ວິທີລ້ຽງງົວ ແບບມືອາຊີບ

0
1289

ຄວາມຮູ້ດີໆທີ່ບໍ່ຄວນພາດກັບເຕັກນິກການລ້ຽງງົວ

ການລ້ຽງງົວພື້ນເມືອງ ງົວພື້ນເມືອງເປັນງົວທີ່ເໝາະສົມກັບສະພາບປະຈຸບັນທີ່ກໍາລັງປະສົບກັບບັນຫາການຂາດແຄນຫຍ້າ, ພືດອາຫານສັດຢູ່ຕາມທໍາມະຊາດ ແລະ ພື້ນທີ່ລ້ຽງສັດທໍາມະຊາດທົ່ວໄປ, ເຊິ່ງມີແນວໂນ້ມຈະມີການຫຼຸດຈໍານວນງົວພື້ນເມືອງລົງຈຶ່ງຖືເປັນໂອກາດ ແລະ ທາງເລືອກໃໝ່ໃຫ້ແກ່ຊາວກະສິກອນລາວສາມາດລົງທຶນໃສ່ການລ້ຽງງົວເພື່ອເປັນອາຊີບເສີມທີ່ມີລາຍໄດ້ສູງໃຫ້ຄອບຄົວໄດ້. ງົວທີ່ລ້ຽງຢູ່ເຂດພາກເໜືອຈະມີຂະໜາດໃຫຍ່ກວ່າຢູ່ພາກກາງ ແລະ ພາກໃຕ້ເລັກໜ້ອຍ, ອາດເນື່ອງມາຈາກມີສາຍເລືອດງົວພັນ ຊີບູ(ເຮດຊົນດີ) ປະສົມຢູ່ໃນສະໄໝຝຣັ່ງປົກຄອງ ແລະ ຖ່າຍທອດມາເຖີງປະຈຸບັນ.

ຈຸດດີ: ຂອງງົວພື້ນເມືອງລາວມີຄື: ແຜ່ພັນດີໂດຍຈະເກີດລູກທຸກໆ 11-13 ເດືອນ, ລ້ຽງລູກດີ ແລະ ໃຫ້ລູກຫຼາຍໂຕໃນຊົ່ວຊີວິດຂອງມັນ, ທົນທານຕໍ່ແມ່ກາຝາກຕ່າງໆໂດຍສະເພາະແມ່ນກາຝາກທາງນອກ (ເຫັບ, ເຫຼືອກ, ໝັດ) ແລະ ສາມາດນໍາໃຊ້ອາຫານຫຍາບທີ່ມີຄຸນນະພາບຕໍ່າແລກປ່ຽນເປັນຊີ້ນໄດ້ດີ, ເປັນຊີ້ນທີ່ຕະຫຼາດຕ້ອງການທັງພາຍໃນ ແລະ ປະເທດໃກ້ຄຽງ ເນື່ອງຈາກບໍ່ມີໄຂມັນແຊກຊ້ອນຫຼາຍ.

ຈຸດອ່ອນ: ການຈະເລີນເຕີບໃຫຍ່ຊ້າ, ໃຊ້ເວລາຍາວນານໃນການສ້າງນ້ໍາໜັກເພີ້ມ ແລະ ມີນ້ໍາໜັກຕ່ໍາໃນເວລາຂາຍອອກ.

ການສ້າງຄອກ: ການສ້າງຄອກເພື່ອໃຫ້ງົວໄດ້ອາໄສຜັກຜ່ອນໃນຍາມກາງຄືນ ຫຼື ລ້ຽງຂັງໄວ້ເພື່ອປ້ອງກັນສັດຕູຈາກຂ້າງນອກມາລົບກວນສັດແມ່ນມີຫຼາຍຮູບແບບ ແລະ ຂຶ້ນກັບເງື່ອນໄຂຂອງແຕ່ລະທ້ອງຖິ່ນ

