນຫາວັດຊະພືດອື່ນມາເສີມໃຫ້ແບ້ເພື່ອປ້ອງກັນການແຫ້ນກິນພືດເກົ່າຈົນບໍ່ສາມາດປົ່ງຍອດໃໝ່ອອກມາແທນໄດ້.

2. ການຄວບຄວບຄຸມພະຍາດໃນແບ້. ການປ້ອງກັນແມ່ນຄວນຈະແຍກແບ້ທີ່ຕິດໂລກອອກຈາກຝູງ. ຫຼັງຈາກນັ້ນທຳຄວາມສະອາດພາຊະນະໃສ່ອາຫານ, ໃສ່ນໍ້າ ແລະ ຟື້ືນຄອກໃຫ້ສະອາດ. ການກວດວິນີໄສໂລກໂດຍການສັງເກດເບິ່ງອາການຂອງແບ້ວ່າ: ເບື່ອອາຫານບໍ່, ທ້ອງເສຍ ຫຼື ເຈັບທ້ອງ, ບວມນໍ້າໃຕ້ຄາງ, ໃຕ້ທ້ອງ ແລະ ຈາກການກວດອາຈົມພົບວ່າມີໄຂ້ ຫຼື ໂຕອ່ອນພະຍາດເຊິ່ງການສັງເກດຄວນຕິດຕໍ່ຫາເຈົ້າໜ້າທີ່ມາກວດເປັນປະຈຳທຸກໆປີຢ່າງໜ້ອຍປີລະເທື່ອ.

ຂໍ້ແນະນຳ

1. ຖ່າຍພະຍາດເປັນປະຈຳໂດຍຖ່າຍທຸກ 4 – 6 ອາທິດ ຢາຖ່າຍພະຍາດທີໃຊ້ປະກອບດ້ວຍ

– ຢາຖ່າຍພະຍາດຕົວກົມເຊັນ: ອັດເບນດາໂຊລ, ໄທເບັນດາໂຊ,ໄພແຣນເທລເປັນຕົ້ນ.

– ຢາຖ່າຍພະຍາດຕົວແປເຊັ່ນ: ນິໂດລຊາໄມດ໌, ເມເບນດາໂຊລ

– ຢາຖ່າຍພະຍາດໃບໄມ້ໃນຕັບເຊັ່ນ: ຣາຟອກຊາໄນດ໌, ໄນໂຕຣໄຊນິລ

– ຢາກໍາຈັດເຊື້ອບິດເຊັ່ນ: ໂທລທຣາຊູຣິລ, ຊັດຟາຄວິນອກຊາລີນເປັນຕົ້ນ ຫຼື ຖ້າພົບບັນຫາພະຍາດພາຍໃນ ແລະ ເຊື້ອບິດຮ່ວມກັນອາດຈະໃຊ້ຢາທັງສາມຊະນິດ ແລະ ຄວນຖ່າຍທຸກ 4 – 6 ອາທິດ.

– ສໍາລັບພະຍາດຕົວກົມ ຄວນຖ່າຍພະຍາດຄັ້ງທໍາອິດເມື່ອອາຍຸ 8 ອາທິດ.

2. ທຳຄວາມສະອາດຄອກແບ້ຢ່າງສະໝໍ່າສະເໝີ ພື້ນຄອກແບ້ຕ້ອງເປັນແບບຈົ່ງປ່ອງເພື່ອອາຈົມຕົກລົງໄປທາງລຸ່ມ ແລະ ຕ້ອງອ້ອມຮອບກ້ອງຄອກໄວ້ບໍ່ໃຫ້ແບ້ເຂົ້າໄປໄດ້, ບໍ່ດັ່ງນັ້ນແບ້ຈະຕິດພະຍາດຈາກອາຈົມໄດ້.

3. ອາຈົມ ແລະ ສິ່ງເສດເຫຼືອອື່ນໆໃຫ້ຝັງ ຫຼື ເຜົາທຳລາຍໃຫ້ໝົດ.

