ປະຫວັດຄວາມເປັນມາຂອງເຜົ່າກື່ມມຸ ແຂວງອຸດົມໄຊ​

0
342

ປະຫວັດຄວາມເປັນມາຂອງຊົນເຜົ່າກຶມມຸ (ແຂວງອຸດົມໄຊ ) ແມ່ນຄ້າຍຄືກັນກັບຊົນເຜົ່າອື່ນໆ ທີ່ຈັດຢູ່ໃນກຸ່ມພາສາປາກເວົ້າ ມອນ-ຂະແມ, ບັນດາຊົນເຜົ່າທີ່ຈັດຢູ່ໃນກຸ່ມນີ້ ລ້ວນແຕ່ມີເຊື້ອສາຍຂອງຊົນຊາດ ຂອມ ອອກມາຈາກຊົນ ເຜົ່າອິນ ເດຍແດງບູຮານ, ຊົນເຜົ່ານີ້ ໄດ້ເຄື່ອນຍ້າຍມາຕັ້ງຖິ່ນຖານຢູ່ອິນດູຈີນຕົ້ນຕໍແມ່ນ ປະເທດລາວ

ໃນທ້າຍສັດຕະວັດ ທີ່ 4 ຕໍ່ມາຫຼາຍປີກໍ່ມີຊົນເຜົ່າອື່ນໆເຄື່ອນຍ້າຍເຂົ້າມາຢູ່ຜືນແຜ່ນດິນປະເທດລ້ານຊ້າງຕາມລຳດັບ, ຊົນເຜົ່າກຶມມຸ ທີ່ມາ ຕັ້ງຖິ່ນຖານບ້ານຊ່ອງ ແລະ ດຳລົງຊີວິດຢູ່ ແຂວງ ອຸດົມໄຊ ແມ່ນຢູ່ພູດອຍ ເຊັ່ນ: ເຂດ ຈອມອອງ-ຈອມຈັງ.

ຊື່ເອີ້ນ: ຊົນເຜົ່າກຶມມຸຢູ່ ແຂວງອຸດົມໄຊ ປະກອບມີຫຼາຍແຊງຄື: ກຶມມຸຣອກ, ກຶມມຸຄຣອງ, ກຶມມຸລື້, ກຶມມຸ, ກຶມມຸແຄວນ, ກຶມມຸແມ, ກືມມຸອາໍ ແລະ ອື່ນໆ. ແຕ່ລະແຊງຂອງຊົນເຜົ່າກຶມມຸປາກ ເວົ້າມີຄວາມເຂົ້າໃຈກັນດີແຕ່ຫາກ ມີການຜັນສຽງແຕກຕ່າງ ກັນບາງສໍານຽງເລັກຫນ້ອຍເຊັ່ນວ່າ: ບໍ່ຮູ້: ຄັດເນີງ, ເປີເນີງ, ອາໍເນີງ ແລະ ອື່ນໆ. ຄາໍທີ່ວ່າ ກຶມມຸ ມີຄວາມຫມາຍວ່າ: ຄົນ ແລະ ຄົນໃນນີ້ມີຄວາມຫມາຍເຈາະຈົງເຖິງຊົນເຜົ່າຂອງກຶມມຸນີ້ເອງ.

ພາສາ: ຊົນເຜົ່າກຶມມຸເວົ້າລວມ ຊົນເຜົ່າກຶມມຸທີ່ຢູ່ແຂວງອຸດົມໄຊເວົ້າສະເພາະມີພາສາປາກເວົ້າເປັນຂອງຕົນເອງ, ບໍ່ມີຕົວ ຫນັງສືຂຽນຂອງຊົນເຜົ່າຕົນເອງ, ແຕ່ມາຮອດຊຸມປີ 1980 ມານີ້ໄດ້ມີນັກອັກສອນສາດໄດ້ຄົ້ນຄ້ວາ ແລະ ໃຊ້ຕົວອັກສອນລາວ ແລະ ຕົວອັກສອນລາຕິນເປັນຫນັງສືຂອງຊົນເຜົ່າກຶມມຸ, ແຕ່ຍັງບໍ່ທັນໄດ້ໃຊ້ຢ່າງກ້ວາງຂວາງ ເທື່ອ (ພາສາປາກເວົ້າຂອງຊົນເຜົ່າກຶມມຸຈັດ ເຂົ້າໃນກຸ່ມພາສາປາກເວົ້າມອນ-ຂະແມ) ແຕ່ລະແຊງຂອງຊົນເຜົ່າກຶມມຸຈະມີພາ

