ປະຫວັດຄວາມເປັນມາຂອງເຜົ່າມົ້ງ.​ History of the Hmong people

0
4249

1. ພາສາລາວ (English below):

ປະຫວັດຄວາມເປັນມາຂອງເຜົ່າມົ້ງ(ແຂວງອຸດົມໄຊ​) ແມ່ນຍ້າຍມາຈາກຊີບີລີ, ຕີເບດ, ມົງໂກນລີ ແລະ ເຂົ້າສູ່ ສ ປ ຈີນ ໄດ້ຕັ້ງຖິ່ນຖານຢູ່ລຸ່ມແມ່ນ້ຳເຫຼືອງ (ແມ່ນ້ຳຮ່ວງໂຮ) ຍ້ອນເສິກສົງຄາມເຜົ່າມົ້ງ ຈີ່ງພາກັນອົບພະຍົບ, ເຄື່ອນຍ້າຍ ມາທາງໃຕ້ຂອງປະເທດຈີນ ແລ້ວເຂົ້າສູ່ຫວຽດນາມ, ລາວ ແລະ ໄທ, ຊົນເຜົ່າມົ້ງໄດ້ຕັ້ງຖິ່ນຖານ ແລະ ດຳລົງຊີວິດ ຢູ່ແຂວງອຸດົມໄຊ ໃນ 7ເມືອງ

ຊື່ເອີ້ນ: ຊົນເຜົ່າມົ້ງ ແມ່ນຊື່ເອີ້ນດັ້ງເດີມຂອງເຂົາເຈົ້າແທ້ທັງແມ່ນຊື່ເອີ້ນທີ່ເຂົາເຈົ້າມັກທີ່ສຸດ, ຄຳສັບທີ່ວ່າ “ມົ້ງ” ແມ່ນມີຄວາມໝາຍວ່າ “ຄົນ”. ຊົນເຜົ່າມົ້ງ ຢູ່ແຂວງອຸດົມໄຊປະກອບມີ 3 ເຜົ່າພັນຄື: ມົ້ງຂາວ, ມົ້ງດຳ ແລະ ມົ້ງລາຍ. ໃນນັ້ນປະກອບດ້ວຍຫລາຍຊິ່ງເຊັ່ນວ່າ: ຊິ່ງຢ້າ, ຊິ່ງລີ, ຊິ່ງວ້າ, ຊິ່ງວື້, ຊິ່ງຊົງ, ຊິ່ງທໍ້, ຊິ່ງຈ້າງ, ຊິ່ງເຊັງ, ຊິ່ງຈື, ຊິ່ງເລົາ, ຊິ່ງມົວ ແລະ ຊິ່ງຫາ ເປັນຕົ້ນ.

ພາສາ: ຊົນເຜົ່າມົ້ງມີພາສາປາກເວົ້າສະເພາະຂອງຕົນເອງມາແຕ່ດຶກດຳບັນ, ເຜົ່າມົ້ງມີພາສາຂຽນເປັນຂອງຕົນເອງ 2 ຮູບແບບຄື: ແບບທີ່ໜື່ງແມ່ນການປະດິດຈາກຕົວໜັງສືລາວໂດຍທ່ານລາວຝົ້ງ ໃນສະໄໝເຮັດການປະຕິວັດຊາດ ແລະ ແບບທີ່ສອງແມ່ນໝູນໃຊ້ຕົວອັກສອນ ແລະ ພະຍັນສະນະຂອງພາສາອັງກິດ.

ຖ້າພວກເຮົາມາຖຽບພສາປາກເວົ້າຂອງຊົນເຜົ່າມົ້ງແຕ່ລະຊິງນຳກັນຈະເຫັນວ່າມີຄວາມແຕກຕ່າງກັນເລັກນ້ອຍ. ຄວາມເຊື່ອຖື, ຮີດຄອປະເພນີ ແລະ ວັດທະນະທຳ – ສັງຄົມຂອງຊົນເຜົ່າມົ້ງ ຢູ່ແຂວງອຸດົມໄຊ: ຊົນເຜົ່າມົ້ງມີຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທຳ – ສັງຄົມທີ່ເປັນເອກະລັກຂອງຕົນ ເອງມາແຕ່ບູຮານນະການ. ເຜົ່າມົ້ງທຸກຊິງແມ່ນເຊື່ອຖືຜີຄື: ຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານ, ຜີເຈົ້າຖິ່ນເຈົ້າຖານ, ຜີແຖນ, ຜີຟ້າ ແລະ ອື່ນໆ.