4. ໃຊ້ລະບົບເດີ່ນຫຍ້າໝຸນວຽນໂດຍການແບ່ງເດີ່ນຫຍ້າອອກເປັນຕອນຍ່ອຍ ແຕ່ລະເດີ່ນອ້ອມຮົ້ວກັ້ນໄວ້ ປ່ອຍແບ້ເຂົ້າແຫ້ນເລັມຫຍ້າໃຫ້ໄດ້ດົນເດີ່ນລະ 2 ອາທິດ. ຫລັງຈາກນັ້ນໄປລ້ຽງເດີ່ນອື່ນຕໍ່ ໂດຍຈະຕ້ອງຈັດການເດີ່ນທີ່ແບ້ແຫ້ນເລັມແລ້ວໂດຍການຕັດຫຍ້າໃຫ້ສັ້ນລົງຫລາຍທີ່ສຸດ ຫລື ໃຫ້ແສງແດດສ່ອງເຖິງພື້ນດິນເພື່ອໃຫ້ໄຂ່ ແລະ ຕົວອ່ອນຂອງພະຍາດຕາຍ ແລະ ຫຍ້າຈະເລີນງອກງາມໄວ ສຳລັບລ້ຽງແບ້ທີ່ຈະເຂົ້າມາແຫ່ນເລັມໃໝ່. ເຮັດໝຸນວຽນກັນໄປ ຫຼື ວິທີຈຳກັດພື້ນທີ່ແຫ້ນເລັມໂດຍການມັດລ່າມແບ້ບໍ່ຊ້ຳບ່ອນເກົ່າ

5. ທຳລາຍຕົວນຳເຄິ່ງກາງຂອງພະຍາດເຊັ່ນ: ໄຮ ແລະ ຫອຍນ້ຳຈືດ. ບໍ່ຄວນໃຫ້ແບ້ລົງໄປກິນຢູ່ເດີ່ນຫຍ້າຊຸ່ມໆປຽກໆ ເພາະຈະຕິດພະຍາດໄດ້ງ່າຍຈາກໂຕອ່ອນພະຍາດທີ່ອາໄສຢູ່ດົນໃນເດີ່ນຫຍ້າທີ່ປຽກຊຸ່ມນັ້ນ. ການຕັດແຕ່ງກີບເປັນງານປະຈຳທີ່ຜູ້ລ້ຽງແບ້ຈະຕ້ອງປະຕິບັດໃນການລ້ຽງແບ້ ການຕັດແຕ່ງກີບຈະຊ່ວຍປ້ອງກັນບໍ່ໃຫ້ປາຍກີບປົ່ງຜິດປົກກະຕິ ແລະ ປ້ອງກັນບໍ່ໃຫ້ກີບເນົ່າເນື່ອງຈາກມູນສັດເຂົ້າໄປຕິດຢູ່ໃນກີບທີ່ບໍ່ໄດ້ຮັບການຕັດແຕ່ງ.

ການຕັດແຕ່ງກີບຈະໃຊ້ມີດສຳລັບແຕ່ງກີບ ຫຼື ໃຊ້ມີດຕັດຕັດແຕ່ງກີບກໍໄດ້.ເຄື່ອງມືທີ່ໃຊ້ໃນການຕັດແຕ່ງກີບຕີນຂອງແພະການຕັດແຕ່ງກີບຄວນເຮັດໃນຂະນະອາກາດເຢັນຊຸ່ມ ທັງນີ້ເພາະກີບຈະອ່ອນຕົວເຮັດໃຫ້ຕັດແຕ່ງໄດ້ງ່າຍ. ຖ້າຫາກເຮັດໃນອາກາດທີ່ຮ້ອນ ຄວນນຳແບ້ໄປຍືນໃນບ່ອນປຽກຊຸ່ມໄລຍະໜຶ່ງກ່ອນການຕັດແຕ່ງກີບ, ຜູ້ທີ່ຈະຕັດແຕ່ງກີບຈະຕ້ອງຈັບຂາຂອງແບ້ໃຫ້ແໜ້ນໂດຍຍົກຂາຂຶ້ນແລ້ວໃຊ້ລະຫວ່າງຂາໜີບ (ໃຊ້ດ້ານຂ້າງຂອງເຂົ່າໜີບ) ຈາກນັ້ນໃຊ້ມີດແຕ່ງກີບຕັດກີບຊ່ວງທີ່ຍາວອອກເກີນຈາກຮູບລັກສະນະປົກກະຕິຖິ້ມ.

