ສວາຍໆ ແບບນີ້ ໄດ້ປາມາສົດໆ ເອົາມາແກງເນາະ. ມື້ນີ້ ເຮັດ ແກງປາໃສ່ສົ້ມ ໝາກຂາມ ແລະ ໝາກເລັ່ນ. ຊົດຮ້ອນໆນີ້ຄັກສຸດ. ມາເບິ່ງ ສູດ ແລະ ຂັ້ນຕອນ ການເຮັດນຳກັນເລີຍ.

1. ເຄື່ອງປຸງ
- ປານ້ຳຈືດ ເປັນຕ່ອນ 500 ກຣາມ
- ນ້ຳ 1 ລິດ
- ໝາກຂາມປຽກ 3 ບ່ວງແກງ
- ຄະນໍກ້ອນ ລົດໄກ່ 1 ກ້ອນ
- ນ້ຳປາ 2 ບ່ວງແກງ
- ເກືອ 1 ບ່ວງກາເຟ
- ໃບຂີ້ຫູດ 6 ໃບ
- ຫົວສີໄຄ 2 ກ້ານ
- ຂ່າ 6 ປ່ຽງ
- ຫມາກເລັ່ນນ້ອຍ 5 ໜ່ວຍ
- ເຜັດດິບ 2 ໜ່ວຍ
- ຫອມບົ່ວໃບ 2 ບ່ວງແກງ
- ຫອມປ້ອມ 3 ບ່ວງແກງ
- ຜັກເຊນາລີ 3 ບ່ວງແກງ

2. ວິທີເຮັດ
ຂັ້ນຕອນ 1:ຄ້າງຫມໍ້ໃສ່ນ້ຳ ພ້ອມເກືອ, ຕາມດ້ວຍ ຂ່າ, ຫົວສີໄຄທຸບ, ໃບຂີ້ຫູດ, ແລະ ຫມາກຂາມ ຕົ້ມຈົນຟົດ
ຂັ້ນຕອນ2: ລ້າງປາໃຫ້ສະອາດ. ຜ່າຫມາກເລັ່ນເຄິ່ງ ແລະ ຊອຍຫອມແຍກ ປະໄວ້
ຂັ້ນຕອນ3: ໃສ່ຄະນໍກ້ອນ, ຫມາກເຜັດ ຕັດເຄິ່ງ, ແລະ ຕາມດ້ວຍ ປາ. ຕົ້້ມປະມານ 10 ນາທີ ຫລືຈົນປາສຸກ
ຂັ້ນຕອນ4: ຕື່ມນ້ຳປາ ແລະ ຊີມລົດຕາມໃຈ ຈາກນັ້ນ ໃສ່ຫມາກເລັ່ນແລະ ຜັກຫອມທັງຫມົດລົງ ແລະປິດໄຟ. ພ້ອມເສີບກັບເຂົ້້າຫນຽວ ແລະ ແຈ່ວຫມາກເຜັດດິບ.

ເຄັດລັບ: ກ່ອນໃສ່ປາລົງນ້ຳຕ້ອງຟົດ. ຈາກນັ້ນເວລາໃສ່ປາ ຫ້າມຄົນແຮງ ເພາະປາຈະມຸ່ນເຮັດໃຫ້ເສຍລົດຊາດ.
ສູດຈາກ: ສາວວອນ ແກ້ງກອກ