ການປ້ອງກັນພະຍາດໂດຍນໍາໃຊ້ຢາ: ການປະສົມຢາປະຕິຊີວະນະບາງຊະນິດລົງໃນອາຫານສັດ ຫຼື ໃນນ້ໍາກິນໃນລະດັບທີ່ດີເພື່ອປ້ອງກັນພະຍາດບາງຊະນິດໄດ້ທັງຊ່ວຍໃຫ້ສັດລ້ຽງຈະເລີນເຕີບໂຕເພີ່ມຂຶ້ນ ເຖິງຢ່າງຕາມການລ້ຽງຄວນຄໍານຶງສະເໝີວ່າ: ການປ້ອງກັນເປັນວິທີທີ່ດີທີ່ສຸດ, ດີກວ່າປ່ອຍໃຫ້ສັດຕິດພະຍາຕແລ້ວຈຶ່ງປິ່ນປົວຈະເປັນການສິ້ນເປືອງຄ່າໃຊ້ຈ່າຍ ແລະ ຕົ້ນທຶນການຜະລິດສູງ, ນອກຈາກນີ້ການປິ່ນປົວກໍ່ຈະສົ່ງຜົນໃຫ້ບໍ່ແນ່ນອນເຊິ່ງອາດຈະເຊົາ ຫຼື ບໍ່ເຊົາກໍ່ໄດ້; ດັ່ງນັ້ນການຄວບຄຸມພະຍາດນັ້ນ, ກ່ອນອື່ນຕ້ອງຄໍານຶງເຖິງການເບິ່ງແຍງສຸຂະພາບສັດໃນຝຸງຢູ່ສະເໝີຈະຊ່ວຍໃຫ້ອັດຕາການເຈັບເປັນ ແລະ ການຕາຍຂອງສັດໃນຝູງຫຼຸດລົງໄດ້. ຫຼັກການອະນາໄມທີ່ນໍາໃຊ້ໃນແຕ່ລະຝາມຄວນຈະວາງແຜນໄວ້ດີດັ່ງລຸ່ມນີ້:

– ການປ້ອງກັນພະຍາດລະບາດ ແລະ ການປ້ອງກັນການເກີດບັນຫາຕ່າງໆທີ່ອາດຈະເກີດຂຶ້ນກັບງົວຍ່ອມສົ່ງຜົນກະທົບຕໍ່ຜົນກໍາໄລຕໍ່ຜູ້ລ້ຽງດີກວ່າ. 

  –  ປ້ອງກັນແຫຼ່ງທີ່ເປັນບໍ່ເກີດຂອງພະຍາດຕ້ອງຮັກສາຄວາມສະອາດ, ການສຸຂະພິບານໃນຄອກສັດທີ່ນໍາເຂົ້າມາລ້ຽງໃໝ່, ຄວນກັກຂັງແຍກຕ່າງຫາກໃນຊ່ວງໄລຍະໜຶ່ງຈຶ່ງສາມາດຊ່ວຍປ້ອງກັນພະຍາດບາງຢ່າງທີ່ຈະຕິດໃສ່ຝູງສັດເກົ່າໄດ້, ເພີ່ມຄວາມຕ້ານທານພະຍາດໃຫ້ຝູງງົວດ້ວຍການສັກວັກຊິນ ແລະ ເອົາໃຈໃສ່ລ້ຽງງົວດ້ວຍອາຫານທີ່ມີຄຸນນະພາບລວມທັງຈັດສິ່ງແວດລ້ອມທີ່ເໝາະສົມໃຫ້ຫຼຸດຜ່ອນການແຜ່ລະບາດຂອງພະຍາດໄດ້.

ການປ້ອງກັນພະຍາດດ້ວຍການສຸຂະອະນາໄມ: ຄືການຮັກສາຄວາມສະອາດຄອກ ແລະ ພາຍໃນໂຮງລ້ຽງສັດ, ການພົ່ນຢາຂ້າເຊື້ອຢ່າງສະໝໍ່າສະເໝີ ແລະ ການອະນາໄມໃຫ້ສະອາດ, ຂົນ, ຂີ້ສັດອອກໄປທ້ອນໂຮມໄວ້ເພື່ອເຮັດປຸ໋ຍໝັກ ຫຼື ໃສ່ຂຸມແກ໊ສຊີວະພາບຜະລິດພະລັງງານແສງສະຫວ່າງ ແລະ ແກ໊ສເພື່ອການແຕ່ງກິນເປັນການຫຼຸດຕົ້ນທຶນການຜະລິດຂອງຄອບຄົວໄດ້ສ່ວນຫນື່ງ.