ມີແຕ່ຜີເຮືອນຢ່າງດຽວທີ່ມີຫລາຍສັນຍາລັກທີ່ເປັນສິ່ງຄະລຳ ແລະ ຂໍ້ຫ້າມຂອງແຂກຄົນທີ່ມາແຕະຕ້ອງເຊັ່ນ: ຮ້ານນ້ອຍທີ່ແຂວນຢູ່ຝາເຮືອນ ຫຼື ເຈ້ຍນ້ອຍທີ່ຕິດຢູ່ຝາເຮືອນ, ເສົາກາງແມ່ນບໍ່ໃຫ້ແຕະ ຕ້ອງຢ່າງເດັດຂາດ, ຫ້າມບໍ່ໃຫ້ບຸກຄົນອື່ນລ່ວງລະເມີດເຂົ້າຫ້ອງນອນຂອງພໍ່ແມ່ຢ່າງເດັດຂາດໂດຍບໍ່ໄດ້ຮັບອະນຸ ຍາດ, ບໍ່ໃຫ້ນອນຂວາງຢູ່ກາງເຮືອນ, ສັງເກດຖ້າເຮືອນໃດມີຝົດໄມ້ຂຽວ ຫຼື ຕາແຫຼວຕິດຢູ່ປະຕູເຮືອນແລ້ວແມ່ນບໍ່ໃຫ້ລ່ວງລະເມີດເຂົ້າໃນເຮືອນຢ່າງເດັດຂາດ ເພາະເປັນຊ່ວງຄະລຳ ຫຼື ແກ້ເຄາະຂອງຄອບຄົວ ແລະ ຂໍ້ຫ້າມອື່ນໆ.

ເຜົ່າມົ້ງມີຮີດຄອງປະເພນີ, ຖ້າຜູ້ໃດເປັນແຂກຄົນນອກມາແຕ່ທາງໄກກ່ອນທີ່ຈະຍ່າງເຂົ້າເຮືອນປະຕູໃດໜຶ່ງຂອງ ຊົນເຜົ່າມົ້ງຕ້ອງໄດ້ສອບຖາມ ແລະ ຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງເຮືອນເສຍກ່ອນຈີ່ງມີສິດເຂົ້າເຮືອນໄດ້, ຖ້າບໍ່ໄດ້ຮັບອະນຸຍາດ ແມ່ນຫ້າມເຂົ້າເຮືອນເປັນອັນຂາດ. ຊົນເຜົ່າມົ້ງເຊື່ອຖືຮີດຄອງປະເພນີ ແລະ ສືບທອດເຊື້ອສາຍຕະກຸນຂອງພໍ່ເປັນຫຼັກ, ແມ່ຍິງທີ່ໄດ້ແຕ່ງງານແລ້ວຕ້ອງໄດ້ຍ້າຍໄປຢູ່ນຳຜົວ ແລະ ນັບຖືເຊື້ອສາຍຂອງຜົວຕໍ່ໄປ.

ຕະກຸນຊິ່ງແມ່ນເປັນສິ່ງສຳຄັນຫລາຍຕໍ່ການແຕ່ງງານລະຫວ່າງຄູ່ບ່າວສາວ, ເຜົ່າມົ້ງທີ່ເປັນຊິງດຽວກັນແມ່ນບໍ່ສາມາດແຕ່ງງານກັນໄດ້ ເພາະຖືວ່າເປັນອ້າຍເອື້ອຍນ້ອງຄອບຄົວດຽວກັນ, ເຖິງຈະຢູ່ໃສ່ກໍ່ຕາມ. ຕາມຮີດຄອງປະເພນີຂອງຊົນເຜົ່າມົ້ງ ມີ 3 ຮູບແບບການແຕ່ງງານຄື:

1. ບ່າວສາວທີ່ມີຄວາມຮັກມັກກັນດ້ວຍຄວາມຈິງໃຈສະເໜີນຳພໍ່ແມ່ທັງສອງເບື້ອງສອງຝ່າຍເຫັນດີຕົກລົງຈັດພິທີແຕ່ງງານຕາມຮີດຄອງປະເພນີ.