ສາປາກເວົ້າທີ່ແຕກຕ່າງກັນບາງເລັກ ຫນ້ອຍທາງດ້ານສາໍນຽງການຜັນສຽງເທົ່ານັ້ນ, ແຕ່ກໍ່ມີຄວາມເຂົ້າໃຈກັນດີຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນາທໍາ-ສັງຄົມຂອງຊົນເຜົ່າກຶມມຸ: ຄວາມເຊື່ອຖືຂອງ ຊົນເຜົ່າກຶມມຸ ແມ່ນເຄົາລົບນັບຖືບັນພະບູຣຸດຂອງຕົນເອງຕະຫຼອດມາ, ຢູ່ໃນເຮືອນຂອງຊົນເຜົ່າກຶມມຸຈະ ມີ ຮ້ານຜີ, ຜີທີ່ຊົນເຜົ່າກຶມມຸເຄີຍເອີ້ນ

ຫາເວລາເຮັດພິທີລ້ຽງຜີເຮືອນ, ຜີພໍ່ແມ່, ຜີປູ່ຍ່າຕາຍາຍ ຊຶ່ງຖືວ່າແມ່ນຜີບັນ ພະບູຣຸດທີ່ສັກສິດນອກຈາກນັ້ນຊົນເຜົ່າກຶມມຸຍັງນັບ ຖືຜີບ້ານ, ຜີເມືອງ, ຜີຟ້າ, ຜີແຖນ, ຜີປ່າ, ຜືນ ແລະ ຜີທີ່ຊົນເຜົ່າກຶມມຸຢ້ານທີ່ສຸດ ແລະ ຢ້ານ ກ່ວາຫມູ່ແມ່ນຜີປອບ (ພາສາກຶມມຸ ເອີ້ນວ່າ ໂຣຍກືນ) ແຕ່ມາຮອດປະຈຸບັນນີ້ຊົນເຜົ່າກຶມມຸຈາໍນວນຫນຶ່ງໄດ້ຫັນມາເຊື່ອຖືສາສະຫນາຕ່າງໆ. ຊົນເຜົ່າກຶມມຸ ສ່ວນຫຼວງຫຼາຍແມ່ນສືບ ທອດເຊື້ອສາຍຕະກຸນທາງພໍ່,

ຖ້າແມ່ນຍິງໄດ້ແຕ່ງ ດອງມີຄອບຄົວແລ້ວຕ້ອງໄປຢູ່ນພໍ່ປູ່, ແມ່ຍ່າໃນກໍລະນີຄອບ ຄົວທາງຝ່າຍຍິງມີຄວາມຈ ໍາເປັນຫຍຸ້ງຍາກເຮືອນບໍ່ມີຜູ້ຊາຍ ຫຼື ວ່າລູກສາວດຽວຜູ້ຊາຍຕ້ອງມາເປັນເຂີຍຊູຕະຫຼອດຊີວິດ, ຊົນເຜົ່າກຶມມຸມີລະບົບຊິງຊາວ ແລະ ຕະກຸນຂອງຕົນເອງຕ້ອງໄດ້ເຄົາລົບ ແລະ ບູຊາມີສອງປະເພດໂຕສັດ ແລະ ຕົ້ນພືດຄື: ຕະກູນເສືອ, ຕະເຫງັນ, ຕະກູນນົກສອນຣອກ, ນົກຕັ່ງລໍ້, ຕະກຸນຜັກກູດເພື່ອສະແດງຄວາມເຄົາ ລົບນັບຖື ແລະ ບູຊາຕໍ່ຕະກຸນຂອງຕົນ, ຊົນເຜົ່າກຶມມຸຄະລາບໍ່ຂ້າ, ບໍ່ຈັບ, ບໍ່ບາຍ ແລະ ບໍ່ກິນປະເພດທີ່ເປັນຕະກຸນຂອງຕົນເດັດຂາດ.

ລັກສະນະເຮືອນຂອງຊົນເຜົ່າກຶມມຸ: ຄົນມາເຮືອນມີແຕ່ຢູ່ຫ້ອງນອກ, ບໍ່ອະນຸຍາດໃຫ້ເຂົ້າຫ້ອງທາງໃນຂອງ ພໍ່ແມ່ເດັດຂາດ, ໃນເຮືອນຂອງເຜົ່າກຶມມຸ ຫ້າມບໍ່ໃຫ້ນອນຂວາງເຮືອນຢ່າງເດັດຂາດ (ມີແຕ່ຄົນຕາຍຈິ່ງນອນ ຂວາງເຮືອນ) ໃນເຮືອນຂອງເຜົ່າກຶມມຸແມ່ນບໍ່ອານຸຍາດໃຫ້ແບກ ຫຼື ຫາມໂຕສັດ ແລະ ໃບໄມ້ຂຽວ ເຂົ້າເຮືອນ ເປັນອັນຂາດ (ມີແຕ່ເວລາເຮັດຜີເຮືອນ ແລະ ພິທີກຕ່າງໆຈິ່ງມີສິດເອົາຂື້ນເຮືອນໄດ້)