ການປ້ອງກັນດ້ວຍເຕັກນິກການລ້ຽງສັດ: ເອົາໃຈໃສລ້ຽງດູສັດດ້ວຍການສະໜອງອາຫານ, ນ້ໍາກິນໃຫ້ພຽງພໍ ແລະ ມີຄຸນນະພາບ, ຄອກສະອາດ, ອາກາດຖ່າຍເທໄດ້ສະດວກດີ.

ການກັນພະຍາດດ້ວຍຢາວັກຊີນ: ຄືການນໍາໃຊ້ຢາວັກຊີນປ້ອງກັນພະຍາດຊະນິດຕ່າງໆຕາມສັດຕະວະແພດແນະນໍາເພື່ອສ້າງພູມຄຸ້ມກັນພະຍາດໃຫ້ແກ່ສັດລ້ຽງຕະຫຼອດເວລາ, ເປັນວິທີທີ່ປະຍັດ ແລະ ໄດ້ຮັບຜົນດີ.

ວັກຊິນທີ່ຄວນສັກໃຫ້ງົວມີຄື:

– ວັກຊິນປ້ອງກັນພະຍາດຫຼຸລູກຕິດຕໍ່ ຫຼື ພະຍາດແທ້ງຕິດຕໍ່: ສັກໃຫ້ງົວນ້ອຍໂຕແມ່ທຸກໂຕເມື່ອມີອາຍຸໄດ້ 1 ປີ 6 ເດືອນ, ສັກເຂົາຫຼືບໜັງໂຕລະ 2 ຊີຊີ. ຄຸ້ມກັນໄດ້ 1 ປີ, ຫຼັງຈາກສັກແລ້ວຄວນເຮັດເຄື່ອງໝາຍໄວ້ໃນໃບຫູເຊັ່ນ: ເຈາະຫູໃຫ້ເປັນຮູນ້ອຍໆ 2 ຮູ.

– ວັກຊິນກັນພະຍາດໄຂ້ບວມ: ສັກໃຫ້ງົວ-ຄວາຍເມື່ອອາຍຸຮອດ 6 ເດືອນຫາ 2 ປີ, ສັກເຂົ້າຫຼືບໜັງໂຕລະ 5 ຊີໆ ຄຸ້ມກັນໄດ້ 6 ເດືອນ.

– ວັກຊິນກັນພະຍາດປາກເປື່ອຍລົງເລັບ (FMD ) ມີຢູ່ 3 ຊະນິດຄື: (O, A, Asia 1).

ສັກວັກຊິນຊະນິດທີ່ສາມາດປ້ອງກັນພະຍາດຊະນິດນັ້ນເທົ່ານັ້ນເຊັ່ນ: ພະຍາດທີ່ເກີດຈາກເຊື້ອຊະນິດ A ແຕ່ຜູ້ລ້ຽງສັກວັກຊິນຊະນິດ O ໄວ້ຢ່າງດຽວກໍ່ສາມາດຕິດເຊື້ອພະຍາດອື່ນໄດ້, ດີແທ້ຄວນສັກ 3 ຊະນິດໄວ້ແຕ່ກໍ່ເປັນການສິ້ນເປືອງ, ຖ້າຈະໃຫ້ເປັນການປະຢັດຜູ້ລ້ຽງຕ້ອງມີຄວາມສົນໃຈວ່າພະຍາດທີ່ກໍາລັງລະບາດຢູ່ນັ້ນເປັນເຊື້ອພະຍາດຊະນິດໃດ ຈຶ່ງຈັດການສັກວັກຊິນຊະນິດນັ້ນ, ສັກເຂົ້າຫຼືບໜັງໂຕລະ 5 ຊີຊີ, ສາມາດຄຸ້ມກັນໄດ້ 6 ເດືອນ. ຜູ້ລ້ຽງຕ້ອງໄດ້ສອບຖາມກ່ຽວກັບລາຍລະອຽດຂອງວັກຊິນຊະນິດນີ້ຈາກສັດຕະວະແພດຕື່ມ.