2. ການແຕ່ງງານຂອງຄູ່ບ່າວສາວໂດຍພໍ່ແມ່ທັງສອງຝ່າຍໄດ້ຕົກລົງກັນໄວ້ກ່ອນແລ້ວ, ພໍ່ແມ່ຝ່າຍຊາຍຈິ່ງໄປສູ່ຂໍເອົາຝ່າຍຍິງມາເປັນໃພ້.

3. ຝ່າຍຊາຍມັກຮັກຝ່າຍຍິງຝ່າຍດຽວ, ຝ່າຍຊາຍໃຊ້ແຜນການໄປລັກພາຕົວ ແລະ ບັງຄັບເອົາຜູ້ສາວນັ້ນໃນເວລາທີ່ເໝາະສົມ, ກາງຄືນ, ຊ່ວງກິນຈຽງປີໃໝ່ ແລະ ອື່ນໆ ມາເຮືອນຂອງຕົນເອງ ແລະ ຈັດພິທີ່ສູ່ຂ້ວນບອກຜີເຮືອນ ວ່າເປັນຕະກຸນຂອງຕົນເອງແລ້ວ. ພາຍຫຼັງ 3 ວັນ ຈິ່ງແຈ້ງຂ່າວໃຫ້ທາງພໍ່ແມ່ຝ່າຍຍິງຮັບຮູ້.

ການແຕ່ງງານແບບນີ້ບໍ່ຄ່ອຍຈະສົມຫວັງ ແລະ ໝັ້ນຄົງ ມັກເກີດມີການຍ່າຮ້າງເກີດຂຶ້ນພາຍຫຼັງ.ເຮືອນ: ຊົນເຜົ່າມົ້ງມີລັກສະນະເຮືອນແບບຊັ້ນດຽວຕິດກັບພື້ນດິນ, ເຮືອນຈະມີສອງປະຕູຕົ້ນຕໍ່, ລັກສະ ນະເຮືອນດັ້ງເດີມຂອງເຜົ່າມົ້ງຈະເຮັດດ້ວຍໄມ້ແປ້ນອັດ, ໄມ້ຊອດ, ມຸ່ງດ້ວຍຫຍ້າຄາ ແລະ ແປ້ນໄມ້. ມີ 1 – 2 ຫ້ອງນອນ ແລະ ບ່ອນນອນສຳລັບແຂກ ແລະ ເຕົາໄຟໃຫ່ຍໃຊ້ສຳລັບແຕ່ງກິນ.

ຈະມີຂໍ້ຫ້າມແມ່ນບໍ່ ໃຫ້ອີງເສົາກາງເຮືອນ ເພາະເປັນເສົາທີ່ສຳຄັນ ແລະ ສັກສິດທີ່ສຸດ. ຫ້າມເດັດຂາດບໍ່ໃຫ້ແຕະຕ້ອງຮ້ານຜີ ແລະ ນອນຂວາງລວງຍາວໃນກາງເດີ່ນເຮືອນ ເພາະເປັນຈຸດທ່າທີ່ນອນຂອງຜູ້ເສຍຊີວິດໃນເມື່ອຍາມສົງສະການ.ການເກີດ: ການເກີດສວນໃຫ່ຍແມ່ນຈະເກີດແບບທຳມະຊາດໃນໄລຍະກອນ, ຫຼັງຈາກການເກີດໄດ້ສາມມື້ ແມ່ນຈະເຮັດຂ້ວນນ້ອຍໃຫ້ກັບເດັກເກີດໃໝ່ ແລະ ຕັ້ງຊື່ໃຫ້,

ຜູ້ເປັນແມ່ເດັກແມ່ນຕ້ອງນັ່ງໄຟເປັນໄລຍະ 1 ເດືອນ, ອາຫານ ການກິນຕ້ອງແມ່ນຕົ້ມໄກ່ໃສ່ຢາພື້ນເມືອງຂອງຊົນເຜົ່າມົ້ງ ເປັນລັກຈົນກວ່າຈະຄົບເດືອນ, ຕອ້ງ ອາບນ້ຳອຸ່ນ ປົກກະຕິ ເພື່ອຮັກສາສຸຂະພາບ ແລະ ບາດແຜ່ຕ່າງໆ.