ໃນຮອບຫນຶ່ງປີຊົນເຜົ່າກຶມມຸ ມີຮີດຄອງປະເພນີເຮັດບຸນເຕັດປຶ້ມ ຫຼື ວ່າບຸນປົດປີ (ບຸນເກີຣ) ພາຍຫຼັງສໍາເລັດບຸນດັ່ງກ່າວແລ້ວຊົນເຜົ່າກຶມມຸມັກຈະ ມີຮີດຄອງສ້ອມແປງເຮືອນເກົ່າ ແລະ ປູກເຮືອນໃຫມ່, ມີຮີດຄອງບຸນ ຂຶ້ນເຮືອນໃຫມ່ຢ່າງມ່ວນຊື່ນຄຶກຄື້ນເຫຼົ່າ ໄຫ, ໄກ່ໂຕ, ຫມູ, ງົວ ແລະ ຄວາຍ ຂ້າກິນຕາມເງື່ອນໄຂຂອງແຕ່ລະຄອບຄົວເປັນຫຼັກ.

ດ້ານສິນລະປະວັນນະຄະດີຂອງຊົນເຜົ່າກຶມມຸ: ແມ່ນອຸດົມສົມບູນທີ່ສຸດ, ແຕ່ລະແຊງຂອງຊົນເຜົ່າກຶມມຸ ລ້ວນແຕ່ມີສຽງຂັບລາໍຂອງຕົນເອງຄື: ເຕີມ ຫຼື ເຈີມ ມີດົນຕີທີ່ປະດິດຄິດແຕ່ງຈາກໄມ້ປອງ ແລະ ວັດຖຸບູຮານ ທີ່ເກົ່າແກ່ເຊັ່ນ: ຄ້ອງບັງ, ຄ້ອງຕູມ, ແຫ່ງ, ກອງຂັນ, ປີ,ຕອດ, ໂຮງຕ່າວໆ, ແຄນ 6, ແຄນເຕົ້າ, ຊໍ, ບັ້ງໄມ້ເຮັ້ຍ ມີຈັງຫວະຟ້ອນລຳໄປຕາມສຽງຂັບເຕີມອ່າຍທີ່ 1 ອອນຊອນທີ່ສຸດ, ເຖົ້າແກ່ບ່າວສາວຈະພາກັນເຕັ້ນຢ່າງເບີກບານ ມ່ວນຊື່ນທີ່ສຸດເອີ້ນວ່າຢູນຕີງ (ເຕັ້ນທັງບັ້ງ).

ປະເພນີການເກີດລູກຂອງຊົນເຜົ່າກຶມມຸ: ແມ່ນເກີດຢູ່ເຮືອນຢ່າງຄັກແນ່ມີຄົນເຖົ້າ, ຄົນແກ່ທີ່ມີປະສົບການເບິ່ງແຍງຊ່ວຍເຫຼືອ ຜູ້ເປັນຜົວເປັນຜູ້ຊ່ວຍເກີດ, ເຜົ່າກຶມມຸບໍ່ມີຮີດຄອງຢູ່ກາໍເປັນເດືອນຄືເຜົ່າອື່ນເຊັ່ນ: ເຜົ່າລາວ, ລື້ ແລະ ເຜົ່າອື່ນໆ. ຢູ່ດົນສຸດແມ່ນ ອາທິດຫນຶ່ງກໍ່ສາມາດເຈ່ຍລູກໄປໄຮ່, ໄປສວນແລ້ວ.

ປະເພນີການຕາຍຂອງເຜົ່າກຶມມຸ: ແມ່ນງ່າຍດາຍ, ຈະບໍ່ໄດ້ຄົບງັນຄືເຜົ່າອື່ນໆ. ບາງເທື່ອຕາຍມື້ເຊົ້າມື້ແລງກໍ່ຈັດ ພິທີໄປຝັງສົບ ເລີຍ, ສົບຜູ້ຕາຍຈະຖືກຫຸ້ມຫໍ່ດ້ວຍສາດແບບງ່າຍດາຍທີ່ສຸດ, ແຕ່ພັດໄດ້ຄະລໍາ ຫຼື ຄາໍເຮືອນເຖິງ 10 ວັນ (ຄອບຍາມຕາຍ) 10 ວັນມີພິທີສູ່ຂັວນໃຫ້ສະມາຊິກໃນຄອບຄົວເປັນການປັດເຄາະປັດນາມຖືວ່າແລ້ວຮີດ ຄອງ ການຄໍາເຮືອນ.