ການປ້ອງກັນການແຜ່ລະບາດຂອງພະຍາດທີ່ອາດຈະເກີດຂຶ້ນມີດັ່ງຕໍ່ໄປນີ້:

– ແຍກສັດທີ່ສໍາຜັດພະຍາດ ຫຼື ສົງໄສວ່າສັດກໍາລັງເປັນພະຍາດລະບາດໄວ້ຕ່າງຫາກແລ້ວອະນາໄມທໍາຄວາມສະອາດຄອກດ້ວຍນ້ໍາຢາຂ້າເຊື້ອພະຍາດ.

– ທໍາການວິໄຈໃຫ້ໄດ້ໂດຍໄວເຖິງສາເຫດຂອງພະຍາດພ້ອມທັງໃຫ້ການຮັກສາໂດຍໄວທັນທີຖ້າຫາກມີການປ່ວຍ ຫຼື ຕາຍ. ຄວນທໍາການກວດຊາກສັດເພື່ອວິນິໄສພະຍາດທີ່ຖືກຕ້ອງ, ບໍ່ຄວນນໍາຊາກສັດນັ້ນມາເປັນອາຫານ, ສ່ວນສັດທີ່ເຫຼືອຢູ່ໃຫ້ໄດ້ຮັບການປ້ອງກັນ ແລະ ຮັກສາໂດຍທັນທີ.

– ສໍາຫຼວດກວດກາສັດທີ່ຢູ່ໃນຝູງຢູ່ສະເໝີຈະຊ່ວຍໃຫ້ເຫັນຄວາມຜິດປົກກະຕິຕ່າງໆພາຍໃນຝູງສັດໄດ້ກ່ອນທີ່ຈະເກີດບັນຫາທີ່ຮຸນແຮງ, ຜູ້ລ້ຽງທີ່ເອົາໃຈໃສ່ເປັນຢ່າງດີຈະກວດຄວາມຜິດປົກກະຕິໂດຍສັງເກດພຶດຕິກໍາທີ່ປ່ຽນໄປເຊັ່ນ: ງົວກິນອາຫານໜ້ອຍລົງ ຫຼື ຢຸດກິນອາຫານ, ບໍ່ຢາກເຄື່ອນໄຫວ, ຂົນຫຍອງ, ຖອກທ້ອງ ແລະ ທ້ອງອືດ. ສະພາບຂອງສັດທີ່ເລີ່ມປ່ຽນ ຫຼື ຜິດປົກກະຕິພຽງເລັກນ້ອຍຈະຊ່ວຍໃຫ້ແກ້ໄຂ ແລະ ປ້ອງກັນບັນຫາທີ່ຮ້າຍແຮງ. ຖ້າພົບເຫັນສັດເປັນພະຍາດລະບາດຕ້ອງແຍກສັດອອກທັນທີເພາະຈະເປັນການປ້ອງກັນບໍ່ໃຫ້ພະຍາດສັດແຜ່ລະບາດໄປທັງຝູງ.

– ຄວນສົນໃຈຈົດບັນທຶກປະຫວັດການປ່ວຍການສັກຢາວັກຊິນປ້ອງກັນພະຍາດໃຫ້ຄົບຖ້ວນ, ເມື່ອເຮົາມີປະຫວັດການປ່ວຍ ແລະ ການຮັກສາສັດທຸກໂຕໄວ້ຈະຊ່ວຍໃນການວິນິໄສບັນຫາຕ່າງໆທີ່ຈະເກີດຂຶ້ນໃໝ່ໃນອະນາຄົດເຊັ່ນ: ການຈົດບັນທຶກປະຫວັດການສັກວັກຊິນປ້ອງກັນພະຍາດໄວ້ຈະໄດ້ສັກວັກຊິນໃຫ້ຖືກຕ້ອງ.

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ ແລະ ພາເຂົ້າລາວ.

ອອກ​ຈາກການຕອບ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້