ໃນຊ່ວງຢູ່ກຳ ແມ່ນຫ້າມບໍ່ໃຫ້ແມ່ເດັກເຮັດ ວຽກໜັກຢ່າງເດັດຂາດ, ຈະໃຫ້ມີການພັກຜ່ອນຢ່າງພຽງພໍ.ການຕາຍ: ປະເພນີການສົງສະການດ້ວຍການຄົບງັນຊາກສົບຄົນຫຼາຍມື້ຫຼາຍຄືນໃນສະໄໝກ່ອນ ເພາະວ່າການ ເດີ່ນທາງໄປມາຫາສູ່ໄກ, ບໍ່ສະດວກ ແລະ ບໍ່ມີພາຫະນະໃນການເດີ່ນທາງ, ເພາະຈຳເປັນຕ້ອງລໍຖ້າພີ່ນ້ອງທາງໄກ ມາຮອດມາເຖີງກ່ອນ. ການຈັດການທາງພິທີກຳແມ່ນມີຫຼາຍຂັ້ນຕອນ, ຈະມີໝໍຜີ, ໝໍແຄນ, ໝໍກອງເຮັດໜ້າທີ່ຂອງຕົນເອງຈົນກວ່າຮອດມື້ສົງສະການ.

ລູກຊາຍແຕ່ລະຄົນ ແລະ ຍາດຕິີ່ນ້ອງຈະຕ້ອງໄດ້ຂ້າສັດໃຫ້ເຊັ່ນ: ງົວ, ຄວາຍ ແລະ ໝູ ເປັນຕົ້ນ. ການສົ່ງສະການແມ່ນຈະເນັ້ນການຝັງເປັນລັກ, ຈຸດສະຖານທີ່ຝັງສົບແມ່ນຕ້ອງເບີ່ງອິງ ໃສ່ຮ່ວງຈຸ້ຍ ຫຼື ການຄັດເລືອກໂດຍຜູ້ກ່ຽວເອງກ່ອນເສຍຊີວິດ. ກໍລະນີມີບຸກຄົນໃດໜື່ງໃນຄອບຄົວມີການເຈັບເປັນ ແມ່ນທາງຄອບຄົວຈະຊອກຫາເຖົ້າແກ່ ຫຼື ໝໍ ມາລົງ ມົງກົງ ຫຼື ວ່າພາສົ່ງໂຮງໝໍພາຍຫຼັງ.

ການລົງມົງກົງແມ່ນການປິ່ນປົວທາງໄຊຍະສາດ ເຊິ່ງຈະໄດ້ມີການຂ້າໄກ່, ໝູ, ແບ້, ງົວ ຫຼື ຄວາຍ ເພື່ອໄປຖວາຍໃຫ້ແກ່ຜີຟ້າ, ຜີແຖນ ແລະ ເຈົ້າຖິ່ນເຈົ້າຖານເພື່ອການປົກປ້ອງຮັກສາຜູ້ປວຍໃຫ້ດີຂື້ນ.ບຸນກິນຈຽງ: ບຸນກິນຈຽງປີໃໝ່ຂອງເຜົ່າມົ້ງ ແມ່ນຈັດຂື້ນໃນຊ່ວງເດືອນ ທັນວາ ຫາ ເດືອນ ມັງກອນ ຂອງທຸກໆປີ, ເຊີງໃນພາສາຂອງຊົນເຜົ່າເຮົາຈະເອີ້ນວ່າ “ ນໍເປເຈົາ” ຄຳວ່າ ນໍເປເຈົາ ໝາຍເຖີງ ກິນສາມສິບ (ເວລາສິ້ນເດືອນ, ສິ້ນປີ), ສາເຫດຍ້ອນວ່າຊົນເຜົ່າມົ້ງໄດ້ນັບມື້ຂອງເດືອນສາມກົນແຕ່ 1,2,3,4-30 ແລະ ມື້ທີ່ສາມສິບ ຫຼື ວ່າມື້ແຮມ 15 ຄ່ຳຂອງເດືອນ 12 ຂອງທຸກໆປີ.

