ສຳນັກຂ່າວ ຊິນຮວາຂອງ ຈີນ ລາຍງານວ່າ: ເມື່ອບໍ່ດົນມານີ້ ຈີນ ເປີດຕົວລົດໄຟ ໂດຍສານ ຄວາມໄວສູງ ດ້ວຍເຕັກໂນໂລຊີ ແມັກເລັຟ ເອຊທີເອສ ຮຸ່ນຕົ້ນແບບ ຊື່ງສາມາດແລ່ນ ດ້ວຍຄວາມໄວສູງເຖິງ 620 ກິໂລແມັດຕໍ່ຊົ່ວໂມງ ໂດຍມີ

ການພັດທະນາ ຮ່ວມກັນ ລະຫວ່າງ ທີມງານວິສາວະກອນ ວິທະຍາໄລ ເຊົາເວັສ ຈຽວຕົງ ແລະ 2 ບໍລິສັດ ການລົດໄຟຈີນ ຄື ໄຊນ່າເຣລເວຍ ກຣຸບ ແລະ ຊີອາຣອາຣຊີ ຄອບປໍເຣເຊີນ, ໂຄງການດັ່ງກ່າວ ໂດຍມີ ມູນຄ່າ 60 ລ້ານຢວນ ຊື່ງຖືກນຳມາເປີດຕົວ ແລະ ທົດລອງ ສະມັດຕະພາບ ຕໍ່ສາທາລະນະ ຢູ່ເມືອງເສີງຕູ ແຂວງ ເສສວນ ເມື່ອບໍ່ດົນມານີ້.ທ່ານເຕີງ ຊີກັງ ຮອງຜູ້ອຳນວຍການ ສູນວິໄຈລະບົບຂົນສົ່ງແມັກເລັຟ ຄວາມໄວສູງ ເປັນພິເສດ

ໃນທໍ່ຄວາມດັນຕ່ຳ ຂອງ ມະຫາວີທະຍາໄລເຊົາເວັສຈຽວຕົງ ກ່າວວ່າ ກ່ອນໜ້ານີ້ ລົດໄຟແມັກເລັຟ ເອຊທີເອສ ເປັນພຽງແຕ່ ເຄື່ອງຫລິ້ນ ຫ້ອງທົດລອງ ແຕ່ເວລານີ້ ສາມາດທົດລອງໃນສະຖານະການ ຄວາມເປັນຈິງໄດ້ແລ້ວ, ເຕັກໂນໂລຊີ ເອຊທີເອສ ມີຄວາມເໝາະສົມຫລາຍກວ່າ.

ສຳລັບຄອນເຊັບ ການຂົນສົ່ງ ຄວາມໄວສູງ ເປັນພິເສດໃນອະນາຄົດ ໂດຍຜ່ານ ທໍ່ສູນຍາກາດ ຊື່ງລົດໄຟ ສາມາດແລ່ນ ດ້ວຍຄວາມໄວຫລາຍກວ່າ 1.000 ກິໂລແມັດຕໍ່ຊົ່ວໂມງ. ນອກຈາກນັ້ນ, ທີມງານວິສາວະກອນ ຫວັງວ່າ ຈະພັດທະນາ ໃຫ້ລົດໄຟລຸ້ນນີ້ ສາມາດແລ່ນດ້ວຍ ຄວາມໄວສູງສຸດ ເຖິງ 800 ກິໂລແມັດຕໍ່ຊົ່ວໂມງ.

ປັດຈຸບັນ ຈີນ ກາຍເປັນຜູ້ນຳໂລກ ໃນການກໍ່ສ້າງ ທາງລົດໄຟ ຄວາມໄວສູງ ເມື່ອທ້າຍປີ 2020, ຈີນມີເຄືອຂ່າຍ ທາງລົດໄຟຄວາມໄວສູງ ລວມມີ ໄລຍະທາງ 37.900 ກິໂລແມັດ ເປັນເສັ້ນທາງຍາວທີ່ສຸດໃນໂລກ
ຂອບໃຈທີ່ມາ: ຂປລ