ຊົນເຜົ່າກຶມມຸ: ພວກເຮົາໄດ້ໃກ້ຊິດຕິດແທດກັບທາມະຊາດມາແຕ່ນ້ອຍຮອດໃຫຍ່, ເຂົາເຈົ້າ ເບີກບານມ່ວນ ຊື່ນ ກັບການ ຫັນປ່ຽນຂອງລະດູການ ຂອງທາໍມະຊາດທີ່ກະທົບຊີວິດຈິດໃຈ ແລະ ຄວາມສໍານຶກຂອງເຂົາເຈົ້າຢ່າງສະນິດ ແຫນ້ນກັບທຳມະຊາດເຊັ່ນ: ໄດ້ຍິນສຽງຟ້າຮ້ອງດັງຂຶ້ນ “ຮຶມໆ” ເປັນສຽງປ່າວເຕືອນຈິດໃຈຂອງເຜົ່າກຶມມຸແຕ່ ລະຄົນໂລດ, ສຽງນົກ, ສຽງຫນູ.

ສຽງແມງໄມ້ນາໆ ຊະນິດຮ້ອງຂຶ້ນມາລ້ວນແຕ່ແມ່ນສຽງປ່າວເຕືອນລະດູການຜະລິດປີໃຫມ່ມາຮອດມາເຖິງແລ້ວກໍ່ລ້ວນແຕ່ກະທົບເຖິງຈິດສໍານຶກ ແລະ ການດໍາລົງຊິວິດຈິດໃຈຂອງເຜົ່າກຶມມຸໂລດເສດຖະກິດຕົ້ນຕໍ່ຂອງເຜົ່າກຶມມຸ: ແມ່ນປະກອບອາຊີບເຮັດໄຮ່, ເຮັດນາປູກເຂົ້າຫນຽວ, ປູກ ພືດຕ່າງໆ ເພື່ອຮັບໃຊ້ການດຳລົງ ຊີວິດຂອງຄອບຄົວ,

ນອກຈາກນີ້ຍັງມີການລ້ຽງສັດເພື່ອຮັບໃຊ້ຊິວິດປະຈໍາວັນ, ເຜົ່າກຶມມຸ ມັກລ້ຽງສັດເຊັ່ນ: ໄກ່, ເປັດ, ໝູ, ຫມາ.. ງົວ, ຄວາຍ, ແບ້ ແລະ ສັດອື່ນໆນອກຈາກນີ້ຍັງຊອກເກັບເຄື່ອງປ່າຂອງດົງ ເພື່ອແລກປ່ຽນເປັນສິນຄ້າຢູ່ທ້ອງຕະຫຼາດ. ສຳລັບຜູ້ຊາຍເຜົ່າກຶມມຸ ແມ່ນມີຄວາມສຳນິສໍານານໃນດ້ານຫັດຖະກໍາ ຈັກສານ ແລະ ຕີເຫຼັກເຊັ່ນ: ຟ້າ, ມີດ, ຂວານ, ແຫວກ, ກ່ຽວ ແລະ ອື່ນໆ.

ຊົນເຜົ່າກຶມມຸ: ແມ່ນຊົນເຜົ່າດັ້ງເດີມຂອງແຂວງອຸດົມໄຊ ແລະ ມີຈໍານວນພົນຫຼາຍກວ່າຫມູ່, ແຕ່ການນຸ່ງຖືຂອງ ຊົນ ເຜົ່າກຶມມຸເຫັນນັບມື້ນັບຫມົດໄປ.

ຈາກການສຶກສາຂໍ້ມູນຂ້າງເທິງນັ້ນພວກເຮົາສາມາດສັງເກດເຫັນໄດ້ວ່າ: ການ ເຊື່ອຖືແບບງົມງວາຍ, ຮີດເກົ່າຄອງເດີມແບບຕາຍຕົວໄດ້ຖືກປ່ຽນແປງໄປຈຳນວນຫນຶ່ງເຫັນໄດ້ຈາກການເຈັບເປັນ ສ່ວນຫຼາຍກໍ່ຈະບໍ່ໄດ້ໃຊ້ການປິ່ນປົວແບບໄສຍະສາດແລ້ວມາຫັນປ່ຽນເປັນການປິ່ນປົວດ້ວຍການເຂົ້າໂຮງຫມໍ ຫຼື ປິ່ນປົວດ້ວຍຢາພື້ນເມືອງແທນ, ແຕ່ຈຸດທີ່ຍັງຕ້ອງໄດ້ມີການຫຼຸດຜ່ອນ ແລະ ປ່ຽນໄປແມ່ນ: ການປັດເຄາະປັດນາມ ທີ່ປະຕິບັດເປັນປະຈຳ.

ພາບຂ່າວໂດຍ: Oudomxay ລົດເຊົ່າ-ພາທ່ຽວ

ອອກ​ຈາກການຕອບ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້