ໃນຊ່ວງຫຼີ້ນບຸນກິນຈຽງ ແມ່ນທຸກຄົນຈະເຕົ້າໂຮມກັນຢູ່ຈຸດ ດຽວ, ສະຖານທີ່ກວ້າງຂວາງ, ການນຸ່ງຖືແມ່ນນຸ່ງຊຸດຊົນເຜົ່າທັງນັ້ນ, ເຊິ່ງມີລວດລາຍຫຼາຍຮູບແບບເຄື່ອງນຸ່ງທີ່ໜ້າສົນໃຈຫຼາຍ. ການຫລິ້ນບຸນກິນຈຽງຖືວ່າເປັນໜື່ງໃນຊ່ວງໄລຍະຂອງຄູ່ບ່າວສາວຊອກຫາຄູ່ຮັກ, ຄູ່ຊີວິດ ໂດຍຕິດພັນກັບສີລະປະວັນນະຄະດີ ເຊັ່ນວ່າ: ການຕໍ່ກອນ, ຄຳພະຫຍາ, ຄຳສຸພາສິດ, ການຂັບລຳພື້ນເມືອງ, ຮ້ອງເພງ, ການຟ້ອນ, ເຕັ້ນ, ສີຊໍ, ເປົ່າປີ່, ເປົ່າຂຸ່ຍ, ເປົ່າແຄນ, ໂຍນໝາກຄອນ ແລະ ອື່ນໆ.

ສ່ວນດ້ານກິລາ ກໍ່ຈະມີ ກິລາງົວຊົນ, ເຕາະບານ, ຍິງໜ້າເກັກ, ໝາກຄ່າງ ແລະ ກິລາພື້ນເມືອງອື່ນໆ. ບຸນກິນຈຽງຖືວ່າເປັນບຸນໃຫ່ຍ ແລະ ເປັນບຸນປະເພນີທີ່ສຳຄັນທີ່ສຸດຂອງຊົນເຜົ່າມົ້ງ ເຖີງວ່າຈະໄປເຮັດວຽກຢູ່ໃກ້ຢູ່ໄກ ເມື່ອຍາມຮອດບຸນກິນຈຽງມາ ແມ່ນຕ້ອງໄດ້ກັບມາຍ້າວມາເຮືອນເພື່ອ ເຮັດພິທີທາງສາສະໜາ ແລະ ຕາມຮີດຄອງປະເພນີ.ດ້ານເສດຖະກິດ: ເຜົ່າມົ້ງສ່ວນໃຫ່ຍຍຶດຖືອາຊີບຕົ້ນຕໍ່ເຊັ່ນວ່າ: ການປູກເຂົ້າ, ສາລີ, ເຂົ້າໂພດ, ພືດຜັກ ແລະ ເຄື່ອງປູກຂອງຝັງອື່ນໆ.

ນອກຈາກນັ້ນ, ຍັງຍືດຖືການລ້ຽງສັດ ຄື: ງົວ, ຄວາຍ, ໝູ, ໄກ່, ເປັດ, ມ້າ, ໝາ ແລະ ສັດອື່ນໆ ເພື່ອມາຮັບໃຊ້ຊີວິດປະຈຳວັນ. ຄົນມົ້ງສ່ວນໃຫ່ຍເປັນຄົນດຸໝັ່ນຂະຫຍັນພຽນ, ວຽກເພີ່ມເຕີມຂອງຜູ້ ຊາຍແມ່ນຕີພ້າ, ມີດ, ຂວານ ແລະ ເຄື່ອງມືລ້າສັດຕ່າງໆ ສ່ວນຜູ້ຍິງແມ່ນຈະເນັ້ນໃສ່ການຫຍິບ ແລະ ຖັກແສ່ວຕ່າງໆ. ໃນເມື່ອກ່ອນແມ່ນຜະລິດຮັບໃຊ້ສະເພາະຄອບຄົວ, ແຕ່ມາຮອດປະຈຸບັນແມ່ນກາຍເປັນສິນຄ້າທີ່ເປັນເອກະລັກ ຂອງຊົນເຜົ່າມົ້ງທີ່ສົ່ງອອກທັງພາຍໃນ ແລະ ຕ່າງປະເທດ.

2. English section:

Originally, the Hmong ethnic group moved from Cibily (C B L), Tibet, Mongolia and then continued moving for a better life to China and resided by the Yellow River called (Houang Ho River). The immigration of the Hmong people was because of conflict and they kept moving to the South of China and then to Vietnam, Laos and Thailand. Some of the mentioned Hmong people are now in Oudomxay province (7 Districts)Name: The tribe called Hmong “Miao, Meau” by the Lao people and some other groups.