ການຕັດແຕ່ງກີບເຮັດທັງດ້ານນອກ ແລະ ລະຫວ່າງຮ່ອງກີບ, ສຳລັບພື້ນຂອງຕີນຄວນຕັດກີບໃຫ້ສະເໝີກັບພື້ນຕີນເທົ່ານັ້ນ ການຕັດແຕ່ງກີບທີ່ດີຄວນເຮັດແລ້ວຮູບຮ່າງຄ້າຍກັບກີບຕີນຂອງລູກແພະທີ່ເກີດໃໝ່. ການຕັດແຕ່ງກີບຄວນເຮັດສະເໝີຢ່າງໜ້ອຍເດືອນລະ 1 ເທື່ອ.

VII. ສະຫຼຸບ.

ຜ່ານການສຶກສາຄົ້ນຄວ້າການລ້ຽງດູແບ້ຈາກການຊອກຫາໃນເອກະສານຕ່າງໆເພື່ອມາຮຽບຮຽງ ແລະ ຈັດຂໍ້ມູນໃໝ່ສາມາດສະຫຼຸບໄດ້ດັ່ງນີ້:

1. ຈຸດດີ:ແບ້ເປັນສັດຂະໜາດນ້ອຍທີ່ສາມາດລ້ຽງໄດ້ເກືອບທຸກຫົນທຸກແຫ່ງໃນປະເທດ, ລ້ຽງງ່າຍ, ແຜ່ພັນໄວ ແລະ ກິນອາຫານບໍ່ເລືອກ. ແບ້ມີຄວາມສາມາດສູງໃນການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມໄດ້ດີ ແລະ ເປັນສັດເສດຖະກິດທີ່ສ້າງລາຍໄດ້ໃຫ້ແກ່ຊາວກະສິກອນໄດ້ເປັນຢ່າງດີ ເຊິ່ງຊາວກະສິກອນສາມາດພັດທະນາຈາກການລ້ຽງຂະໜາດນ້ອຍໄປເປັນການລ້ຽງເປັນຟາມໃຫຍ່ໆໄດ້ຢ່າງບໍ່ມີປປັນຫາ

2. ຈຸດອ່ອນ ແບ້ເປັນສັດທີ່ກິນອາຫານບໍ່ເລືອກ ດັ່ງນັ້ນແບ້ຈຶ່ງເປັນສັດທີ່ຕ້ອງໄດ້ເອົາໃຈໃສ່ເບິ່ງແຍງຢ່າງລະມັດລະວັງ ໂດຍສະເພາະຊາວກະສິກອນທີ່ມີການປູກຝັງໄປຄຽງຄູ່ກັບການລ້ຽງສັດ. ນອກນັ້ນ ແບ້ຍັງເປັນສັດທີ່ຢ້ານນ້ຳຈຶ່ງເປັນການຍາກທີ່ຈະລ້ຽງໃນລະດູຝົນ.

3. ຂໍ້ສະເໜີ ແນະສຳລັບຊາວກະສິກອນທີ່ຕ້ອງການລ້ຽງສັດເສດຖະກິດໃດໜຶ່ງ ແບ້ເປັນທາງເລືອກທີ່ດີ ແລະ ເປັນສັດເສດຖະກິດທີ່ລ້ຽງງ່າຍ, ໃຊ້ຕົ້ນທຶນບໍ່ຫຼາຍຄືກັບການລ້ຽງສັດປະເພດອື່ນ ແຕ່ໄດ້ຮັບຜົນຕອບແທນທີ່ດີ, ມີລາຍໄດ້ເປັນກອບເປັນກຳ. ເຖິງຢ່າງໃດກໍຕາມຄວນເອົາໃຈໃສ່ໃນການລ້ຽງດູໃຫ້ທົ່ວເຖິງ, ຄວນສຶກສາຂໍ້ມູນໃຫ້ລະອຽດ ແລະ ຫາຄຳປຶກສາຈາກຜູ້ທີ່ມີປະສົບການການລ້ຽງແບ້ມາກ່ອນ ຫຼື ເຂົ້າໄປສຶກສາຕາມຟາມໃດໜຶ່ງກໍໄດ້. ດັ່ງນັ້ນ ການລ້ຽງແບ້ບໍ່ໝາຍວ່າຈະລ້ຽງແບບປ່ອຍໄປຕາມທຳມະຊາດ ບາງເທື່ອການລ້ຽງເພື່ອເສດຖະກິດແບບນີ້ກໍອາດຈະເຮັດໃຫ້ທ່ານຂາດທຶນກໍເປັນໄດ້.

ອອກ​ຈາກການຕອບ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້