Hmong tribe consists of three major branches in Laos such as Hmong Deaw (White Hmong), Hmong Njua (Green Hmong) and Hmong Dou (Black Hmong). The meaning of Hmong is Human and is always Hmong people’s favorite name of all time. But it’s impolite to say something like Miao or Meau to the Hmong people what they really want to hear is “Hmong”. Language: Hmong has its own language and it’s totally different from others.

The Hmong language has two types of writing forms. The fist writing form is similar to Lao language founded by Mr. Lao Fong (During the Lao revolution time). The second one is the Latin alphabet. The speaking of each Hmong branch is quite different from each other, especially the Green Hmong. It’s sometime hard to understand. For instance:

To eat in Hmong Deaw and Hmong Jhua (The white Hmong and Green Hmong) – we say “No mo” – in Black Hmong – we say “Per Choua” and in Green Hmong. Some words are similar to Chinese and Yunnanese. Belief, tradition and culture: Supernatural begins are involved in every aspect of Hmong life. There are a number of household spirits in each home which they believe protect them from attacks by the spirits of decease and death.

Each house has at least one ancestral altar for worship, while those of shamans have more. People are not allowed to enter the bedrooms without permission as well as touching the middle post inside the house. The majority of the Hmong people are animist. The door spirit is very important, when someone dies his or her soul must seek permission from the door spirits to leave the house and cross to the altar life.

When you want to enter to someone’s house you have to ask them for permission from the owner to enter, but most of them are very friendly. The most important social units among Hmong are the family and clan. There are many different clans in Oudomxay province such as, Hmong Yang, Hmong Moua, Hmong Thao, Hmong Xiong, Hmong Lor, Hmong Chue, Hmong Vang, Hmong Chang, and others.

The same clan is not allowed to get married with each other. The Hmong New Year celebration festival is an important time and always takes place in December of every year. It’s time for courtship and all the Hmong people (elders, young people as well as boys and girls) will gather in one large place to meet and enjoy different activities. The most important thing is to look for a life partner.House:

The site of the Hmong house is chosen with great care, as it is important that the site is acceptable to their ancestors. The house is always built on the ground and made of hard woods, bamboos and covered by leaves. Each house must have an ancestral altar to worship. There are always two doors. The rice pounder is sometimes inside and outside the house. Normally, there are fireplace, stove, table, shelves, bench, guest platform and bedrooms and others. The Hmong traditional house is very unique. Birth: Each baby is said to be sent to this world by a baby Goddess.

The first three days of its life it still belongs to the spirit world and if it dies no funeral is held. The birth takes place in the couple’s bedroom and no one but the midwife or husband can be present to assist in her delivery. In the past, a married woman was not allowed to give birth at her parent’s house, but at her husband’s house or her husband’s parent’s house. Death: To have a proper funeral is of great importance to the Hmong people, for as a result the soul will prosper in the afterworld.

There are many steps for organizing the funeral and many tasks related to the funeral are assigned by two men who are in charge of the rites. One man is assigned to blow the mouth organ and another to beat the ceremonial death drum, which is used for the funerals. Many sacrificial animals like pig, buffalo, cattle and chicken are killed for the dead. Literature:

The Hmong people have their own and unique cultural and traditional activities such as Hmong poem, songs, story telling, Hmong traditional dancing, traditional Hmong singing, Hmong New Year celebration, Hmong painting and others. Moreover, the musical instruments thay have are mouth organ, drum, leaf blowing, and flute and gourd pipe.

For sports, there are horse racing, cock fighting, buffalo fighting, spinning toy competition, arrow competition, ball throwing and many more. Economy: The major daily cash income of the Hmong people is from selling rice, maize, corn, agricultural crops, and natural recourses. The Hmong like to raise animals like buffalo, cattle, pig, chicken, duck, dog and so on.

Moreover, embroidery (Needlework) is one of the most important things that they would never let it go. It’s with Hmong people for all their lifetime. Clothing: Nowadays much of the cloth used is purchased from market place and traders, but traditionally it all had to be produced within the Hmong household with needlework.

Even today Hmong women still like to weave and knit their own clothes for much of the clothing worn by the family. There are a lot of different types of Hmong clothes. Coins and colored thread will be put on the clothes and this is just to make the clothes more colorful.

ທີ່ມາ, That came: OUdomxayTourism ສົ່ງເສີມລາວທ່ຽວລາວ

ອອກ​ຈາກການຕອບ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້